ຂັບເຫວ້ຂັບພື້ນເມືອງທີ່ຈຳເປັນຕ້ອງຟັງຫາກໄດ້ມາແວ່ທີ່ນະຄອນເຫວ້

507

ຫວຽດນາມເປັນປະເທດໜຶ່ງທີ່ມີຫຼາກລາຍທາງວັດທະນະທຳອັນດີງາມ ບໍວ່າດ້ານຄວາມເຊື່ອຖືຮີດ ຄອງປະເພນີ ຫຼື ສິລະປະເຄື່ອງປັ້ນດິນເຜົາ ແລະ ສິລະປະວັນນະຄະດີຕ່າງໆ. ຫາກນະຄອນທັງລອງເກົ່າ (ທັງລອງຮາໂນ້ຍ) ມີຂັບອາດາວ ( hat A Dao) ທີ່ມີຊື່ສຽງ ແລະ ໂດ່ງດັງ ໂດຍເປັນຂັບພື້ນເມືອງ ໄດ້ຮັບການພັດທະນາຈາກຂັບເກືອກວຽວນ (hat Cua Quyen) ສະໄໝ ລາດຊະວົງເລ (ລາດຊະວົງໜຶ່ງຂອງ ຫວຽດນາມ) ທີ່ຜູ້ຄົນສາມາດຮັບຟັງໄດ້ໃນ ແລະ ນອກວັງ, ໃນລາດຊະການຂອງເຈົ້າຊີວິດ ເລຈົວຈິ໋ງ (ຄສ 1545–1787). ຢູ່ນະຄອນເຫວ້ກໍ່ມີຂັບເຫວ້ ( ca Hue) ທີ່ເປັນຂັບພື້ນເມືອງທີ່ຄູ່ບ້ານຄູ່ເມືອງຊາວນະຄອນແຫ່ງນີ້ມາແຕ່ດົນນານ.

ນະຄອນເຫວ້ເປັນນະຄອນທີ່ລືຊື່ລືນາມທາງດ້ານການທ່ອງທ່ຽວເຊັ່ນ: ຄວາມສວຍງາມຂອງທິວທັດ ທຳມະຊາດ, ປະຫວັດສາດ, ວັດທະນະທໍາ. ນອກນັ້ນຍັງເປັນເມືອງທີ່ມີສີລະປະດົນຕີພື້ນເມືອງຫຼາກຫຼາຍ ເຊິ່ງມີສຳນຽງຂັບລຳທີ່ອ່ອນໄຫວ ສະແດງເຖີງນຳໃຈ ແລະ ຈິດວິນຍານຂອງຊາວເມືອງແຫ່ງນີ້ ທີ່ມີຄວາມມັກຮັກຄວາມ ອ່ອນໂຍນ ຖອມຕົນປຽບເໝືອນສາຍນ້ຳເຮືອງທີ່ໄຫຼຊ້າໆຜ່ານ ແລະ ຫຼໍ່ລ້ຽງພື້ນແຜນດິນນີ້ມາແຕ່ດົນນານ. ນະຄອນເຫວ້ເປັນນະຄອນທີ່ຕັ້ງຢູ່ພາກກາງຂອງປະເທດ ສສ ຫວຽດນາມ, ສະນັ້ນ ຂັບເຫວ້ຈິ່ງເປັນສິລະປະການຂັບລຳສົມທີ່ປະສົມປະສານກັນ ລະຫວ່າງພາກເໜືອ ແລະ ໃຕ້, ເຊິ່ງທຳນອງ ພາກເໜືອ ແມ່ນທຳນອງໄວ, ມ່ວນ, ເບີກບານ ແຕ່ອ່ອນໂຍນ ແລະ ທຳນອງພາກໃຕ້ເປັນທຳນອງຊ້າ ຊຶ້ງເສົ້າ. ເຮັດໃຫ້ຂັບດັ່ງກ່າວເປັນຂັບທີ່ມີເອກະລັກສະເພາະ, ເປັນຂັບທີ່ແຕ່ງຂຶ້ນມາເພື່ອພັນລະນາເຖິງຄວາມງາມທຳມະຊາດ, ວິຖີຊີວິດ, ນ້ຳໃຈອັນດີງາມຂອງຜູ້ຄົນ ແລະ ສາວງາມຂອງນະຄອນແຫ່ງນີ້.

ในภาพอาจจะมี 4 คน, รวมถึง La Keoathiphanh, ผู้คนกำลังยืน

ຂັບເຫວ້ (ລຳເຫວ້) ເປັນໜຶ່ງໃນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງຂອງຊາວນະຄອນເຫວ້ ສສ ຫວຽດນາມ ມາເປັນເວລາຫຼາຍຮ້ອຍປີແລ້ວ, ເປັນດົນຕີທີ່ກຳເນິດມາຈາກດົນຕີພື້ນເມືອງ ແລະ ດົນຕີຂອງ ລາດຊະວົງ, ເຊີ່ງເປັນສິລະປະ ທີ່ປະກອບດ້ວຍ ລຳ, ກູ່ເຈິງ, ສີຊໍ, ເຄາະໄມ້, ເຄາະຈອກ ປະສົມ ປະສານກັນເປັນຈັງຫວະ ເຊິ່ງມີທັງຈັງຫວະຊ້າ ແລະ ໄວ ເຊິ່ງມີທັງຂັບດ່ຽວ, ຂັບຄູ່ ແລະ ລວມໝູ່ ທີ່ຟັງແລ້ວຮູ້ສຶກເຕັມໄປດ້ວຍຄວາມສຸກ ແລະ ຜ່ອນຄາຍ, ເຊິ່ງທ່ານສາມາດຈິນຕະນາການເຖິງວິຖີຊິວິດຂອງຊາວນະຄອນເຫວ້ ທີ່ດຳລົງຊີວິດຕາມສາຍນ້ຳເຮືອງ (ນ້ຳຫອມ) ມາແຕ່ບູຮານນະການ. ເປັນສິລະປະທີ່ປະຊາຊົນປະດິດຄິດສ້າງມາເອງໃນຫຼາຍຮ້ອຍປີຜ່ານມາ. ມາຮອດທ້າຍສະຕະວັດທີ່ 17-18 ຂັບເຫວ້ ໄດ້ຮັບການສົ່ງເສີມຂອງລາດຊະວົງຫວຽວນຂອງຫວຽດນາມ ເຮັດໃຫ້ຂັບເຫວ້ ມີການພັດທະນາ ແລະ ກາຍເປັນສິລະປະດົນຕີທີ່ໂດ່ງດັງ ຈາກເດີມເປັນພຽງຂັບທີ່ຊາວບ້ານຮ້ອງລຳທົ່ວໄປ ໄດ້ຂະຫຍາຍ ແລະ ກາຍເປັນຂັບທີ່ບໍ່ວ່າຢູ່ນອກ ຫຼື ໃນວັງກໍ່ສາມາດໄດ້ຟັງ ສະເພາະເປັນຂັບທີ່ເຈົ້າຊີວິດ ແລະ ລາດຊະນິກູນມັກຟັງໃນງານເທດສະການຕ່າງໆ ກໍ່ຄືພັກຜ່ອນຢອນອາລົມ. ນອກນັ້ນ ຍັງມີລາດຊະນິກູນ ທີ່ເປັນນັກປະພັນ, ນັກກະວີ ທີ່ມີຊື່ສຽງ ອີກດ້ວຍ.

ในภาพอาจจะมี 4 คน, ผู้คนกำลังนั่ง, ตาราง, กีตาร์ และสถานที่ในร่ม

ຊາວຫວຽດນາມມີຄຳກ່າວຂານວ່າ: ຖ້າມານະຄອນເຫວ້ແຕ່ບໍ່ໄດ້ຟັງຂັບເຫວ້ ເໝືອນວ່າບໍ່ໄດ້ມາທີ່ນີ້. ເພາະຂັບເຫວ້ເປັນຂັບຄູ່ບ້ານຄູ່ເມືອງນະຄອນແຫ່ງນີ້ມາແຕ່ດົນນານ, ນອກນັ້ນຂັບເຫວ້ບໍ່ພຽງແຕ່ເປັນສິລະປະຂັບລຳເພື່ອຄວາມບັນເທີງແຕ່ຍັງເປັນຂັບທີ່ແຝງໄປດ້ວຍເນື້ອໃນທີ່ມີຄວາມໝາຍເລິກເຊິ່ງ ເໝາະແກ່ການທ່ອງທ່ຽວຟັງຂັບລ່ອງເຮືອມັງກອນຕາມສາຍນ້ຳເຮືອງ, ເຊິ່ງທ່ານສາມາດຮູ້ສຶກສຳພັດໄດ້ເຖິງຄວາມງົດງາມຂອງຕົວເມືອງນະຄອນເຫວ້ໃນຍາມກາງຄືນທີ່ເຕັມໄປດ້ວຍແສງສີ ແລະ ມອງເຫັນວິຖີຊິວິດຂອງຊາວເມືອງແຫ່ງນີ້ຕາມສອງຝັ່ງແມ່ນ້ຳ. ສຽງໄຫຼຂອງສາຍນ້ຳ ປະສານກັບສຽງຂັບທຳນອງຊ້າໆທີ່ມ່ວນຫູຈັບໃຈສ່ອງເຖິງຄວາມໃນຂອງນັກທ່ອງທ່ຽວ ຮູ້ສຶກເຖິງຄວາມສະຫງົບ ເໝືອນຕົນເອງກຳລັງ ໂບຍບີນກາງເວຫາ ແລ້ວມອງລົງມານະຄອນແຫ່ງນີ້. ເຊິ່ງຟັງຂັບເຫວ້ເປັນໜຶ່ງໃນ ສິລະປະຕ້ອງໃຈນັກ ທ່ອງທ່ຽວທີ່ບໍ່ມີທີ່ໃດໃນເໝືອນຫາກມານະຄອນເກົ່າແຫ່ງນີ້ ແລະ ຟັງຂັບເຫວ້ ທ່ານຈະບໍ່ຢາກກັບເລີຍ ກໍ່ວ່າໄດ້.

ในภาพอาจจะมี 7 คน, ผู้คนกำลังนั่ง, ผู้คนกำลังยืน, เด็ก และสถานที่ในร่ม

ທີ່ນີ້ ມີບໍລິການຮັບຟັງຂັບເຫວ້ຢ່າງດີ ທຸກຄັ້ງເມື່ອເຂົ້າຟັງຂັບບໍ່ ວ່າຢູ່ຫໍສະເດງ ຫຼື ເທີງເຮືອ ນັກທ່ອງທ່ຽວກໍ່ຈະໄດ້ຮັບການຕ້ອນຮັບໂດຍດື່ມນ້ຳຊາເຫວ້ ເຊິ່ງເປັນຊາທີ່ຫອມຫວານ, ມີສິລະປະການດື່ມທີ່ແຕ່ກຕ່າງກັນຕາມ 4 ລະດູການ, ນີ້ເປັນໜຶ່ງໃນມາລະຍາດຂະນົບທຳນຽມຂອງຊາວເມືອງແຫ່ງນີ້ ເຊິ່ງເປັນທີ່ສົນໃຈຂອງນັກທ່ອງທ່ຽວຕ່າງຊາດ. ສ່ວນຄ່າບໍລິການ ໃນການເຂົ້າຮັບຟັງຄື 1 ແສນດົງ (ເງີນຫວຽດ) ຕໍ່ຄົນສຳລັບຄົນພາຍໃນ ແລະ 1,5 ແສນດົງ ສຳລັບຄົນຕ່າງປະເທດ. ນອກນັ້ນ ຍັງມີການບໍລິການຊື້ລາຍການທ່ຽວໂດຍການຊື້ຈ່ອງເຮືອທ່ຽວຟັງຂັບເຫວ້ ລ່ອງຕາມສາຍນ້ຳເຮືອງ ເຊັ່ນ: ຟັງຂັບລ່ອງເຮືອຊົມວິວທິວທັດ ທີ່ວັດທຽນມູ່ – ຫໍດຽນຮອນແຈນ (ຫໍດຽນຮອນແຈນ ເຊິ່ງເປັນຫໍບູຊາເຈົ້າແມ່ປໍນາກາ (PoNagar) ຂອງຊາວຈຳປາໃນສະໄໝກ່ອນ) ລາຄາ 6,5 ແສນດົງຕໍ່ຄົນ ແລະ 1 ລ້ານດົງຕໍ່ຄູ່; ລ່ອງເຮືອແຕ່ວັດທຽນມູ່ – ຫໍດຽນຮອນແຈນ – ສຸສານເຈົ້າຊີວິດມີງມ໋າ (ເຈົ້າຊີວິດອົງທີ່ສອງ ຂອງລາດຊະວົງ ຫວຽວນ) ແມ່ນ 7 ແສນດົງຕໍ່ຄົນ ແລະ 1,2 ລ້ານດົງຕໍ່ຄູ່ ແລະ ອື່ນອີກຫຼາຍສະຖານທີ່. ເຊິ່ງເປັນທີ່ນິຍົມຈາກຊາວຕ່າງປະເທດຢ່າງຫຼວງຫຼາຍ, ສະເພາະທ່ຽວໃນຍາມກາງຄືນ.

ປັດຈຸບັນ, ຂັບເຫວ້ໄດ້ກາຍເປັນມໍລະດົກທາງວັດທະນະທຳທີ່ບໍ່ມີຮູບຮ່າງ ແລະ ໄດ້ຖືກຮັບຮອງເປັນມໍລະດົກຂອງຊາດໃນວັນທີ 22 ກັນຍາ 2015. ເຊິ່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.