ກະຊວງ ກປ ເນັ້ນເອົາໃຈໃສ່ 4 ຂໍ້ ຄວບຄຸມອະຫິວາໝູອາຟຣິກາ

275

ພະຍາດອະຫິວາໝູອາຟຣິກາ ໄດ້ກັບຄືນລະບາດຮອບ 2 ໃນ ສປປ ລາວ, ເຊິ່ງປີນີ້ພົບແລ້ວ 43 ບ້ານ, 15 ເມືອງໃນ 7 ແຂວງ. ເພື່ອປ້ອງກັນ ແລະ ຄວບຄຸມ ຮອງລັດຖະມົນຕີກະຊວງ ກປ ເນັ້ນໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ເອົາໃຈໃສ່ 4 ຂໍ້ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.

ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 16 ຕຸລາ 2020.

ທ່ານກ່າວວ່າ: ສປປ ລາວ ໄດ້ພົບພະຍາດອະຫິວາໝູອາຟຣິກາ ໃນວັນທີ 17 ພຶດສະພາ 2019 ແລະ ຮອດເດືອນພະຈິກ 2019 ພະຍາດໄດ້ແຜ່ອອກໄປສູ່ 170 ບ້ານ ຢູ່ 57 ເມືອງ ຂອງ 18 ແຂວງໃນຂອບເຂດທົ່ວປະເທດ ເຊິ່ງເປັນຮອບທໍາອິດມີໝູຕິດເຊື້ອຕາຍເຖິງ 16.576 ໂຕ ແລະ ໄດ້ຂ້າທຳລາຍໝູ 4.689 ໂຕ.

ມາໃນປີ 2020 ພະຍາດນີ້ໄດ້ກັບຄືນລະບາດອີກຮອບ 2, ຕັ້ງແຕ່ເດືອນມິຖຸນາ ຫາ ເດືອນຕຸລາ ພົບການລະບາດຢູ່ 43 ບ້ານ ໃນ 15 ເມືອງ ຂອງ 7 ແຂວງ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຜົ້ງສາລີ ແລະ ແຂວງ ບໍ່ແກ້ວ ເຊິ່ງການລະບາດໄດ້ມີໝູຕາຍ 2.198 ໂຕ ແລະ ໄດ້ຂ້າທຳລາຍໝູ 2.147 ໂຕ ທັງໝົດແມ່ນເປັນການແຜ່ລະບາດໃນລະບົບການລ້ຽງໝູແບບຄອບຄົວຂອງຊາວກະສິກອນຜູ້ລ້ຽງໝູຂະໜາດນ້ອຍທີ່ມີການລ້ຽງແບບທໍາມະຊາດ ແລະ ລະບົບຄວາມປອດໄພທາງດ້ານຊີວະພາບຕໍ່າ. ຍິ່ງໄປກວ່ານັ້ນ, ການຊື້ໝູມາລ້ຽງໃໝ່ມາຈາກແຫຼ່ງທີ່ເກີດພະຍາດລະບາດເຮັດໃຫ້ມີການແຜ່ລາມສູ່ວົງກວ້າງ.

ພາຍຫຼັງຄົ້ນພົບການລະບາດທີ່ຜ່ານມາ ກະຊວງ ກປ ໄດ້ສົມທົບກັບອົງການປົກຄອງແຂວງ ປະກາດເປັນເຂດພະຍາດລະບາດ, ຫ້າມເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ, ເຮັດການບັນທຶກຈໍານວນສັດລະອຽດ ແລະ ຂ້າທໍາລາຍ ພ້ອມທັງເຮັດການອະນາໄມ ແລະ ຂ້າເຊື້ອ; ຈັດຕັ້ງທີມວິຊາການລົງສືບສວນຕິດຕາມເຝົ້າລະວັງ, ເຂັ້ມງວດໃນການກວດກາຕາມຈຸດດ່ານ, ຝຶກອົບຮົມຕານ່າງລະບາດວິທະຍາ ເພື່ອເຮັດໜ້າທີ່ເກັບຕົວຢ່າງ ແລະ ລາຍງານຂໍ້ມູນການເຈັບ, ການຕາຍຂອງສັດ ຕໍ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.

ມາຮອດປັດຈຸບັນຕາມການລາຍງານຂອງສູນວິໄຈພະຍາດສັດ ການລະບາດຂອງພະຍາດແມ່ນຫຼຸດລົງແລ້ວ. ສະນັ້ນ, ຈຶ່ງຂໍຝາກຂ່າວເຖິງປະຊາຊົນ, ພະນັກງານ, ພໍ່ຄ້າຊາວຂາຍບໍ່ໃຫ້ແຕກຕື່ນຈົນເກີນເຫດ; ຍັງສາມາດບໍລິໂພກຊີ້ນໝູໄດ້ຢ່າງປອດໄພ ແລະ ຂ່າວລືວ່າປະເທດລາວ ໄດ້ຮັບຜົນກະທົບຢ່າງໜັກຈາກພະຍາດອະຫິວາໝູອາຟຣິການັ້ນ ແມ່ນບໍ່ມີມູນ ຄວາມຈິງ ພະຍາດອະຫິວາໝູບໍ່ສາມາດຕິດຕໍ່ໃສ່ຄົນ.

ແຕ່ຢ່າງໃດກໍຕາມ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຍັງໄດ້ແນະນໍາໃຫ້ເອົາໃຈໃສ່ປະຕິບັດມາດຕະການທີ່ລັດວາງອອກ ເຊັ່ນ:

ສໍາລັບຜູ້ລ້ຽງໝູ: ໃຫ້ຈິງໃຈແຈ້ງ ຫຼື ລາຍງານການຈັດຕັ້ງ ຫຼື ອົງການບໍລິຫານ ແລະ ພາກວິຊາການໂດຍໄວ ເພື່ອໃຫ້ພາກສ່ວນກ່ຽວຂ້ອງມາເກັບຕົວຢ່າງສົ່ງໄປກວດຢູ່ສູນວິໄຈພະຍາດສັດສູນກາງ, ຫ້າມຄົວໝູເຈັບ ຫຼື ຕາຍດ້ວຍຕົນເອງ ເຊິ່ງອາດເຮັດໃຫ້ເລືອດໝູປົນເປື້ອນສູ່ສະພາບແວດລ້ອມ ອາດເປັນການນໍາເອົາເຊື້ອພະຍາດແຜ່ຂະຫຍາຍໄປຫາໝູໂຕອື່ນ, ໃຫ້ດໍາເນີນການຝັງໝູຕາຍ ແລະ ອະນາໄມສະຖານທີ່ໆສົງໄສ ແລະ ຂ້າເຊື້ອໃຫ້ຖືກຕ້ອງຕາມຄໍາແນະນໍາຂອງວິຊາການ.

ຜູ້ຄ້າຂາຍໝູເປັນ: ໃຫ້ພະຍາຍາມຕິດຕາມ ແລະ ປະຕິບັດຕາມຂ່າວສານ ແລະ ຂໍ້ມູນການເກີດ ແລະ ລະບາດພະຍາດ ໂດຍບໍ່ເຮັດການຊື້ – ຂາຍ ແລະ ເຄື່ອນຍ້າຍສັດ ( ໝູ ) ຢູ່ພາຍໃນ ແລະ ເຄື່ອນຍ້າຍອອກນອກເຂດລະບາດຢ່າງເດັດຂາດ.

ຜູ້ຄ້າຂາຍຊີ້ນ ແລະ ຜະລິດຕະພັນຈາກໝູ: ໃຫ້ພະຍາຍາມຕິດຕາມ ແລະ ປະຕິບັດຕາມຂ່າວສານ ແລະ ຂໍ້ມູນການເກີດ ແລະ ລະບາດພະຍາດ ໂດຍບໍ່ເຮັດການຊື້ – ຂາຍ ແລະ ເຄື່ອນຍ້າຍຊີ້ນ ແລະ ຜະລິດຕະພັນຈາກໝູທັງຢູ່ພາຍໃນ ແລະ ເຄື່ອນຍ້າຍອອກນອກເຂດລະບາດຢ່າງເດັດຂາດ.

ຜູ້ບໍລິໂພກ: ໃຫ້ຕິດຕາມຂ່າວສານ ແລະ ຂໍ້ມູນການເກີດການລະບາດພະຍາດ ເພື່ອຊ່ວຍໃນການຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດ ( ໝູ ) ອອກຈາກພື້ນທີ່ເກີດການລະບາດພະຍາດ ແລະ ຫ້າມບໍ່ໃຫ້ນໍາເອົາສັດຈາກເຂດເກີດພະຍາດລະບາດໄປຂ້າແປຮູບ ເພື່ອການຄ້າຂາຍ ຫຼື ເປັນອາຫານ ແລະ ເພື່ອການປຸງແຕ່ງເປັນຜະລິດຕະພັນຕ່າງໆ. ພ້ອມກັນນັ້ນ, ກໍຕ້ອງລາຍງານ ຫຼື ແຈ້ງໃຫ້ພາກສ່ວນວິຊາການ ແລະ ການຈັດຕັ້ງກ່ຽວຂ້ອງ. ນອກນັ້ນ, ການບໍລິໂພກຊີ້ນໝູທຸກຄັ້ງແມ່ນຕ້ອງມີການປຸງແຕ່ງໃຫ້ສຸກດີເສຍກ່ອນ.

ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຂະແໜງລ້ຽງສັດ ແລະ ການປະມົງໃນຂອບເຂດທົ່ວປະເທດເອົາໃຈໃສ່ 4 ຂໍ້ຄື: 1). ສືບຕໍ່ເກັບກໍາ ຕິດຕາມ ແລະ ສັງລວມຂໍ້ມູນການລ້ຽງສັດທຸກຊະນິດ ( ໂດຍສະເພາະການລ້ຽງໝູ ) ເພດ, ລຸ້ນ, ອາຍຸ, ການເກີດ, ການຕາຍໃຫ້ໄດ້ລະອຽດ ເພື່ອເປັນພື້ນຖານໃນການວາງແຜນດໍາເນີນການຕອບໂຕ້ໃຫ້ທັນການ; 2). ສືບຕໍ່ປັບປຸງຕານ່າງການເຝົ້າລະວັງໃນທຸກລະດັບຂັ້ນໃຫ້ມີຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານໃນເວລາປົກກະຕິ ແລະ ພ້ອມທີ່ຈະປະຕິບັດວຽກງານຕອບໂຕ້ເວລາເກີດພະຍາດລະບາດ; 3). ເອົາໃຈໃສ່ເຜີຍແຜ່ຂໍ້ມູນ – ຂ່າວສານ ກ່ຽວກັບຄວາມອັນຕະລາຍ ແລະ ຄວາມຮ້າຍແຮງຂອງພະຍາດອະຫິວາໝູອາຟຣິກາ ໃຫ້ແກ່ຊາວກະສິກອນ, ຜູ້ຄ້າຂາຍສັດ ( ໝູ ), ຜູ້ຄ້າຂາຍຜະລິດຕະພັນຈາກສັດ ( ໝູ ) ແລະ ຕະຫຼອດຮອດຜູ້ບໍລິໂພກ ຫຼື ປະຊາຊົນທົ່ວໄປໄດ້ຮັບຮູ້ ແລະ ເຂົ້າໃຈ; 4). ກວດຄືນ ແລະ ກະກຽມສານເຄມີໃນການບົ່ງມະຕິພະຍາດສັດໃຫ້ພຽງພໍ.