
ອັນສ໌ ດີເທີ-ຟລິກ ຜູ້ຈັດການທີມຂອງ ບາເຢິນ ມິວນິກ ສ້າງສະຖິຕິພາສະໂມສອນຍິງໄປເຖິງ 50 ປະຕູ ຈາກການຄຸມທີມພຽງ 16 ນັດ ຫຼັງນັດຫຼ້າສຸດພາທີມເອົາຊະນະ ອູນິໂອນ ເບີລິນ 2-0 ໃນວັນທີ 17 ພຶດສະພາ 2020.
ນັດດັ່ງກ່າວ ບາເຢິນ ມິວນິກ ໄດ້ປະຕູຈາກ ໂຣເບິດ ເລວານດອຟສະກີ ກັບ ເບນຢາແມັງ ປາວາ ສົ່ງຜົນໃຫ້ ບາເຢິນ ມວນິກ ເກັບຄະແນນໜີຫ່າງ ໂບຣຸສເຊຍ ດ໊ອດມູນ ທີມອັນດັບ 2 ຂອງຕາຕລາງອອກໄປເຖິງ 4 ຄະແນນ.
ຍິ່ງໄປກວ່ານັ້ນ 2 ປະຕູໃນນັດດັ່ງກ່າວ ຍັງເຮັດໃຫ້ ບາເຢິນ ມິວນິກ ພາຍໃຕ້ການຄຸມທີມຂອງ ຟລິກ ທີ່ເຂົ້າມາຄຸມແທນ ນິໂກ ໂຄວັກ ເມື່ອເດືອນພະຈິກ 2019 ກ່ອນຈະໄດ້ສັນຍາຖາວອນ 3 ປີໃນໄລຍະເດືອນເມສາ 2020 ສາມາດພາທີມຍິງໄປແລ້ວ 50 ປະຕູໃນການຄຸມທີມຈາກ 16 ນັດ ສະເລ່ຍນັດລະ 3,1 ປະຕູ ເຊິ່ງກາຍເປັນສະຖິຕິໃໝ່ຂອງ ບຸນເດສລີກາ ເປັນທີ່ຮຽບຮ້ອຍ.