ເຈົ້າໜ້າທີ່ການຄ້າໄດ້ທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ ແລະ ເຄື່ອງປຸງແຕ່ງອາຫານມີເຄື່ອງໝາຍການຄ້າເສສວນ ທີ່ປອມແປງ – ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ມູນຄ່າຫຼາຍ ກວ່າ 200 ລ້ານກີບ.
ພິທີທຳລາຍສິນຄ້າດັ່ງກ່າວ ມີຂຶ້ນໃນວັນທີ 9 ກັນຍາ 2020 ທີ່ສະໜາມຂີ້ເຫຍື້ອ ຫຼັກ 32, ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ວິລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ກົມການຄ້າພາຍໃນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການທໍາລາຍສິນຄ້າທີ່ປອມແປງ – ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍສິນຄ້າປະເພດແກ່ນຕາເວັນອົບແຫ້ງ ຍີ່ຫຍໍ້ GNQ ແລະ ເຄື່ອງປຸງອາຫານປະເພດ ແຈ່ວເສສວນ ທີ່ບໍ່ໄດ້ຄຸນນະພາບ ແລະ ທໍາການຜະລິດບໍ່ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງຊອງເປົ່າ ລວມມູນຄ່າ 208.405.000 ກີບ.
ສິນຄ້າດັ່ງກ່າວເຈົ້າໜ້າທີ່ກວດກາການຄ້າໄດ້ລົງຕິດຕາມ, ກວດກາເປົ້າໝາຍພົບທີ່ໂຮງງານອັດຮ່າຍ ແລະ ປຸງແຕ່ງອາຫານຢູ່ບ້ານແກ້ງໄຄ້ ເມືອງໄຊທານີ ແລະ ຮ້ານຈຳໜ່າຍສິນຄ້າຂອງໂຮງງານດັ່ງກ່າວຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນວັນທີ 16 ມິຖຸນາ 2020 ຜ່ານມາ ເຊິ່ງໂຮງງານດັ່ງກ່າວໄດ້ນໍາໃຊ້ໃບທະບຽນວິສາຫະກິດບໍລິສັດຜະລິດຕະພັນອາຫານຢົງລີ ວຽງຈັນ ຈໍາກັດຜູ້ດຽວ ມີການຜະລິດແກ່ນຕາເວັນອົບແຫ້ງ ແລະ ແຈ່ວເສສວນ ໂດຍບໍ່ໄດ້ຮັບອະນຸຍາດການດຳເນີນທຸລະກິດການຜະລິດຈາກຂະແໜງອຸດສາຫະກໍາ, ບໍ່ມີໃບຢັ້ງຢືນ ອຢ ຈາກຂະແໜງສາທາລະນະສຸກ ຈຶ່ງບໍ່ຮັບປະກັນທາງດ້ານຄຸນນະພາບ. ນອກນັ້ນ, ໃນຊອງບັນຈຸແກ່ນຕາເວັນຍັງລະບຸແອບອ້າງຊື່ຂອງບໍລິສັດນຳເຂົ້າອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຊອງບັນຈຸແຈ່ວເສສວນ ກໍໃສ່ຮູບຄືກັບແຈ່ວທີ່ນໍາເຂົ້າ ຈຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດແຫຼ່ງທີ່ມາຖືວ່າເປັນການຫຼອກລວງຜູ້ຊົມໃຊ້.
ສະນັ້ນ, ຄະນະລົງກວດກາ ຈຶ່ງໄດ້ຢຶດສິນຄ້າ ແລະ ຂອງກາງທັງໝົດ ປະກອບມີ:
ແກ່ນຕາເວັນອົບແຫ້ງຍີ່ຫໍ້ ( GNQ ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ.
ເຄື່ອງປຸງອາຫານປະເພດແຈ່ວເສສວນ 201 ແກັດ.
ແກ່ນຕາເວັນຍັງບໍ່ທັນບັນຈຸ 105 ກິໂລ.
ຖົງເປົ່າບັນຈຸແກ່ນຕາເວັນ ແລະ ແຈ່ວເສສວນ 22 ເປົາ.
ລວມມູນຄ່າທັງໝົດ ປະມານ 208.405.000 ກີບ ໄດ້ທຳລາຍຖິ້ມຕາມລະບຽບການ; ສ່ວນໂຮງງານດັ່ງກ່າວທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃສ່ມາດຕະການຕາມລະບຽບກົດໝາຍ.