ເງິນກີບອ່ອນຄ່າຈຸລະດັບ 316 ກີບຕໍ່ບາດ

595

ສະພາບອັດຕາແລກປ່ຽນ ເງິນກີບທຽບໃສ່ສະກຸນເງິນບາດ ແລະ ໂດລາ ມີການເໜັງຕີງຫຼາຍຂຶ້ນນັບແຕ່ເດືອນມິຖຸນາ ໂດຍເງິນກີບໄດ້ອ່ອນຄ່າລົງເລື້ອຍໆ ກາຍແນວຕ້ານ 300 ກີບຕໍ່ 1 ບາດ ແລະ 9.000 ກີບຕໍ່ 1 ໂດລາໄປແລ້ວ. ຂະນະທີ່ຜູ້ວ່າການທະນາຄານກ່າວຕໍ່ສະພາວ່າ ເພື່ອຫຼຸດຜ່ອນຄວາມກົດດັນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ທຫລ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ໃຫ້ໄວຂຶ້ນ, ພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ, ຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ.

ອີງຕາມການເກັບກຳຂໍ້ມູນອັດຕາແລກປ່ຽນໃນເດືອນມິຖຸນາ ລະຫວ່າງ ເງິນກີບ ກັບ ເງິນບາດ ເຫັນວ່າມີການເໜັງຕີງແບບກະໂດດໄວ ຈາກລະດັບ 303 ກີບຕໍ່ບາດ ໃນວັນທີ1 ມິຖຸນາ ເປັນ 308 ກີບຕໍ່ບາດ ໃນວັນທີ 10 ແລະ ເປັນ 316,28 ກີບຕໍ່ບາດ ໃນວັນທີ 1 ກໍລະກົດ. ຂະນະທີ່ ເງິນກີບທຽບກັບເງິນໂດລາ ກໍມີລັກສະນະອ່ອນຄ່າເຊັ່ນກັນ ແຕ່ຈະອ່ອນຄ່າບໍ່ແຮງແບບກ້າວກະໂດດເໝືອນກັບເງິນບາດ ຈາກ 9.006 ກີບຕໍ່ໂດລາ ໃນວັນທີ 1 ມິຖຸນາ ມາເປັນ 9.009 ໃນວັນທີ 10 ແລະ ລົງມາສູ່ລະດັບ 9.043 ກີບຕໍ່ 1 ໂດລາ.

ในภาพอาจจะมี 4 คน, อาหาร และสถานที่ในร่ม

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໄດ້ຊີ້ແຈງໃນກອງປະຊຸມສະພາ ເມື່ອ 25 ມິຖຸນາ 2020 ວ່າ: ນັບແຕ່ທ້າຍປີ 2018 ເປັນຕົ້ນມາ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໄດ້ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍມາຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ຄ່າເງິນໂດລາ ແລະ ຄ່າເງິນບາດແຂງຄ່າແຮງຢ່າງຕໍ່ເນື່ອງໃນຕະຫຼາດສາກົນ; ໃນຂະນະທີ່ພື້ນຖານເສດຖະກິດພາຍໃນຂອງປະເທດເຮົາ ຍັງອາໄສການນໍາເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດໃນລະດັບສູງ ແລະ ພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດສືບຕໍ່ເພີ່ມຂຶ້ນ ແຕ່ແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດເຂົ້າມາປະເທດພັດມີທ່າອ່ຽງຫຼຸດລົງ.ການລະບາດຂອງພະຍາດໂຄວິດ – 19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດ – ສັງຄົມ ຍິ່ງເປັນສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຢ່າງໜັກໜ່ວງຂຶ້ນໄປຕື່ມອີກ.

ในภาพอาจจะมี 2 คน, ผู้คนกำลังยืน, ผลไม้ และอาหาร

ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍທີ່ສົ່ງຜົນກະທົບຕໍ່ລະບົບເສດຖະກິດ, ແຕ່ມັນແມ່ນລະດັບລາຄາກໍຄືອັດຕາເງິນເຟີ້ຂອງ ສປປ ລາວ ຫາກຄິດໄລ່ດັດສະນີລາຄາການຊົມໃຊ້ລວມ ລາຍການສິນຄ້ານໍາເຂົ້າ ( 255 ລາຍການ ຈາກທັງໝົດ 485 ລາຍການ ) ທີ່ຈະໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງອັດຕາແລກປ່ຽນນັ້ນ ກວມເອົາພຽງແຕ່ 30,7% ເຊິ່ງສະເລ່ຍ 5 ເດືອນ ຕົ້ນປີ 2020, ອັດຕາເງິນເຟີ້ສໍາລັບດັດສະນີຜະລິດຕະພັນນໍາເຂົ້າ 3,62% ແລະ ອັດຕາເງິນເຟີ້ ສໍາລັບດັດສະນີຜະລິດຕະພັນສິນຄ້າພາຍໃນ 7,25% ເຮັດໃຫ້ອັດຕາເງິນເຟີ້ລວມຢູ່ໃນລະດັບ 6,12%.

ສັງລວມແລ້ວໃນໄລຍະ 5 ເດືອນຕົ້ນປີ 2020, ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນແມ່ນໄດ້ຮັບແຮງກົດດັນຈາກທັງເບື້ອງ ຄວາມຕ້ອງການ ( Demand Pull ) ແລະ ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ ( Cost Push ) ເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19.

ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກ່າວຕື່ມວ່າ: ເພື່ອຫຼຸດຜ່ອນຄວາມກົດດັນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ທະນາຄານ ແຫ່ງ ສປປ ລາວ ຂໍສະເໜີ ບາງມາດຕະການ ດັ່ງນີ້:

– ທະນາຄານ ແຫ່ງ ສປປ ລາວ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບ ທະນາຄານກາງ ຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງຂອງປະເທດຄູ່ຄ້າອື່ນເພີ່ມຕື່ມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ.

– ພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນ ໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.

ในภาพอาจจะมี 5 คน, ผู้คนกำลังยืน, ฝูงชน และสถานที่กลางแจ้ง

– ທະນາຄານ ແຫ່ງ ສປປ ລາວ ຈະປະສານກັບພາກສ່ວນທີ່ຮັບຜິດຊອບໃນການສໍາຫຼວດ ຄົ້ນຄວ້າ ພິຈາລະນາຄືນໂກຕານໍາເຂົ້າສິນຄ້າທີ່ຈໍາເປັນໃຫ້ຢູ່ໃນລະດັບທີ່ສອດຄ່ອງເໝາະສົມກັບສະພາບຄວາມຕ້ອງການແຕ່ລະໄລຍະຢ່າງແທ້ຈິງ ເພື່ອຫຼຸດຜ່ອນປາກົດການນໍາເຂົ້າສິນຄ້າ ເພື່ອກັກຕຸນເກີນຄວາມຈໍາເປັນ ສ້າງແຮງກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຂຶ້ນ ແນໃສ່ເພື່ອດັດສົມການນໍາເຂົ້າສິນຄ້າບຸລິມະສິດໃຫ້ໄດ້ຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນຢ່າງແທ້ຈິງ.

– ທຸກພາກສ່ວນຕ້ອງສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ບໍ່ຈໍາເປັນ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນມີທ່າແຮງສາມາດຜະລິດໄດ້ ພ້ອມທັງສ້າງເງື່ອນໄຂອໍານວຍໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນຮອບດ້ານ ແລະ ສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດຜະລິດຕະພັນກະສິກໍາປ້ອນໂຮງງານອຸດສາຫະກໍາປຸງແຕ່ງ.