ໄຫຫີນພົບທີ່ພູຄູນ ຄາດຖືກຄົ້ນພົບໃນຊ່ວງປີ 1934 ແລ້ວ ແຕ່ພາບຫາກໍ່ຖືກເຜີຍແຜ່

461

ທົ່ງໄຫຫີນທີ່ຖືກລືມເລືອນ ທີ່ບ້ານພູວຽງນ້ອຍ ເມືອງພູຄູນ ແຂວງຫຼວງພະບາງ (The Abandoned Giant Jars at Phouvieng Noy, Phoukhoun, LPB)

ນອກຈາກທົ່ງໄຫຫີນ ທີ່ຊຽງຂວາງ ເຊິ່ງໄດ້ຖືກປະກາດຮັບຮອງເປັນມໍລະດົກໂລກແລ້ວ, ບັນດາໄຫຫີນຍັງຢັງຍາຍຢູ່ຕາມເສັ້ນທາງຈາກຫຼວງພະບາງຫາຊຽງຂວາງອີກນຳ ເປັນຕົ້ນແມ່ນຕາມເສັ່ນທາງແຕ່ບ້ານພູວຽງນ້ອຍ ຫາ ບ້ານນໍ້າຕິ່ງ ກໍ່ມີໄຫຫີນຢັງຢາຍກັນຕາມເສັ່ນທາງເຮັດໄຮ່ຂອງປະຊາຊົນປະມານ 50 ກວ່າໜ່ວຍ (ຕາມການໂອ້ລົມກັບຊາວບ້ານ) ບາງໄຫກໍ່ມີລັກສະນະສົມບູນ ມີຮູບແກະະສະຫຼັກທີ່ຄາດວ່າຈະເປັນຮູບຄົນແລະຮູບສັດ, ບາງໜ່ວຍກໍ່ແຕກຫັກຜຸພັງຕາມການເວລາ ແລະ ບາງໜ່ວຍກໍ່ ຖືກດິນຕະກອນທັບຖົມ ເນື່ອງຈາກຍັງບໍ່ທັນມີໜ່ວຍງານທີ່ກ່ຽວຂ້ອງເຂົ້າໄປບົວລະບັດຮັກສາເທື່ອ. ຕາການຄາດຄະເນ ໜ້າຈະຖືກຄົ້ນພົບໃນຊ່ວງປີ 1934 ໃນແລວສຳຫຼວດ ຂອງ Colani ຈາກຫຼວງພະບາງ ຫາຊຽງຂວາງ (Colani, M, 1935. Mégalithes du Haut-Laos).

ເຊິ່ງພວກເຮົາບໍ່ໄດ້ຕັ້ງໃຈທີ່ຈະໄປບ່ອນນີ້ ແຕ່ບັງເອີນໄດ້ຍິນຊາວບ້ານເລົ່າໃຫ້ຟັງ ໃນຄໍ່າຄືນທີ່ຕັ້ງແຄ້ມໃນປ່າໃນບໍລິເວນເມືອງພູຄູນ ໂອລົມກັນເລື່ອງຕ່າງໆນາໆ ຈົນໄປສະດຸດທີ່ເພິ່ນເລົ່າວ່າ ຢູ່ບໍລິເວນຕົ້ນແມ່ນໍ້າຈອງອ່າງເກັບນໍ້າເຂື່ອນນໍ້າງື່ມ 5 ວ່າມີໄຫຫີນຢູ່ຈຳນວນໜຶ່ງໃດ. ທາງພວກເຮົາກໍ່ເລີຍຖາມວ່າມີແທ້ຫວະ ຖ້າມີພາໄປເບິ່ງແດ່ຢາກຖ່າຍຮູບເກັບໄວ້ ຫຼັງຈາກທີ່ພວກເຮົາອອກຈາກປ່າມື້ອື່ນ. ດ້ວຍຄວາມຢາກຮູ້ຢາກເຫັນອອກຈາກປ່າມາເມື່ອຍໆໃນມື້ຕໍ່ມາ ພັກຜ່ອນເອົາແຮງແລ້ວພາກັນມຸ້ງໜ້າໄປຍັງບ້ານພູວຽງນ້ອຍ ໄປຕາມເສັ້ນທາງເລກທີ 7 ເສັ້ນທາງຫຼວງແຫ່ງຊາດ ອອກສູ່ຫວຽດນາມໂດຍຜ່ານແຂວງຊຽງຂວາງ ເຊິ່ງຂີ່ລົດອອກຈາກຕົວເມືອງພູຄູນ ໄປປະມານ 30 ກມ ວິວມັງສອງຂ້າງທາງບອກວ່າ “ໂຄດງາມເລີຍ” ເຫັນທະເລໝອກໃນຕອນເຊົ້າ ບວກກັບແສງຕາເວັນສີເຫຼືອງອ່ອນ ທັງເຫັນຊາວບ້ານທີ່ກຳລັງກະກຽມລົງໄຮ່ສວນ ເພື່ອໄປເກັບກູ້ເຂົ້າທີ່ເກັບກ່ຽວແລ້ວ

ການໄປຢ້ຽມຊົມໃນຄັ້ງນີ້ ແມ່ນໄປ 2 ຈຸດເຊິ່ງຢູ່ໃກ້ກັນ ເຊິ່ງອອກຈາກບ້ານ ໄປປະມານ 13 ກມ ເປັນເສັ້ນທາງດິນແດງ (ເໝາະແກ່ການ Off-road) ເຊິ່ງຈຸດທຳອິດທີ່ໄປ ແມ່ນຢູ່ບໍລິເວນໄຮ່ຂອງປະຊາຊົນທີ່ກຳລັງເກັບກ່ຽວເຂົ້າຢູ່ ເຊິ່ງມີໄຫຫີນປະມານສິບກວ່າໜ່ວຍ ແລະ ຈຸດທີ 2 ເຊິ່ງຫ່າງຈາກຈຸດທຳອິດປະມານ 3 ກມ ມີໄຫຫີນທັງໝົດ 4 ໜ່ວຍ. ນອກນັ້ນ ຍັງມີອີກຈຸດໜຶ່ງທີ່ມີໄຫຫີນຈຳນວນຫຼາຍ ເນື່ອງຈາກດ້ວຍເວລາ ແລະ ການເດີນທາງໄປລຳບາກ ເລີຍບໍ່ໄດ້ໄປເບິ່ງ ເຊິ່ງການເດີນທາງໄປນັນຈະຕ້ອງໄດ້ຂີ່ເຮືອ ຂ້າມອ່າງເກັບນໍ້າ ຂອງເຂື່ອນນ້ຳງື່ມ 5 ໄປ ເຊິ່ງຄາດວ່າຈະມີຫຼາຍກວ່າ 50 ໜ່ວຍ (ຕາມການສອບຖາມກັບຊາວບ້ານໃນເຂດນີ້).

ໄຫຫີນໃນບໍລິເວນນີ້ຍັງບໍ່ທັນເປີດເປັນແຫຼ່ງທ່ອງທ່ຽວ ເພາະຍັງມີຂໍ້ຫຍຸ້ງຍາກຫຼາຍປະການຢູ່, ເຊິ່ງທາງຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງພູຄູນ ຄາດວ່າຈະເປີດເປັນແຫຼ່ງທ່ອງທ່ຽວ ໃນໄວໆນີ້ ຖ້າຫາກວ່າມີໜ່ວຍ ຫຼື ມີກອງທຶນມາສະໜັບສະໜູນ ໃນການບົວລະບັດຮັກສາ ແລະ ສ້າງເສັ້ນທາງ ເພື່ອໃຫ້ສະດວກໃນການເຂົ້າໄປທ່ຽວຊົມ

ຂໍຂອບໃຈອ້າຍນ້ອງທະຫານທີ່ເພິ່ນເດີນທາງໄປນຳ ເປັນບໍດີກາດສ່ວນໂຕ ຄົນຂອງປະຊາຊົນວ່າສັ້ນ ເພິ່ນວ່າຢ້ານເສືອສິງກະທິງແຮດ ເລີຍຂໍໄປນຳ

ຂໍ້ມູນ ແລະ ພາບຈາກ: Kizuna L. Chanthavong