ການເຂົ້າຮ່ວມຕ່ອງໂສ້ການຜະລິດສາກົນຊ່ວຍໃຫ້ທຸລະກິດລາວ ສາມາດແຂ່ງຂັນໄດ້

405

ການເຂົ້າຮ່ວມຕ່ອງໂສ້ການຜະລິດມູນຄ່າເພີ່ມສາກົນ ( Global Value Chains: GVCs ) ຈະຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ( ວນກ ) ຂອງລາວ ສາມາດເຂົ້າເປັນສ່ວນໜຶ່ງຂອງການຜະລິດ ແລະ ການບໍລິການກັບບໍລິສັດຂ້າມຊາດ ຫຼື ການລົງທຶນໂດຍກົງຂອງຕ່າງປະເທດ ( FDI ) ນຳທັນສະພາບການປ່ຽນແປງຂອງໂລກ, ສາມາດແຂ່ງຂັນ ແລະ ເປັນໂອກາດອັນດີໃນການຍົກລະດັບສິນຄ້າ.

ອີງຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ໂດຍ ທ່ານ ປອ. ຈັນຜາສຸກ ວິດາວົງ ຮ່ວມກັບພະແນກຄົ້ນຄວ້ານະໂຍບາຍການຄ້າ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ.

ພາກສະເໜີການເຂົ້າຮ່ວມຕ່ອງໂສ້ການຜະລິດມູນຄ່າເພີ່ມສາກົນ ( Global Value Chains: GVCs ) ຈະຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ( ວນກ ) ຂອງລາວ ສາມາດເຂົ້າເປັນສ່ວນໜຶ່ງຂອງການຜະລິດ ແລະ ການບໍລິການ ກັບ ບໍລິສັດຂ້າມຊາດ ຫຼື ການລົງທຶນໂດຍກົງຂອງຕ່າງປະເທດ ( FDI ). ລັດຖະບານຫຼາຍປະເທດໄດ້ພະຍາຍາມສົ່ງເສີມ ວນກ ໃຫ້ສາມາດເຂົ້າຮ່ວມຕ່ອງໂສ້ການຜະລິດມູນຄ່າເພີ່ມສາກົນ ເພື່ອເປັນແຮງຍູ້ການພັດທະນາເສດຖະກິດ, ນຳທັນສະພາບການປ່ຽນແປງຂອງໂລກ, ສາມາດແຂ່ງຂັນ ແລະ ເປັນໂອກາດອັນດີໃນການຍົກລະດັບສິນຄ້າ ແລະ ການບໍລິການຂອງ ວນກ ໃຫ້ດີຂຶ້ນດ້ວຍການນໍາໃຊ້ເຕັກໂນໂລຊີ, ຂໍ້ມູນ – ຂ່າວສານ ແລະ ນະວັດຕະກໍາທີ່ກ້າວໜ້າໄດ້ໄວຂຶ້ນ ແຕ່ມັນຍັງມີຂໍ້ຈໍາກັດຫຼາຍຢ່າງຕໍ່ ວນກ ເຮັດແນວໃດຈຶ່ງຈະສາມາດເຂົ້າເປັນຕ່ອງໂສ້ໜຶ່ງຂອງການຜະລິດສາກົນ ຫຼື ສາມາດຮັກສາຖານະເປັນຜູ້ສະໜອງໃນຕ່ອງໂສ້ການຜະລິດໃນສະພາບການລະບາດຂອງໂຄວິດ – 19 ທີ່ເຮັດໃຫ້ ວນກ ໄດ້ຮັບຜົນກະທົບໜັກຈາກການຢຸດຕິການ ຜະລິດ ແລະ ບໍລິການພາຍໃນປະເທດ.

ในภาพอาจจะมี 2 คน, คนที่ยิ้ม

ນອກນັ້ນ, ຍັງພົບຄວາມຫຍຸ້ງຍາກໃນການຂົນສົ່ງ ແລະ ຈັດສົ່ງສິນຄ້າຕາມສັນຍາຊື້ – ຂາຍກັບຕ່າງປະເທດ. ດັ່ງນັ້ນ, ໃນບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍສະບັບນີ້ໄດ້ພະຍາຍາມສຶກສາເບິ່ງປັດໄຈສໍາຄັນຈໍານວນໜຶ່ງທີ່ຈະຊ່ວຍເຮັດໃຫ້ SMEs ເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນ ພາຍຫຼັງການລະບາດຂອງໂຄວິດ – 19 ພ້ອມທັງຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງໃນການສະໜັບສະໜູນທຸລະກິດລາວໃຫ້ມີຄວາມພ້ອມຕໍ່ສະພາບການປ່ຽນແປງທີ່ເກີດຂຶ້ນ ເພື່ອສາມາດເຊື່ອມຕໍ່ກັບຕ່ອງໂສ້ການຜະລິດສາກົນ.

ການສຶກສາຄັ້ງນີ້ແມ່ນໄດ້ນໍາໃຊ້ຂໍ້ມູນທີ່ໄດ້ລົງສໍາຫຼວດກ່ອນການລະບາດຂອງໂຄວິດ – 19 ຢູ່ 4 ແຂວງ ປະກອບມີ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ໂດຍນໍາໃຊ້ແບບສອບຖາມເພື່ອສໍາພາດ “ ສະເພາະທຸລະກິດທີ່ຄົນລາວເປັນເຈົ້າຂອງຈໍານວນທັງໝົດ 135 ຫົວໜ່ວຍ. ໃນນັ້ນ, ທຸລະກິດທີ່ເຂົ້າຮ່ວມຕ່ອງໂສ້ການຜະລິດສາກົນກວມເອົາ 60% ( ເຂົ້າຮ່ວມທາງກົງ 12% ແມ່ນທຸລະກິດທີ່ເຮັດການຜະລິດ ເພື່ອສົ່ງອອກ ແລະ ເຂົ້າຮ່ວມໂດຍທາງອ້ອມ ແມ່ນບັນດາທຸລະກິດທີ່ເຮັດການຜະລິດ ແຕ່ບໍ່ໄດ້ສົ່ງອອກເອງ ອາດຈະເປັນການສະໜອງສິນຄ້າ ແລະ ການບໍລິການໃຫ້ກັບບໍລິສັດຂ້າມຊາດຢູ່ພາຍໃນປະເທດ ).

ນອກຈາກນັ້ນ, ທີມງານຄົ້ນຄວ້າຍັງໄດ້ນໍາໃຊ້ຂໍ້ມູນທັງພາຍໃນ ແລະ ຕ່າງປະເທດກ່ຽວກັບຜົນກະທົບຂອງໂຄວິດ – 19 ຕໍ່ ວນກ ເພື່ອເປັນຂໍ້ມູນໃນການວິເຄາະແນວທາງການກຽມຄວາມພ້ອມ ເພື່ອເຂົ້າຮ່ວມຕ່ອງໂສ້ການຜະລິດສາກົນ ພາຍຫຼັງໂຄວິດ – 19 ຂອງ ວນກ ສປປ ລາວ.

ในภาพอาจจะมี 5 คน, คนที่ยิ้ม

2. ສະພາບການເຂົ້າຮ່ວມຕ່ອງໂສ້ການຜະລິດສາກົນຂອງ ວນກ ກ່ອນໂຄວິດ – 19 ການສຶກສາຜ່ານມາກ່ຽວກັບປັດໄຈທີ່ພັກດັນ ແລະ ກະທົບຊ່ວຍເຮັດໃຫ້ທຸລະກິດ SMEs ສາມາດຫັນເປັນສາກົນ ຫຼື ເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນໄດ້ ສາມາດສະຫຼຸບໄດ້ຢູ່ 2 ປະເດັນສໍາຄັນ ຄື: 1). ຍ້ອນປັດໄຈພາຍໃນຂອງທຸລະກິດເອງ ແລະ 2). ເກີດຈາກປັດໄຈພາຍນອກພັກດັນ ແລະ ຍູ້ຊ່ວຍ. ປັດໄຈ ພາຍໃນຂອງທຸລະກິດແມ່ນມີຢູ່ 2 ຢ່າງຄື: 1). ທ່າແຮງທາງດ້ານປັດໄຈການຜະລິດ ເຊັ່ນ: ມີປັດໄຈການຜະລິດທີ່ໄດ້ປຽບ ( ວັດຖຸດິບ, ແຮງງານ ແລະ ເຄື່ອງມືການຜະລິດ ), ປະສິດທິພາບຂອງແຮງງານ, ການນໍາໃຊ້ເຕັກໂນໂລຊີ, ການນໍາໃຊ້ນະວັດຕະກໍາໃໝ່ ແລະ ອື່ນໆ; 2). ປະສິດທິຜົນ ( Efficiency ) ຄື: ມີການບໍລິຫານຕ່ອງໂສ້ການສະໜອງທີ່ດີ, ຂະໜາດຂອງທຸລະກິດໂດຍສະເພາະການປະຢັດຕໍ່ຂະໜາດ ( Economies of Scale ) ປະສົບການຂອງການດໍາເນີນທຸລະກິດ ແລະ ປັດໄຈອື່ນໆ.

ປັດໄຈພາຍນອກທາງທຸລະກິດປະກອບ ມີ 2 ປະເດັນທີ່ສໍາຄັນ ຄື: 1). ການເຂົ້າຫາຕະຫຼາດເປັນຕົ້ນແມ່ນການອໍານວຍ ຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງຂໍ້ມູນ – ຂ່າວສານທາງດ້ານການຄ້າ, ທີ່ຕັ້ງພູມີສາດຂອງປະເທດ, ພື້ນຖານໂຄງລ່າງທີ່ເອື້ອອໍານວຍ ແລະ ອື່ນໆ; 2). ຂຶ້ນກັບປະສິດທິຜົນໃນການເຮັດວຽກຂອງໜ່ວຍງານທີ່ກ່ຽວຂ້ອງໃນການສະໜັບສະໜູນວຽກງານເຊື່ອມໂຍງສາກົນ ໂດຍສະເພາະແມ່ນວຽກງານອໍານວຍຄວາມສະດວກດ້ານການຄ້າ, ລະບົບການເງິນ, ລະບົບອາກອນ ແລະ ອື່ນໆ.

2.1. ຜົນປະໂຫຍດຈາກການເຂົ້າຮ່ວມຕ່ອງໂສ້ການຜະລິດສາກົນສັງເກດເຫັນວ່າ ວນກ ທີ່ເຂົ້າຮ່ວມຕ້ອງໂສ້ການຜະລິດສາກົນ ມີສະພາບການດໍາເນີນກິດຈະການດີກວ່າທຸລະກິດທີ່ບໍ່ໄດ້ເຂົ້າຮ່ວມ ເຊິ່ງສະແດງອອກທາງດ້ານລາຍຮັບ, ກໍາໄລ ແລະ ຊັບສິນໂດຍລວມຂອງບໍລິສັດແມ່ນຂະຫຍາຍຕົວສະເລ່ຍສູງກວ່າທຸລະກິດທີ່ບໍ່ໄດ້ເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນ, ນັ້ນເປັນຕົວຊີ້ວັດຈໍານວນໜຶ່ງທີ່ສາມາດຢັ້ງຢືນເຖິງຄວາມສໍາຄັນຂອງການເຂົ້າຮ່ວມການຜະລິດສາກົນທີ່ທຸລະກິດພາຍໃນສາມາດຍົກມາດຕະຖານການຜະລິດ ແລະ ການບໍລິການ, ການເຂົ້າເຖິງຂໍ້ ມູນ – ຂ່າວສານດ້ານການຜະລິດ ແລະ ການຄ້າ, ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ຈາກພາຍນອກໄດ້ດີຂຶ້ນຂອງທຸລະກິດ.

2.2. ຂໍ້ຈໍາກັດໃນການດໍາເນີນທຸລະກິດ SMEs ຂອງລາວໄລຍະຜ່ານມາ ບາງຂໍ້ຈໍາກັດໃນການດໍາເນີນທຸລະກິດຂອງລາວ ແລະ ອາດເຫັນສາເຫດໜຶ່ງທີ່ເຮັດໃຫ້ທຸລະກິດລາວບໍ່ສາມາດເຊື່ອມໂຍງກັບສາກົນໄດ້ ແມ່ນສະແດງໃນຕາຕະລາງຊ້ອນທ້າຍ 1 ໂດຍຈັດລໍາດັບບັນຫາທີ່ຫຍຸ້ງຍາກແຕ່ 1 – 10 ( 1 ມີຄວາມຫຍຸ້ງຍາກຫຼາຍທີ່ສຸດ ) ໂດຍສະຫຼຸບລວມຈາກກຸ່ມຕົວຢ່າງທັງໝົດເຫັນວ່າຮູບແບບການເກັບອາກອນຍັງເປັນຂໍ້ຈໍາກັດອັນດັບໜຶ່ງ, ຕໍ່ມາແມ່ນຂາດແຮງງານ ແລະ ແຮງງານທີ່ມີສີມື, ຄ່າໃຊ້ຈ່າຍສາທາລະນຸປະໂພກ ແລະ ການຂົນສົ່ງ, ນະໂຍບາຍສົ່ງເສີມຈາກພາກລັດຍັງມີຈໍາກັດ ແລະ ການເຂົ້າຫາແຫຼ່ງທຶນຍັງມີຂັ້ນຕອນຫຍຸ້ງຍາກ ເມື່ອເຮົາປຽບທຽບທຸລະກິດທີ່ເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນກັບທຸລະກິດທີ່ບໍ່ເຂົ້າຮ່ວມແມ່ນເຫັນວ່າມີຄວາມແຕກຕ່າງກັນບໍ່ຫຼາຍ ກ່ຽວກັບແຕ່ລະບັນຫາທີ່ຍົກຂຶ້ນມານັ້ນ; ແຕ່ສິ່ງທີ່ແຕກຕ່າງແມ່ນການລຽງລໍາດັບ ຄວາມຫຍຸ້ງຍາກ ແລະ ອີກສິ່ງໜຶ່ງທີ່ເຮົາສັງເກດເຫັນໄດ້ຈາກທຸລະກິດທີ່ບໍ່ເຂົ້າຮ່ວມກັບ GVCs ແມ່ນມີບັນຫາການປະສານງານກັນຂອງພາກສ່ວນທີ່ກ່ຽວຂ້ອງກັບວຽກງານສະໜັບສະໜູນການດໍາເນີນທຸລະກິດ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ.