ສ່ອງລົດໄຟສະໄໝແຕ່ກີ້ ເປັນແບບນີ້ເດີ້

238

ເມື່ອປີ 1893 ພາຍຫລັງທີ່ຝຣັ່ງເສດເຂົ້າມາຍຶດເອົາລາວຈາກສະຫຍາມ ແລ້ວແບ່ງປັນດິນແດນລາວກັນລະສ່ວນແລ້ວ ຝຣັ່ງໄດ້ເນື້ອທີປະເທດລາວປົກຄອງ ກໍ່ໄດ້ມີແນວຄິດສ້າງການຄົມມະນາຄົມໂດຍບໍ່ຜ່ານສະຫຍາມ ແລະໄດ້ມີນະໂຍບາຍການຂົນສົ່ງທາງນ້ຳ ເພື່ອຫລິກສິ່ງອຸປະສັກທາງນ້ຳ ແລ້ວຕໍ່ດ້ວຍການສ້າງທາງເສັ້ນຕ່າງໆຂຶ້ນ ເພື່ອຈະນຳຊັບພະຍາກອນຕ່າງໆອອກໄປທາງເມືອງຂະເໝນລົງສູ່ທະເລຕໍ່ໄປ

.

ແຕ່ກໍ່ມີອຸປະສັກກີດຂວາງທາງລຳນ້ຳຂອງ ນັ້ນກໍ່ຄືມີແກ່ງຫິນ ຂວາງກັ້ນ ຄື ຫລີຜີ ເກີນກຳລັງ ແລະຈະຕ້ອງລົງທຶນຫລາຍທີ່ຈະທຳລາຍຫີນທີຂວາງກັ້ນ ແຕ່ກໍ່ມີການເຈາະຮູສະດຳ (ຫລີ່ຜີ ) ແລ້ວສ້າງ ທ່າເຮືອ ແລະລາງຣົຖໄຟ ທີບ້ານຄອນ ເມືອງໂຂງ ແຂວງຈຳປາສັກ ລາງຣົຖໄຟ ແມ່ນມີຄວາມຍາວ 7 Km ຕັ້ງແຕ່ຫາງດອນຄອນ ຫາຫົວດອນເດດ ເພື່ອຫລີກເວັ້ນແກ້ງຫລີຜີ ສຳເລັດໃນປີ ຄສ 1910 ຣົຖໄຟໃນຕອນນັ້ນ ແມ່ນນຳໃຊ້ ຖ່ານຫີນ, ຟືນ , ຖ່ານ ເປັນເຊື້ອໄຟ ເປັນຫລັກ

.

ຕໍ່ມາການຂົນສົ່ງກໍ່ສະດວກຂຶ້ນ ການນຳເຄື່ອງອຸປະໂພກ ບໍລິໂພກ ເຄື່ອງຈັກພາຫະນະ ອຸປະກອນກໍ່ສ້າງ ເຊື້ອໄຟ ການສົ່ງອອກສິນຄ້າຈາກແຄວ້ນລາວ ອອກສູ່ຕ່າງປະເທດ ເຊັ່ນ ເຄື່ອງປ່າຂອງດົງ ໄມ້ທ່ອນ ກໍ່ຫລາຍຂຶ້ນ ການແລ່ນກຳປັ່ນຈາກ ວຽງຈັນ ຫາສະຫວັນນະເຂດ ກໍ່ເປັນປົກກະຕິ ສ່ວນ ປາກເຊ ຫາສະຫວັນນະເຂດ ກໍ່ແລ່ນໄດ້ໃນຕອນນ້ຳຍຶ່ງຂຶ້ນ ຍ້ອນມີແກ່ງຫີນເຂັມມະຣາຊ ການຂົນສົ່ງໄປສະນີທາງໄກ ໃນໄລຍະນັ້ນແມ່ນນຳໃຊ້ເຮືອ ແລະມ້າ ເປັນຫລັກ

.

ຕົກມາຮອດ ປີ 1920 ກໍ່ເກີດມີເຮືອບິນ ທີສາມາດລົງນ້ຳໄດ້ ບິນຈາກໄຊງ່ອນ ມາວຽງຈັນແລ້ວກະຈາຍໄປແຂວງຕ່າງໆ ຕົກມາຮອດປີ 1925 ກໍ່ມີຣົຖໂອໂຕ ແມ່ນແລ່ນຢູ່ວຽງຈັນ ປະມານ 5 ຄັນ ໂດຍເປັນຂອງຜູ້ສຳເຣັດຣາຊການຝຣັ່ງ, ເຈົ້າແຂວງຝຣັ່ງ, ນາຍທະຫານ, ນາຍຕຳຫລວດ ສ່ວນຂ້າຣາຊການຕ່າງໆກໍ່ຍ່າງໄປການ ສ່ວນຄົນມີຖານະດີກໍ່ຈະໃຊ້ຣົຖຖີບທຽວໄປມາ.

.

.

ນຳສະເໜີໂດຍ : Art and Culture of Laos.