ນັກຂ່າວຕ້ອງປັບຕົວເຂົ້າກັບຍຸກສະໄໝ

562

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 70 ປີ ( ວັນທີ 13 ສິງຫາ 1950 ຫາ 13 ສິງຫາ 2020 ) ຂໍນຳເອົາບົດຄຳເຫັນຂອງ ທ່ານ ສີພາ ນົງລາດ ທີ່ກ່າວກ່ຽວກັບນັກຂ່າວສື່ມວນຊົນຂອງລາວເຮົາຕ້ອງໄດ້ປັບຕົວເຂົ້າກັບຍຸກສະໄໝ ແລະ ພັດທະນາຕົນເອງໃຫ້ຫຼາຍຂຶ້ນ.

ທ່ານ ສີພາ ນົງລາດ ອະດີດຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ນັກຂ່າວອາວຸໂສຈາກສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວໃນກອງປະຊຸມສຳມະນາສື່ມວນຊົນ ກ່ຽວກັບການປ້ອງກັນອາດຊະຍາກຳສັດປ່າ ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ກ່ຽວກັບ ບົດບາດໜ້າທີ່ ແລະ ຄຸນຄ່າຂອງນັກຂ່າວມີຄືແນວໃດ? ໂດຍກ່ອນອື່ນທ່ານກ່າວວ່າ:

1 ຕ້ອງຮູ້ກ່ອນວ່ານັກຂ່າວແມ່ນໃຜ?: ນັກຂ່າວແມ່ນພະນັກງານສື່ສານມວນຊົນ, ແມ່ນຜູ້ສັນທັດກໍລະນີກັບເຫດການທີ່ເກີດຂຶ້ນ ແລະ ຕິດພັນກັບຕົວຈິງ, ເປັນຜູ້ຄົ້ນຄວ້າ, ຕີຄວາມໝາຍ, ອະທິບາຍໄຈ້ແຍກບັນດາເຫດການຕ່າງໆທີ່ເກີດຂຶ້ນດ້ວຍປະເພດຂ່າວ, ບົດ ແລະ ຮູບແບບສື່ຕ່າງໆຕາມທັດສະນະອຸດົມການ ແລະ ແນວທາງດ້ານການເມືອງໃດໜຶ່ງທີ່ແນ່ນອນ, ເມື່ອໃດຫາກມີເຫດການເກີດຂຶ້ນກໍແມ່ນມີໜ້າຂອງນັກຂ່າວທັນທີ ອາດເວົ້າໄດ້ວ່ານັກຂ່າວແມ່ນກອງປະຈັນບານໃນສະໜາມຮົບແນວຄິດການເມືອງ. ສະນັ້ນ, ພາລະກິດຂອງນັກຂ່າວ ຈຶ່ງເປັນພາລະກິດວິຊາຊີບທາງດ້ານການເມືອງຢ່າງປະຕິເສດບໍ່ໄດ້.

ในภาพอาจจะมี 6 คน, ผู้คนกำลังยืน และสถานที่กลางแจ้ง

2 ນັກຂ່າວມີໜ້າທີ່ຫຍັງ ແດ່?: ເປັນຜູ້ຕິດຕາມສະພາບການທັງພາຍໃນ ແລະ ຕ່າງປະເທດຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້, ລົງຕິດຕາມສະພາບເຫດການຕ່າງໆທີ່ເກີດຂຶ້ນໃນແຕ່ລະວັນ ແລະ ລົງເກັບກຳຂໍ້ມູນຕ່າງໆໃນຮາກຖານ, ເຫດການ, ຂະບວນການ ແລະ ການດຳລົງຊີວິດຂອງປະຊາຊົນ, ເຮັດໜ້າທີ່ຂຽນຂ່າວ, ບົດບັນທຶກ, ບົດຂ່າວສານ, ບົດນຳ, ບົດ ຄວາມ, ບົດວິຈານ, ບົດວຽກດີຄົນເດັ່ນ ແລະ ອື່ນໆ ເພື່ອລົງພິມໃນໜ້າໜັງສືພິມ ແລະ ສື່ເອເລັກໂຕຣນິກໃນລະບົບພາຫະນະສື່ມວນຊົນ.

3 ນັກຂ່າວລາວຕ່າງກັບນັກຂ່າວປະເທດອື່ນແນວໃດ?: ໂດຍລວມແລ້ວນັກຂ່າວກໍແມ່ນວິຊາຊີບໜຶ່ງທີ່ແນ່ນອນເຮັດພາລະບົດບາດໜ້າທີ່ ແລະ ນຳໃຊ້ລະບົບສື່ສານມວນຊົນຄືກັນ ແລະ ເຄື່ອງມືເກັບກຳຂໍ້ມູນ, ເນື້ອຫາສາລະ ແລະ ທຳການຜະລິດອັນດຽວກັນ ຫຼື ຄ້າຍຄືກັນ ແຕ່ອັນແຕກຕ່າງກັນແມ່ນເລື່ອງອຸດົມການ, ຄຸນທາດການເມືອງ ແລະ ຈັນຍາບັນ ( ຊົນຊັ້ນນາຍທຶນ – ສັງຄົມນິຍົມ ).

4 ການເປັນນັກຂ່າວຕ້ອງຮູ້ຫຍັງແດ່, ມີທັກສະ ແລະ ສຳຜັດແນວໃດ?: ຕ້ອງເປັນຄົນທີ່ມີໃຈມັກອາຊີບນັກຂ່າວ, ຕ້ອງເຊື່ອມຊຶມ, ເຂົ້າໃຈ ແລະ ເຫັນໄດ້ບົດບາດຂອງນັກຂ່າວຄືເປັນນັກໂຄສະນາ, ຂົນຂວາຍ, ປຸກລະດົມ ແລະ ສື່ສານໃຫ້ຄົນໄດ້ເຂົ້າໃຈແນວທາງ, ອຸດົມການໃດໜຶ່ງ ແລະ ໃຫ້ຄົນສ່ວນໃຫຍ່ປະຕິບັດຕາມເພື່ອບັນລຸຈຸດປະສົງເປົ້າໝາຍດັ່ງກ່າວ.

ในภาพอาจจะมี 6 คน

ນັກຂ່າວປຽບເໝືອນອາຈານທີ່ສົ່ງຄວາມຮູ້ໃຫ້ແກ່ກຸ່ມເປົ້າໝາຍຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ແລະ ຜູ້ບໍລິໂພກຂໍ້ມູນ – ຂ່າວສານຕາມຮູບແບບຂອງເຕັກນິກພື້ນຖານຂອງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍໃນປັດຈຸບັນ. ນັກຂ່າວຕ້ອງເປັນນັກຮຽນຮູ້ປັນຍາຊົນ, ມີລະດັບການສຶກສາ ແລະ ວິຊາສະເພະໃດໜຶ່ງທີ່ແນ່ນອນ, ຕ້ອງເປັນຜູ້ໃຝ່ຝັນ, ໃຝ່ສະແຫວງໃນການຊອກຮູ້ຮໍ່າຮຽນດ້ານທິດສະດີການເມືອງ, ແນວທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດສັງຄົມຂອງພັກ ແລະ ລັດຖະບານ, ຮຽນຮູ້ປະມວນກົດໝາຍຕ່າງໆ ແລະ ຄວາມຮູ້ຮອບຕົວທົ່ວໄປ ໂດຍສະເພາະຢ່າງຍິ່ງແມ່ນວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ, ພາສາສາດ, ໄອຊີທີ ແລະ ມັກລົງຕິດແທດພື້ນຖານສັງຄົມໃນຊີວິດຕົວຈິງຂອງປະຊາຊົນ.

ในภาพอาจจะมี 3 คน

5 ນັກຂ່າວຄວນປັບຕົວເຂົ້າກັບຍຸກສະໄໝແນວໃດ?: ດ້ວຍຄຸນສົມບັດ, ສັນຊາດຕະຍານ ແລະ ຈັນຍາບັນຂອງນັກຂ່າວທີ່ຍາມໃດກໍຕ້ອງຕີລົບທົບໄດ້ ແລະ ມີໄຫວພິບປະຕິພານ ແລະ ກໍຄືເປັນນັກຮົບສື່ສານມວນຊົນ ເຊິ່ງຍາມໃດກໍກຽມພ້ອມທຸກເມື່ອໃນທຸກສະຖານະການໃດໆ. ສະນັ້ນ, ຈະຢູ່ໃນຍຸກໃດສະໄໝໃດກໍຕາມ ນັກຂ່າວແມ່ນມີ ຄວາມສາມາດປັບຕົວເຂົ້າກັບຍຸກສະໄໝໄດ້ໄວກວ່າພະນັກງານດ້ານອື່ນໆຢູ່ສະເໝີ ເພາະນັກຂ່າວຕ້ອງໄປກ່ອນສະເໝີ ແລະ ມີສິດເຂົ້າຮ່ວມທຸກເຫດການ, ສະຖານະການຕາມກົດໝາຍຂອງສື່ມວນຊົນ ເຊັ່ນ: ໃນໄລຍະປ່ຽນແປງໃໝ່ທາງດ້ານຈິນຕະນາການນັກຂ່າວພວກເຮົາກໍເປັນຕົວແບບໃນການປ່ຽນແປງ ແລະ ຮັບຮູ້ແນວທາງຢ່າງເລິກເຊິ່ງ, ກຳໄດ້ເນື້ອໃນສຳຄັນຂອງແນວທາງປ່ຽນແປງດັ່ງກ່າວ ເພື່ອຂຽນເປັນຂ່າວ, ບົດສ່ອງແສງການປະຕິບັດນະໂຍບາຍດັ່ງກ່າວໃນທົ່ວສັງຄົມ.

ในภาพอาจจะมี 2 คน, ผู้คนกำลังยืน

ມາຮອດປັດຈຸບັນເມື່ອປະເຊີນໜ້າກັບພະຍາດໂຄວິດ – 19 ລະບາດໃນທົ່ວໂລກ ແລະ ໃນລາວເຮົາ ເຊິ່ງມີຜົນກະທົບຢ່າງຮ້າຍແຮງຕໍ່ພື້ນຖານເສດຖະກິດ ແລະ ສັງຄົມ ກໍຈະເຫັນວ່ານັກຂ່າວພວກເຮົາກໍຢືນຢູ່ໃນແຖວໜ້າຄຽງຄູ່ກັບພາກສ່ວນສາທາລະນະສຸກ, ທຳການຖ່າຍທອດການຖະແຫຼງຂ່າວ ແລະ ແນະນຳໃຫ້ມີສະຕິລະວັງຕົວໃນການປ້ອງກັນໄພອັນຕະລາຍດັ່ງກ່າວໃນທົ່ວສັງຄົມ ແລະ ຫັນປ່ຽນແບບແຜນໃນການດຳລົງຊີວິດແບບໃໝ່ ( New Normal ), ໃນນັ້ນກວມລວມທັງແບບແຜນວິທີເຮັດວຽກ, ຕາມວິຖີແບບໃໝ່ເປັນຕົ້ນແມ່ນການໄປເອົາຂ່າວ ແລະ ສົ່ງຂ່າວຜ່ານລະບົບອິນເຕີເນັດ ໂດຍບໍ່ໄດ້ມາຈຸ້ມກັນໃນຫ້ອງການຄືເມື່ອກ່ອນ, ຫຼຸດຜ່ອນກຳລັງລົງ, ຫຼຸດຜ່ອນການໃຊ້ຈ່າຍຈຳນວນໜຶ່ງແຕ່ປະລິມານ ແລະ ຄຸນນະພາບຂອງຂ່າວ, ບົດຍັງຢູ່ໃນລະດັບດີສາມາດຕອບສະໜອງໄດ້ກັບ ຄວາມຕ້ອງການຂອງຜູ້ບໍລິໂພກສື່ໄດ້ໃນລະດັບອັນແນ່ນອນ.