45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

577

ຕະຫຼອດໄລຍະ 45 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເສດຖະກິດ – ສັງຄົມຂອງປະເທດ ໄດ້ຮັບການພັດທະນາກ້າວຂຶ້ນຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ແລະ ລາຍໄດ້ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຈາກລະດັບ 207 ໂດລາຕໍ່ຄົນ ໃນປີ 1990 ເປັນ 2.664 ໂດລາຕໍ່ຄົນ ໃນປີ 2020, ຈາກມີຄອບຄົວພຽງ 10% ໄດ້ຊົມໃຊ້ໄຟຟ້າ ໃນປີ 1975 ເປັນ 95% ໃນປັດຈຸບັນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ຜົນສໍາເລັດອັນພົ້ນເດັ່ນຕະຫຼອດ 45 ປີສັງລວມໄດ້ດັ່ງນີ້:ລະບົບການວາງແຜນໄດ້ມີການເຕີບໃຫຍ່ເຂັ້ມແຂງ ເຊິ່ງສາມາດແບ່ງອອກເປັນ 2 ໄລຍະຍຸດທະສາດ ຄື: ໄລຍະທີ 1 ແຕ່ປີ 1976 – 1985 ໄດ້ນໍາໃຊ້ແຜນການຕາມກົນໄກລວມສູນ ເຊິ່ງເປັນການວາງແຜນກໍານົດທຸກຕົວເລກຄາດໝາຍ. ໃນນັ້ນ, ປະກອບມີແຜນການປີ 1976 – 1977 ເຊິ່ງແມ່ນແຜນການປະຈໍາປີຄັ້ງທໍາອິດຂອງ ສປປ ລາວ, ແຜນການ 3 ປີ ໄລຍະ 1978 – 1980 ແລະ ແຜນການ 5 ປີ ຄັ້ງທີ I ໄລຍະ 1981 – 1985.

ເປົ້າໝາຍຕົ້ນຕໍຂອງແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະດັ່ງກ່າວແມ່ນເພື່ອຮໍາບາດແຜສົງຄາມ, ປົກປັກຮັກສາປະເທດຊາດ ແລະ ລະບອບໃໝ່ໃຫ້ໝັ້ນຄົງ ແລະ ຟື້ນຟູພື້ນຖານໂຄງລ່າງເສດຖະກິດ – ສັງຄົມ ທີ່ຖືກທໍາລາຍມ້າງເພຈາກສົງຄາມ ແນໃສ່ບູລະນະ ແລະ ຟື້ນຟູການຜະລິດກະສິກໍາ ເປັນຕົ້ນຟື້ນຟູນາເຮື້ອ ແລະ ຊ່າວນາໃໝ່, ສ້າງເງື່ອນໄຂໃຫ້ປະຊາຊົນທໍາມາຫາກິນ, ຟື້ນຟູໂຮງຈັກ – ໂຮງງານ ເພື່ອຮັບໃຊ້ການຜະລິດ ເຊັ່ນ: ໂຮງງານໄຟຟ້າ, ໂຮງງານນໍ້າປະປາ, ໂຮງງານສ້ອມແປງກົນຈັກ, ໂຮງງານປຸງແຕ່ງອາຫານ, ໂຮງງານຕໍ່າແຜ່ນ, ສ້ອມແປງ ແລະ ຟື້ນຟູລະບົບຄົມມະນາຄົມ – ຂົນສົ່ງ ເພື່ອຮັບປະກັນການຈໍລະຈອນສິນຄ້າ ແລະ ການສັນຈອນໄປ – ມາສະດວກສະບາຍ, ກໍ່ສ້າງສ້ອມແປງ ແລະ ບູລະນະພື້ນຖານໂຄງລ່າງຈໍານວນໜຶ່ງທີ່ຖືກທໍາລາຍຈາກສົງຄາມຄືນໃໝ່.

ມາຮອດປີ 1980 ສາມາດລຶບລ້າງການກືກໜັງສືຂອງປະຊາຊົນໄດ້ 80%, ວຽກງານການສຶກສາ ແລະ ສາທາລະນະສຸກ ກໍໄດ້ຮັບການປັບປຸງໃນລະດັບດີສົມຄວນ, ສິ່ງສໍາຄັນທີ່ສຸດກໍແມ່ນການປະຕິບັດທິດນໍາຂອງພັກ ໃນການຫັນສູ່ເພື່ອນມິດດ້ານຕາເວັນອອກ.

ໄລຍະທີ 2 ມາຮອດປີ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໄດ້ປະກາດນໍາໃຊ້ກົນໄກເສດຖະກິດໃໝ່ເຂົ້າໃນການພັດທະນາປະເທດ. ສະນັ້ນ, ແຜນພັດທະນາເສດຖະກິດ – ສັງຄົມ ໄດ້ປ່ຽນຈາກແຜນການລວມສູນມາເປັນແຜນການຕາມກົນໄກເສດຖະກິດຕະຫຼາດ ໂດຍມີການນໍາພາຂອງພັກ ແລະ ຄຸ້ມຄອງຂອງລັດ.

ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ.

+ ໄລຍະ 1991 – 1995 ເຕີບໂຕ 6,4% ຕໍ່ປີ

+ ໄລຍະ 1996 – 2000 ເຕີບໂຕ 6,2% ຕໍ່ປີ

+ ໄລຍະ 2001 – 2005 ເຕີບໂຕ 6,3% ຕໍ່ປີ

+ ໄລຍະ 2006 – 2010 ເຕີບໂຕ 7,9% ຕໍ່ປີ

+ ໄລຍະ 2011 – 2015 ເຕີບໂຕ 7,9% ຕໍ່ປີ

+ ໄລຍະ 2016 – 2020 ເຕີບໂຕ 5,8% ຕໍ່ປີ.

ລວມຍອດຜະລິດຕະພັນພາຍໃນ ( GDP ) ຕໍ່ຫົວຄົນໄດ້ເພີ່ມຂຶ້ນ 13 ເທື່ອ ຈາກລະດັບ 207 ໂດລາຕໍ່ຄົນ ໃນປີ 1990 ເປັນ 2.664 ໂດລາຕໍ່ຄົນ ໃນປີ 2020.

ໂຄງປະກອບເສດຖະກິດຂອງປະເທດ ໄດ້ມີການຫັນປ່ຽນຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ ຄື: ໂຄງປະກອບຂອງຂະແໜງການກະສິກໍາ ແລະ ປ່າໄມ້ ຫຼຸດລົງຈາກ 60,7% ໃນປີ 1990 ເປັນ 15,1% ຂອງລວມຍອດຜະລິດຕະພັນພາຍໃນທັງໝົດ ໃນປີ 2020, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນຈາກ 14,4% ໃນປີ 1990 ເປັນ 32% ໃນປີ 2020 ແລະ ຂະແໜງບໍລິການເພີ່ມຂຶ້ນຈາກ 24,1% ໃນປີ 1990 ເປັນ 41,7% ໃນປີ 2020.

▶ ຕານ່າງເສັ້ນທາງທົ່ວປະເທດບັນລຸ 58.254 ກິໂລແມັດ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ຕະຫຼອດໄລຍະ 45 ປີ ຕານ່າງຄົມມະນາຄົມ ໄດ້ຮັບການກໍ່ສ້າງ ປັບປຸງ ແລະ ຍົກລະດັບຢ່າງຕໍ່ເນື່ອງ ເຮັດໃຫ້ມາຮອດປັດຈຸບັນຕານ່າງເສັ້ນທາງທົ່ວປະເທດ ບັນລຸ 58.254 ກິໂລແມັດ, ເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ, ໃນນັ້ນມີທາງປູຢາງໄປເຖິງ 144 ເມືອງ ທຽບໃສ່ປີ 1975 ຄວາມຍາວຂອງເສັ້ນທາງບົກຢູ່ລາວ ມີພຽງ 7.400 ກິໂລແມັດ.

▶ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ກ່ອນປີ 1975 ວຽກງານພະລັງງານຢູ່ປະເທດເຮົາ ແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງ    ໃຫຍ່ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ກວມເອົາພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນ ທີ່ໄດ້ໃຊ້ໄຟຟ້າ.

ມາຮອດປັດຈຸບັນສາມາດສະໜອງໄຟຟ້າໄດ້ 100% ຢູ່ໃນທຸກເທສະບານແຂວງ, ນະຄອນຫຼວງ, ເທສະບານເມືອງ ແລະ ນະຄອນ; 93% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄອບຄົວ ໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

▶ ອັດຕາການຊົມໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືຫຼາຍເຖິງ 6 ລ້ານເລກໝາຍ

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ກ່າວວ່າ: ຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ມີບົດບາດສໍາຄັນໃນການຂັບເຄື່ອນ ແລະ ຊຸກຍູ້ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ຂະແໜງ ປທສ ກາຍເປັນຂະແໜງການຢູ່ແຖວໜ້າທີ່ສ້າງລາຍຮັບເຂົ້າງົບປະມານໃຫ້ລັດ; ປັດຈຸບັນມີສາຍສົ່ງຍາວກວ່າ 90 ພັນກິໂລແມັດ, ມີສະຖານີຮັບສົ່ງສັນຍານມືຖືເກືອບ 8 ພັນຈຸດ, ອັດຕາການຊົມໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືຫຼາຍເຖິງ 6 ລ້ານເລກໝາຍ, ຜູ້ນໍາໃຊ້ສື່ສັງຄົມອອນລາຍ ມີ 2,4 ລ້ານ ກວມເອົາ 65% ຂອງຈໍານວນພົນລະເມືອງ.