ເງິນກີບຍັງສືບຕໍ່ອ່ອນຄ່າ

657

ອັດຕາແລກປ່ຽນໃນຮອບເດືອນກໍລະກົດ ເຖິງ 10 ສິງຫາ 2020 ເຫັນວ່າເງິນກີບຍັງອ່ອນຄ່າເມື່ອທຽບກັບເງິນບາດ ແລະ ເງິນໂດລາສະຫະລັດ ຍ້ອນການສະໜອງສິນຄ້າບໍ່ພຽງພໍກັບ ຄວາມຕ້ອງການພາຍໃນ, ບວກກັບຄວາມຕ້ອງການເງິນຕາຕ່າງປະເທດທີ່ເພີ່ມຂຶ້ນຫຼາຍ ແຕ່ການສະໜອງຍັງບໍ່ສົມດຸນ.

ຂະນະທີ່ຜູ້ວ່າການທະນາຄານແຫ່ງ ສປປ ລາວກ່າວຕໍ່ສະພາເມື່ອເດືອນມິຖຸນາວ່າ ທຸກພາກສ່ວນຕ້ອງສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.

ອີງຕາມອັດຕາແລກປ່ຽນປະຈຳວັນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈະສັງເກດເຫັນວ່າເງິນກີບຍັງສືບຕໍ່ອ່ອນຄ່າໃນຮອບເດືອນຜ່ານມາ; ໃນນີ້ເງິນກີບທຽບກັບເງິນບາດໃນວັນທີ 1 ກໍລະກົດຢູ່ໃນລະດັບ 316,28 ກີບຕໍ່ 1 ບາດ ອ່່ອນຄ່າລົງເປັນ 318,03 ກີບ ໃນວັນທີ 31 ກໍລະກົດ; ສ່ວນເປີດເດືອນສິງຫາໃນວັນທີ 3 ຢູ່ໃນລະດັບ 318,8 ກີບ ແລະ ເປັນ 319,71 ກີບຕໍ່ 1 ບາດ ໃນວັນທີ 10 ສິງຫາ 2020.

ສ່ວນຂອງອັດຕາແລກປ່ຽນເງິນກີບທຽບກັບເງິນໂດລາ ກໍມີລັກສະນະອ່ອນຄ່າລົງຈາກລະດັບ 9.043 ກີບຕໍ່ 1 ໂດລາ ໃນວັນທີ 1 ກໍລະກົດ ເປັນ 9.069 ກີບຕໍ່ 1 ໂດລາ ເມື່ອສິ້ນສຸດເດືອນກໍລະກົດ. ກ່ອນທີ່ຈະເລີ່ມຕົ້ນເດືອນສິງຫາໃນວັນທີ 3 ທີ່ລະດັບ 9.079 ກີບຕໍ່ 1 ໂດລາ ແລະ ເປັນ 9.089 ກີບຕໍ່ 1 ໂດລາ ໃນວັນທີ 10 ສິງຫາ 2020.

ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະພາແຫ່ງຊາດເມື່ອເດືອນມິຖຸນາ ຜ່ານມາວ່າ: ເພື່ອຫຼຸດຜ່ອນຄວາມກົດດັນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຫຼາຍມາດຕະການ ເຊັ່ນ:

-ທະນາຄານແຫ່ງ ສປປ ລາວ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບ ທະນາຄານກາງ ຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານ ກາງຂອງປະເທດຄູ່ຄ້າ
ອື່ນເພີ່ມຕື່ມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ.

-ພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.

ไม่มีคำอธิบายรูปภาพ

-ທະນາຄານ ແຫ່ງ ສປປ ລາວ ຈະປະສານກັບພາກສ່ວນທີ່ຮັບຜິດຊອບໃນການສໍາຫຼວດ, ຄົ້ນຄວ້າ, ພິຈາລະນາຄືນໂກຕານໍາເຂົ້າສິນຄ້າທີ່ຈໍາເປັນໃຫ້ຢູ່ໃນລະດັບທີ່ສອດຄ່ອງເໝາະສົມກັບສະພາບຄວາມຕ້ອງການແຕ່ລະໄລຍະຢ່າງແທ້ຈິງ ເພື່ອຫຼຸດຜ່ອນປາກົດການນໍາເຂົ້າສິນຄ້າ ເພື່ອກັກຕຸນເກີນຄວາມຈໍາເປັນ, ສ້າງແຮງກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຂຶ້ນ ແນໃສ່ເພື່ອດັດສົມການນໍາເຂົ້າສິນຄ້າບຸລິມະສິດໃຫ້ໄດ້ຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນຢ່າງແທ້ຈິງ.

-ທຸກພາກສ່ວນຕ້ອງສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ບໍ່ຈໍາເປັນ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນມີທ່າແຮງສາມາດຜະລິດໄດ້ ພ້ອມທັງສ້າງເງື່ອນໄຂອໍານວຍໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນຮອບດ້ານ ແລະ ສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດ ຜະລິດຕະພັນກະສິກໍາປ້ອນໂຮງງານອຸດສາຫະກໍາປຸງແຕ່ງ.

ສ່ວນກະຊວງການເງິນເອງກໍໄດ້ວາງຫຼາຍມາດຕະການສູ້ຊົນເກັບລາຍຮັບໃຫ້ໄປຕາມແຜນການທີ່ສະພາຮັບຮອງໃນໄລຍະ 6 ເດືອນທ້າຍປີ 2020 ເນື່ອງຈາກທີ່ຜ່ານມາ ໄດ້ຜ່ອນຜັນຫຼາຍຂະແໜງການສົມຄວນບໍ່ວ່າຈະເປັນພາສີທີ່ດິນ, ຄ່າທໍານຽມທາງ, ການມອບອາກອນແບບເອເລັກໂຕຣ ນິກ, ພາສີ, ຄ່າພາກຫຼວງ, ຄ່າເຊົ່າສໍາປະທານ, ລັດລົງທຶນ – ລັດຖືຫຸ້ນ ລວມທັງໃຫ້ມີການປັບປຸງວິສາຫະກິດລັດຄືນໃໝ່.

ອີງຕາມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການລະບາດພະຍາດໂຄວິດ – 19 ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລະບຸວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ຜ່ານມານີ້ ການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເຮັດໃຫ້ເສດຖະກິດແຫ່ງຊາດໃນປີ 2020 ອາດຂະຫຍາຍຕົວຕໍ່າສຸດໃນຮອບຫຼາຍທົດສະວັດຜ່ານມາ. ອີງຕາມການຄາດຄະເນຂອງກອງທຶນການເງິນລະຫວ່າງປະເທດ ( IMF ) ເຊິ່ງໄດ້ປະເມີນໃນເດືອນມິຖຸນາຄາດຄະເນເສດຖະກິດໂລກປີ 2020 ຫຼຸດລົງເປັນ -4,9%. ໃນນັ້ນ, ປະເທດໄທ ແມ່ນ -7,7% ແລະ ສປ ຈີນ 1%. ສໍາລັບ ສປປ ລາວ IMF ຄາດໄວ້ໃນເດືອນເມສາ ຢູ່ທີ່ລະດັບ 0,7% ແຕ່ກໍມີຄວາມເປັນໄປໄດ້ສູງທີ່ຈະມີການປະເມີນຄືນໃໝ່ຫຼຸດລົງອີກ.

ສະນັ້ນ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ໃນປີ 2020 ພາກລັດໄດ້ມີບາງນະໂຍບາຍ ເຊັ່ນ: ດ້ານການຄຸ້ມຄອງລາຄາ ແລະ ການຈໍລະຈອນສິນຄ້າທີ່ໄດ້ມີການຄຸ້ມຄອງລາຄາສິນຄ້າ ໂດຍສະເພາະສິນຄ້າອຸປະໂພກທີ່ຜະລິດຢູ່ພາຍໃນປະເທດໃຫ້ຢູ່ໃນລະດັບປົກກະຕິ, ເຮັດໃຫ້ລາຄາບໍ່ມີການເໜັງຕີງຫຼາຍ. ສ່ວນບັນຫາການຈໍລະຈອນສິນຄ້າລະຫວ່າງແຂວງຕໍ່ ແຂວງຢູ່ພາຍໃນປະເທດ ແລະ ກັບປະເທດເພື່ອນບ້ານກໍໄດ້ມີມາດຕະການແກ້ໄຂໃຫ້ຄວາມສະດວກຫຼາຍຂຶ້ນ.

ຄາດຄະເນຮອດທ້າຍປີ 2020 ຍັງມີ ຄວາມສ່ຽງສູງທີ່ອາດຈະຫຼຸດລົງຈາກລະດັບທີ່ຄາດການໄວ້ເບື້ອງຕົ້ນ ເຊັ່ນ: ມູນຄ່າສົ່ງອອກ 6 ເດືອນ ( ບໍ່ລວມຄ່າໄຟຟ້າ ) ຍັງຢູ່ໃນລະດັບຕໍ່າ ປະມານ 2.600 ລ້ານໂດລາ ຫຼຸດລົງ -5,1% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ( 2.800 ລ້ານໂດລາ ), ສິນຄ້າປະເພດເຄື່ອງນຸ່ງຫົ່ມ, ມັນຕົ້ນ, ກ້ວຍ, ກາເຟ, ເຫຍື່ອໄມ້, ເຈ້ຍ ແລະ ຊິ້ນສ່ວນເຄື່ອງເອເລັກໂຕຣ ນິກ ຄາດວ່າໄດ້ຮັບຜົນກະທົບຫຼາຍສຸດຍ້ອນເສດຖະກິດຂອງຕະຫຼາດສົ່ງອອກ ເຊັ່ນ: ໄທ, ຈີນ, ຫວຽດນາມ ຂະຫຍາຍຕົວຊ້າ ຫຼື ຫຼຸດລົງ.