ເສດຖະກິດໝູນວຽນ ຈະຊ່ວຍລາວກ້າວສູ່ການປ່ອຍທາດກາກບອນໜ້ອຍລົງ

233

ກອງປະຊຸມສະເໜີກ່ຽວກັບ ເສດຖະກິດໝູນວຽນ ( Circular Economy ) ເທື່ອທໍາອິດ ໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 8 ທັນວາ 2020 ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຈາກອົງການຈັດຕັ້ງລັດຖະບານ, ພາກສ່ວນເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ຍັງມີຜູ້ເຂົ້າຮ່ວມທາງໄກຕື່ມອີກ.

ກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ ຈັນໂທ ມິລັດຕະນະແພງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ( IREP ), ກະຊວງພະລັງງານ ແລະ ບໍ່ ແຮ່ ແລະ ປະທານຮ່ວມໂດຍ ທ່ານ ນາງ ຣີກາດາ ໄຣເກີ ( Ricarda Rieger ) ຜູ້ຕາງໜ້າອົງການສະຫະປະຊາ  ຊາດ ເພື່ອການພັດທະນາ ( UNDP ) ປະຈຳລາວ.

ສະຖາບັນສົ່ງເສີມພະລັງງານທົດແທນ ໄດ້ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ ໂດຍການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ຜູ້ໃຫ້ທຶນອື່ນໆ ໄດ້ສົມທົບກັບບັນດາອົງການຈັດຕັ້ງລັດ ແລະ ພາກສ່ວນເອກະຊົນ ໃນການສົ່ງເສີມເສດຖະກິດໝູນວຽນໃນ ສປປ ລາວ.

ສປປ ລາວ ກໍເປັນປະເທດໜຶ່ງທີ່ຖືໄດ້ວ່າຢູ່ໃນແຖວໜ້າຂອງບັນດາປະເທດໃນພາກພື້ນ ທີ່ລັດຖະບານໄດ້ຖືເອົາເສດຖະກິດໝູນວຽນ ( Circular Economy ) ເປັນສ່ວນໜຶ່ງເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໄປຕາມທິດທາງການເຕີບໂຕສີຂຽວ ແລະ ຍືນຍົງ. ດັ່ງນັ້ນ, ຈຶ່ງໄດ້ລິເລີ່ມການປະເມີນທາງເລືອກມາແຕ່ສົກປີ 2016 – 2017 ພາຍໃຕ້ໂຄງການທີ່ສະໜັບສະໜູນໂດຍອົງການສະຫະປະຊາຊາດເພື່ອການພັດທະນາ.

ໂຄງການນີ້ຈະຊ່ວຍ ສປປ ລາວ ຕົ້ນຕໍ ຄື: 1). ຈະຊ່ວຍໃນການພັດທະນາບັນດາຍຸດທະສາດທີ່ກ່ຽວກັບເສດຖະກິດໝູນວຽນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງລັດຖະບານ ແລະ ພາກສ່ວນເອກະຊົນໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນໃນການບັນລຸບັນດາຈຸດປະສົງທີ່ລະບຸໄວ້ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງ ຄັ້ງທີ 9; 2). ຊ່ວຍໃນການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ພາຍໃຕ້ສັນຍາ ປາຣີ ( Paris Agreement ) ຜ່ານກິດຈະກຳຂອງເສດຖະກິດໝູນວຽນ ແລະ 3). ສ້າງຍຸດທະສາດໄລຍະຍາວ ວ່າດ້ວຍການປ່ອຍທາດກາກບອນ ( carbon ) ປະລິມານຕໍ່າທາງເລືອກຕ່າງໆທີ່ໄດ້ລະບຸ ແລະ ຈັດເປັນບຸລິມະສິດໃນການພັດທະນາເສດຖະກິດໝູນວຽນໃນ ສປປ ລາວ.

ເສດຖະກິດໝູນວຽນນີ້ ແມ່ນອີງໃສ່ 3 ຫຼັກການຕົ້ນຕໍ ຄື: 1). ອອກແບບເພື່ອບໍ່ໃຫ້ມີສິ່ງເສດເຫຼືອ ແລະ ມົນລະພິດ; 2). ສາມາດນຳໃຊ້ຜະລິດຕະພັນ ແລະ ວັດສະດຸໄດ້ຕະຫຼອດເວລາ ແລະ 3). ຟື້ນຟູລະບົບນິເວດທາງທຳມະຊາດຄືນໃໝ່.

ທ່ານ ຈັນໂທ ມິລັດຕະນະແພງ ກ່າວວ່າ: “ ໂຄງການດັ່ງກ່າວນີ້ແມ່ນສອດຄ່ອງກັບບຸລິມະສິດການພັດທະນາເສດຖະກິດແຫ່ງຊາດ ແລະ ຂະແໜງການຂອງລັດຖະບານ ສປປ ລາວ ຕາມທິດທາງການເຕີບໂຕສີຂຽວ ແລະ ຍືນຍົງ ”. ໃນຂະນະທີ່ ທ່ານ ນາງ ຣີກາດາ ໄຣເກີ ກ່າວວ່າ “ ເມື່ອໂລກປະເຊີນກັບພະຍາດລະບາດທີ່ມາຈາກສັດ ເພາະຄົນເຮົາໄປທຳລາຍແຫຼ່ງທີ່ຢູ່ອາໄສຂອງມັນ ແລະ ພ້ອມນັ້ນສະໜາມຖິ້ມຂີ້ເຫຍື້ອຂອງພວກເຮົາກໍໃຫຍ່ ຂຶ້ນນັບມື້ ພວກເຮົາຈະຕ້ອງໄດ້ປ່ຽນພຶດຕິກຳ ແລະ ຮູບແບບຂອງເສດຖະກິດ ”.

ກິດຈະກຳຕົ້ນຕໍຂອງໂຄງການ ມີດັ່ງນີ້:

-ຈັດກອງປະຊຸມປຶກສາຫາລື ເພື່ອສະເໜີແນະນຳກ່ຽວກັບເສດຖະກິດໝູນວຽນ, ຮ່ວມທັງຮູບແບບທຸລະກິດໝູນວຽນ ແລະ ໂອກາດທາງການເງິນຕ່າງໆ ແລະ ພ້ອມນັ້ນກໍເປັນການຮັບເອົາບັນດາຄຳຄິດເຫັນຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອການພັດທະນາເສດຖະກິດໝູນວຽນໃນ ສປປ ລາວ.

-ຈັດກອງປະຊຸມປຶກສາຫາລື ເພື່ອປະເມີນສະຖານະພາບປັດຈຸບັນ ແລະ ລະບຸບັນດາໂອກາດທີ່ຈະພັດທະນາເສດຖະກິດໝູນວຽນໃນ ສປປ ລາວ.

-ສ້າງຕັ້ງກຸ່ມເປົ້າໝາຍທີ່ມີ ຄວາມສົນໃຈຈາກພາກສ່ວນຂອງລັດຖະບານ ແລະ ເອກະຊົນ ເພື່ອຮ່ວມກັນຈັດຕັ້ງປະຕິບັດຕົວຈິງໃນຂົງເຂດບຸລິມະສິດຂອງເສດຖະກິດໝູນວຽນ ສຳລັບ ສປປ ລາວ.

ນອກນັ້ນ, ໂຄງການຍັງຈະໄດ້ຈັດກອງປະຊຸມປຶກສາຫາລືຕື່ມສອງຄັ້ງ ເພື່ອລົງເລິກພາກນະໂຍບາຍ ແລະ ໂອກາດທາງດ້ານຫົວໜ່ວຍທຸລະກິດຂອງເສດຖະກິດໝູນວຽນ ( Circular Economy ) ໃນໄວໆນີ້ຕື່ມອີກ.

ໂຄງການນີ້ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ, ສະຫະພາບເອີຣົບ ແລະ ລັດຖະບານປະເທດແອັດສະປາຍ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ.ພ້ອມນັ້ນ, ສະຖາບັນສົ່ງເສີມພະລັງງານທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ.

ສະໜັບສະໜູນທາງດ້ານວິຊາການ ໂດຍ ບໍລິສັດ Shifting Paradigm ( ປະເທດໂຮນລັງ ), Earth System ( ສປປ ລາວ ), Rebel Group ( ປະເທດໂຮນລັງ ) ແລະ Circular Economy ( ປະເທດໂຮນລັງ ).