ກົມອຸຕຸແຈ້ງສະພາບອາກາດວັນທີ 15 ພຶດສະພາ 2020ຄື ແຂວງພາກເໜືອດ້ານຕາເວັນອອກ ຈະມີຝົນໃນລະດັບຄ່ອຍ ພ້ອມຈະມີຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງຂວາງ ອຸນະພູມໃນລະຫວ່າງ 18-33 ອົງສາ.
ແຂວງພາກເໜືອດ້ານຕາເວັນຕົກ ອາກາດຮ້ອນຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງຫຼວງນໍາທາ, ຫຼວງພະບາງ, ໄຊຍະບູລີ ອຸນນະພູມໃນລະຫວ່າງ 19-37ອົງສາ
ນະຄອນຫຼວງວຽງຈັນ ອາກາດຮ້ອນຈະມີລົມພັດແຮງເປັນບາງໂອກາດ ອຸນນະພູມໃນລະຫວ່າງ 27-37ອົງສາ, ພາກກາງ ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ອຸນນະພູມໃນລະຫວ່າງ 22-39 ອົງສາ, ແຂວງໄຊສົມບູນອຸນນະພູໃນລະຫວ່າງ 16-29 ອົງສາ
ພາກໃຕ້ ອາກາດຮ້ອນຫາຮ້ອນເອົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມຈະມີລົມພັດແຮງຢູ່ບາງທ້ອງຖີ່ນ
ອຸນນະພູມໃນລະຫວ່າງ 26-39ອົງສາ