ອຸປະສັກຂອງຜູ້ປະກອບການຂະໜາດນ້ອຍ ແລະ ກາງ ທີ່ຕອບສະໜອງສິນຄ້າ ແລະ ບໍລິການໃຫ້ບໍລິສັດໃຫຍ່

533

ຜະລິດຕະພັນຈາກຜູ້ປະກອບການຂະໜາດນ້ອຍ ແລະ ກາງ ( SMEs ) ຂອງຄົນລາວ ຜ່ານມາຍັງເຮັດພໍໃຜພໍລາວ ຂາດການລວມເປັນກຸ່ມ ຫຼື ມີກຸ່ມແລ້ວ ແຕ່ຂາດການຕິດຕາມ ພາໃຫ້ມີຂໍ້ເສຍປຽບຫຼາຍດ້ານ ນັບແຕ່ປະສິດທິພາບການຜະລິດ, ຕົ້ນທຶນການຜະລິດ ແຂ່ງຂັນກັບສິນຄ້ານໍາເຂົ້າບໍ່ໄດ້ ສ່ວນວິທີແກ້ໄຂຕ້ອງມີການບໍລິຫານຈັດການໃນກຸ່ມທີ່ດີກໍມີອໍານາດໃນການຕໍ່ລອງ ແລະ ສາມາດເຊື່ອມໂຍງກັບຕ່ອງໂສ້ການຜະລິດສາກົນໄດ້.

ອີງຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ໂດຍ ທ່ານ ປອ. ຈັນຜາສຸກ ວິດາວົງ ຮ່ວມກັບພະແນກຄົ້ນຄວ້ານະໂຍບາຍການຄ້າ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ໂດຍສະເພາະພາກສະຫຼຸບ ໃຫ້ຮູ້ວ່າ: ຈາກການສຶກສາ ແລະ ຂໍ້ມູນທີ່ມີຄັ້ງນີ້ສາມາດສະຫຼຸບໄດ້ວ່າປັດໄຈທີ່ຈະຊ່ວຍໃຫ້ທຸລະກິດ SMEs ຂອງຄົນລາວ ມີໂອກາດເຂົ້າຮ່ວມກັບຕ່ອງໂສ້ການຜະລິດກັບສາກົນປະກອບ ມີ:

ກ. ຂະໜາດຂອງທຸລະກິດ ( ແຮງງານ ແລະ ທຶນ ).

ຂ. ປະສິດທິຜົນການເຮັດວຽກທີ່ກ່ຽວຂ້ອງກັບການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການດໍາເນີນທຸລະກິດ.

ຄ. ສາຂາວິຊາທີ່ຮຽນຈົບຂອງຜູ້ປະກອບການ SMEs.

ງ. ປະເພດຂອງທຸລະກິດ ( ທຸລະກິດຫຸ້ນສ່ວນລະຫວ່າງຄົນລາວກັບຕ່າງປະເທດ ), ຂະແໜງບໍລິການ, ທຸລະກິດທີ່ມີການແລກປ່ຽນກິດຈະກໍາທາງທຸລະກິດທີ່ດີກັບຜູ້ສະໜອງ.

ในภาพอาจจะมี 1 คน

ຜົນຂອງການສຶກສາຈໍາ ນວນໜຶ່ງໄດ້ສອດຄ່ອງກັບບົດຄົ້ນຄວ້າທີ່ຜ່ານມາ ເຊັ່ນ: ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ ( 2010 ) ກໍລະນີສຶກສາຂອງລາວ. ນອກຈາກນັ້ນ, ກໍມີບົດສຶກສາຂອງສາກົນ ເປັນຕົ້ນແມ່ນ: Arudchelyan ແລະ Wignaraja ( 2015 ); Wignaraja ( 2013 ); Srinivasan ແລະ Archana ( 2011 ) ແລະ Harvie, Narjoko ແລະ Oum ( 2010 ); ແຕ່ກໍມີຕົວປ່ຽນໃໝ່ທີ່ໄດ້ນໍາມາຕີລາຄາ, ມີກໍລະນີສຶກສາ ແລະ ມີຂໍ້ມູນສະໜັບສະໜູນຫຼາຍກວ່າເກົ່າ ເພື່ອໃຫ້ການວິເຄາະສົມບູນ ແລະ ກວມລວມຂຶ້ນຕື່ມ ໂດຍສະເພາະແມ່ນສາຂາການຮຽນຂອງຜູ້ປະກອບການ, ການແລກປ່ຽນຂໍ້ມູນ – ຂ່າວສານກັບຄູ່ຮ່ວມທຸລະກິດ, ລະດັບພາສາອັງກິດຂອງພະນັກງານ ແລະ ປະເມີນ ຄວາມສໍາຄັນຜົນກະທົບກ່ຽວກັບປະສິດທິຜົນຂອງວຽກງານອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການດໍາເນີນທຸລະກິດ.

ສັງເກດເຫັນວ່າທຸລະກິດ SMEs ມີອຸປະສັກຫຼາຍພໍສົມຄວນທີ່ຈະຕອບສະໜອງສິນຄ້າ ແລະ ບໍລິການຕາມມາດຕະຖານຂອງບໍລິສັດໃຫຍ່ຕ້ອງການ ເປັນຕົ້ນແມ່ນການບໍລິຫານການສະໜອງທີ່ມີປະສິດທິຜົນດີ, ການສ້າງຄວາມໄດ້ປຽບທາງດ້ານຕົ້ນທຶນການຜະລິດ ແລະ ມີຄຸນນະພາບສິນຄ້າດີໄປພ້ອມກັນ, ມີໃບຢັ້ງຢືນມາດຕະຖານການຜະລິດ, ມີສະພາບຄ່ອງທາງການເງິນໄດ້ ແລະ ອື່ນໆ ໂດຍສະເພາະແມ່ນການຟື້ນຕົວຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19, ນີ້ເປັນບັນຫາຫຼັກຂອງການດໍາເນີນທຸລະກິດໃນລາວ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ. ດັ່ງນັ້ນ, ຖ້າປາສະຈາກການສະໜັບສະໜູນຂອງພາຍນອກໃນໄລຍະຕົ້ນຂອງການເຊື່ອມໂຍງແລ້ວ ໂດຍສະເພາະແມ່ນນະໂຍບາຍ ແລະ ມາດຕະການໃນການຈັດຕັ້ງປະຕິບັດທີ່ມີປະສິດທິຜົນກໍຈະເຮັດໃຫ້ການຂະຫຍາຍຕົວ ແລະ ການກ້າວກະໂດດຂອງທຸລະກິດຂອງລາວໃນການພັດທະນາ, ການປັບປຸງເຕັກໂນໂລຊີ ແລະ ການນໍາໃຊ້ນະວັດຕະກໍາໃໝ່ຈາກພາຍນອກກໍຈະຊ້າ ຫຼື ຍາດແຍ່ງບໍ່ໄດ້.

ในภาพอาจจะมี 3 คน, ผู้คนกำลังนั่ง และสถานที่กลางแจ้ง

ຂໍ້ສະເໜີແນະດ້ານວິຊາການບາງທັດສະນະທາງດ້ານວິຊາການ ເພື່ອຊ່ວຍເປັນແນວທາງໃນການວາງນະໂຍບາຍ ຫຼື ອາດຈະເປັນການສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍທີ່ມີຢູ່ແລ້ວ ເພື່ອຊ່ວຍທຸລະກິດພາຍໃນ ແລະ ທັງເປັນການສ້າງແຮງຈູງໃຈທີ່ເໝາະສົມໃຫ້ແກ່ບໍລິສັດໃຫຍ່ ແລະ ບໍລິສັດຂ້າມຊາດນໍາໃຊ້ວັດຖຸດິບ ແລະ ຮ່ວມທຸລະກິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໄລຍະຟື້ນຕົວຂອງທຸລະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງມີລາຍລະອຽດດັ່ງພາກຕໍ່ໄປນີ້:

1. “ ການສ້າງຄວາມເຂົ້າໃຈໃຫ້ແກ່ທຸລະກິດ SMEs ” ເຫັນໄດ້ ຄວາມສໍາຄັນ ແລະ ຜົນປະໂຫຍດຂອງການເຊື່ອມໂຍງເປັນສິ່ງຈໍາເປັນພື້ນຖານທີ່ຈະສ້າງໂອກາດໃນການຮຽນຮູ້ວິທີການບໍລິຫານຈັດການ, ການຖ່າຍໂອນເຕັກໂນໂລຊີ, ການນໍາໃຊ້ນະວັດຕະກໍາໃໝ່ ໂດຍຜ່ານບັນດາໂຄງການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃຫ້ມີປະສິດທິຜົນຫຼາຍຂຶ້ນ ສາມາດເຂົ້າເຖິງຂໍ້ມູນ – ຂ່າວສານດ້ານການຄ້າຢ່າງທົ່ວເຖິງດ້ວຍຫຼາຍຊ່ອງທາງ ( ທາງວິທະຍຸ, ໂທລະພາບ ແລະ ອື່ນໆ ), ການຝຶກອົບຮົມຜູ້ປະກອບການໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການບໍລິຫານຈັດການທີ່ດີ, ການນໍາໃຊ້ການຄ້າຜ່ານທາງເອເລັກໂຕຣນິກ ແລະ ສ້າງນິຕິກໍາ ເພື່ອຮອງຮັບການຄ້າແບບໃໝ່ໃຫ້ທັນກັບສະພາບການເຫຼົ່ານີ້ເປັນຕົ້ນ.

2. “ ສ້າງກຸ່ມທຸລະກິດ, Cluster ” ຈາກຜົນຂອງການສຶກສາຊີ້ໃຫ້ເຫັນວ່າ ຂະໜາດທຸລະກິດແມ່ນມີຄວາມສໍາຄັນໃນການເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນ, ແຕ່ການທີ່ຈະເພີ່ມກໍາລັງການຜະລິດ ຫຼື ຂະໜາດທຸລະກິດທັນທີທັນໃດນັ້ນ ແມ່ນຍັງເປັນຂໍ້ຈໍາກັດ ວນກ. ດັ່ງນັ້ນ, ຈໍາເປັນຕ້ອງສ້າງຄວາມເຂົ້າໃຈໃຫ້ບັນດາ ວນກ ເຫັນໄດ້ຄວາມສໍາຄັນຂອງການຈັດກຸ່ມທຸລະກິດ ພ້ອມທັງສ້າງສິ່ງອໍານວຍຄວາມສະດວກພື້ນຖານ ( ການບໍລິຫານຈັດການພາຍໃນກຸ່ມ ເພື່ອສ້າງຄວາມຍືນຍົງ ) ແລະ ຕ້ອງໄດ້ຕິດຕາມປະເມີນຈາກພາກສ່ວນກ່ຽວຂ້ອງໃຫ້ຫຼາຍຂຶ້ນ, ຜ່ານມາກໍສັງເກດເຫັນວ່າມີການສ້າງກຸ່ມແດ່ແລ້ວ ເຊັ່ນ: ຮູບແບບຂອງສະມາຄົມທຸລະກິດ ( ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ), ກຸ່ມສະຫະກອນ ( ກະສິກໍາອິນຊີ, ທຸລະກິດເຂົ້າ ), ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ອື່ນໆ ແຕ່ຍັງສັງເກດເຫັນວ່າການຕິດຕາມ ແລະ ປະເມີນຜົນໄດ້ຮັບຍັງບໍ່ທັນເປັນປົກກະຕິ ແລະ ບໍ່ ກວ້າງຂວາງເທື່ອ ເພື່ອຮັບປະກັນ ຄວາມຍືນຍົງ ຖ້າຫາກກຸ່ມໃດມີການບໍລິຫານຈັດການທີ່ດີກໍມີອໍານາດໃນການຕໍ່ລອງ ແລະ ສາມາດເຊື່ອມໂຍງກັບຕ່ອງໂສ້ການຜະລິດສາກົນໄດ້. ໃນຂະນະດຽວກັນ, ສະມາຊິກພາຍໃນກຸ່ມກໍຈະມີໂອກາດໃນການຮຽນຮູ້ສິ່ງໃໝ່, ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ຈາກພາຍນອກເຂົ້າໃນການຜະລິດ ແລະ ການບໍລິການຂອງຕົນໃຫ້ດີຂຶ້ນ ແລະ ສາມາດແຂ່ງຂັນໄດ້ໃນອະນາຄົດ.