ການເຕີບໂຕຂອງເສດຖະກິດຍັງມີປັດໄຈສ່ຽງຈາກຜົນກະທົບໂຄວິດ – 19

683

ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ກໍຄືພາກພື້ນຫຼາຍກວ່າທີ່ຄາດການໄວ້ ເຊິ່ງທະນາຄານພັດທະນາອາຊີໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີ ໃນປີ 2020 ລົງມາເປັນ 0,1%.

ຢ່າງໃດກໍຕາມ, ການຟື້ນຕົວທາງດ້ານເສດຖະກິດຂອງຫຼາຍປະເທດ ຈະເຮັດໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດອຸດສາຫະກໍາ ແລະ ໂລຫະໃນຕະຫຼາດໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ລາຄາສິນຄ້າເຫຼົ່ານີ້ເລີ່ມມີທ່າອ່ຽງເພີ່ມຂຶ້ນ. ສ່ວນລາຄາສິນຄ້າປະເພດກະສິກໍາໂດຍລວມເຫັນວ່າມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ເຊິ່ງເປັນຜົນດີຕໍ່ການສົ່ງອອກສິນຄ້າປະເພດກະສິກໍາຂອງລາວ. ແຕ່ການແຂງຄ່າຂອງເງິນບາດໄທ ອາດເປັນເງື່ອນໄຂໜຶ່ງເພີ່ມ ຄວາມກົດດັນຕໍ່ຄ່າເງິນກີບ ຈະສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າຈາກໄທ ເພີ່ມສູງຂຶ້ນກະທົບຕໍ່ອັດຕາເງິນເຟີ້ຂອງລາວ.

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ປະຈຳເດືອນກໍລະກົດ 2020 ໂດຍລະບຸວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ກໍຄືພາກພື້ນຫຼາຍກວ່າທີ່ຄາດການໄວ້. ອີງຕາມການຄາດຄະເນຂອງກອງທຶນການເງິນລະຫວ່າງປະເທດ ( IMF ), ເສດຖະກິດໂລກໃນປີ 2020 ຄາດວ່າຈະຖົດຖອຍເປັນ -4,9% ໂດຍປັບຫຼຸດລົງຕື່ມອີກ 1,9% ຈາກທີ່ຄາດຄະເນໄວ້ໃນເດືອນເມສາ 2020 ທີ່ -3%. ສ່ວນທະນາຄານພັດທະນາອາຊີ ( ADB ) ກໍໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີໃນປີ 2020 ລົງມາເປັນ 0,1% ໂດຍປັບລົງຈາກອັດຕາທີ່ຄາດຄະເນໃນເດືອນເມສາ ທີ່ 2,2% ເຊິ່ງເປັນອັດຕາການເຕີບໂຕທີ່ຕໍ່າທີ່ສຸດ ນັບແຕ່ປີ 1961 ເປັນຕົ້ນມາ.

ມາຮອດປັດຈຸບັນສະພາບການລະບາດຂອງພະຍາດໂຄວິດ – 19 ຍັງສືບຕໍ່ຮຸນແຮງ ແລະ ຫຼາຍປະເທດແມ່ນກໍາລັງປະເຊີນກັບການກັບມາລະບາດຮອບໃໝ່ ເຊັ່ນ: ສະຫະລັດອາເມຣິກາ, ບຣາຊິນ, ອົສຕຣາລີ, ອິນເດຍ ແລະ ປະເທດອື່ນໆ. ສິ່ງທີ່ໜ້າເປັນຫ່ວງແມ່ນອັດຕາການເພີ່ມຂຶ້ນຂອງຈໍານວນຜູ້ຕິດເຊື້ອຕໍ່ມື້ເຫັນວ່າມີທ່າອ່ຽງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ເຮັດໃຫ້ເສດຖະກິດໂລກຍັງສືບຕໍ່ປະເຊີນກັບ ຄວາມສ່ຽງ ແລະ ຄວາມບໍ່ແນ່ນອນສູງ.

ເຖິງແມ່ນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງສືບຕໍ່ຮຸນແຮງ ແຕ່ຫຼາຍປະເທດໄດ້ເລີ່ມຜ່ອນຄາຍມາດຕະການປິດເມືອງ ແລະ ຈໍາກັດຫຼາຍກິດຈະກໍາ ເຮັດໃຫ້ເສດຖະກິດຂອງຫຼາຍປະເທດ ເລີ່ມກັບມາເຄື່ອນໄຫວເປັນປົກກະຕິ ຫຼື ມີສັນຍານການຟື້ນຕົວ. ສະພາບການດັ່ງກ່າວສົ່ງຜົນໃຫ້ຄວາມຕ້ອງການໃຊ້ນໍ້າມັນເພີ່ມຂຶ້ນ. ໃນຂະນະດຽວກັນ, ປະລິມານການສະໜອງນໍ້າມັນໃນຕະຫຼາດໂລກ ອາດບໍ່ຂະຫຍາຍຕົວເທົ່າທີ່ຄວນຍ້ອນກຸ່ມຜູ້ຜະລິດນໍ້າມັນ ( OPEC ) ແລະ ພັນທະມິດ ໄດ້ຂະຫຍາຍເວລາໃນການຫຼຸດປະລິມານການຜະລິດອອກໄປອີກໜຶ່ງເດືອນຮອດເດືອນກໍລະກົດ ຈາກເບື້ອງຕົ້ນທີ່ຈະສິ້ນສຸດໃນເດືອນມິຖຸນາ 2020 ເຊິ່ງເປັນອີກເງື່ອນໄຂໜຶ່ງທີ່ເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ລາຄານໍ້າມັນຢູ່ ສປປ ລາວ ກໍປັບສູງຂຶ້ນຕາມທ່າອ່ຽງລາຄານໍ້າມັນໃນຕະຫຼາດໂລກເຊັ່ນກັນ.

ນອກນັ້ນ, ສະພາບການດັ່ງກ່າວຍັງເຮັດໃຫ້ເງິນສະກຸນຕ່າງໆຂອງຫຼາຍປະເທດ ໂດຍສະເພາະປະເທດໃນຂົງເຂດພາກພື້ນອາຊີມີທ່າອ່ຽງແຂງຄ່າຂຶ້ນທຽບກັບເງິນໂດລາສະຫະລັດ ໂດຍສະເພາະເງິນບາດໄທແຂງຄ່າຂຶ້ນ 6% ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ – 19 ເຊິ່ງອາດເປັນເງື່ອນໄຂໜຶ່ງເພີ່ມຄວາມກົດດັນຕໍ່ຄ່າເງິນກີບ ເຮັດໃຫ້ອ່ອນຄ່າທຽບໃສ່ເງິນບາດໄທ. ຖ້າເງິນກີບອ່ອນຄ່າ ຈະສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າຈາກໄທ ແລະ ຈີນ ເພີ່ມສູງຂຶ້ນກະທົບຕໍ່ອັດຕາເງິນເຟີ້ຂອງລາວ ແລະ ການຊໍາລະໜີ້ສິນຕ່າງປະເທດທີ່ເປັນສະກຸນເງິນບາດໄທ ຫຼື ເງິນຢວນຈີນ.

ອີກດ້ານໜຶ່ງ, ການຟື້ນຕົວທາງດ້ານເສດຖະກິດຂອງຫຼາຍປະເທດ ຈະເຮັດໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດອຸດສາຫະກໍາ ແລະ ໂລຫະໃນຕະຫຼາດໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ລາຄາສິນຄ້າເຫຼົ່ານີ້ເລີ່ມມີທ່າອ່ຽງເພີ່ມຂຶ້ນນັບແຕ່ເດືອນພຶດສະພາເປັນຕົ້ນມາ ເຊັ່ນ: ລາຄາທອງແດງ, ສ່ວນລາຄາສິນຄ້າປະເພດກະສິກໍາໂດຍລວມ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ໂດຍສະເພາະແມ່ນລາຄາເຂົ້າ, ຊາ, ກາເຟ, ຊີ້ນ ແລະ ອື່ນໆ ເຊິ່ງເປັນຜົນດີຕໍ່ການສົ່ງອອກສິນຄ້າປະເພດກະສິກໍາຂອງລາວ.

ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງລາຄາສິນຄ້າປະເພດກະສິກໍາ ເຊັ່ນ: ເຂົ້າ ນັ້ນອາດເຮັດໃຫ້ລາຄາເຂົ້າຢູ່ພາຍໃນປະເທດເຮົາເພີ່ມຂຶ້ນເຊັ່ນກັນ ເຊິ່ງກະທົບຕໍ່ຜູ້ບໍລິໂພກພາຍໃນໂດຍກົງ ໂດຍສະເພາະໄລຍະລະດູຝົນໃນແຕ່ລະປີການສະໜອງເຂົ້າຢູ່ພາຍໃນຈະບໍ່ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ຍ້ອນເປັນລະດູການຜະລິດເຂົ້ານາປີ ຫຼື ປູກເຂົ້ານາປີ. ສະນັ້ນ, ປົກກະຕິແລ້ວລາຄາເຂົ້າຈະແພງໃນໄລຍະລະດູຝົນ ແລະ ຖ້າຫາກໄດ້ຮັບຜົນກະທົບຈາກໄພທໍາມະຊາດຕື່ມອີກ ແມ່ນຕ້ອງໄດ້ນໍາເຂົ້າຈາກປະເທດເພື່ອນບ້ານ.

ການປະຕິບັດມາດຕະການປິດປະເທດຂອງຫຼາຍປະເທດ ລວມທັງ ສປປ ລາວ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການນໍາເຂົ້າສິນຄ້າ ອາດເປັນເງື່ອນໄຂໃນການເລັ່ງຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນໃຫ້ສາມາດກຸ້ມການຊົມໃຊ້ພາຍໃນປະເທດ, ຫຼຸດຜ່ອນການນໍາເຂົ້າ ແລະ ການສູນເສຍເງິນຕາຕ່າງປະເທດ.