ວັນທີ 27 ເມສາ 2020 ນີ້, ຕາງໜ້າ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ນຳໂດຍ ທ່ານ ພອນສະຫວັນ ໄຊທະນາສີ ຫົວໜ້າຫ້ອງການປະຈໍາສາຂາແຂວງອັດຕະປືພ້ອມຄະນະ ໄດ້ນຳເອົາວັດຖຸປັດໄຈ ເປັນເງິນສົດ ຈຳນວນ 117 ລ້ານກີບ ມອບໃຫ້ກອງບັນຊາການທະຫານແຂວງ ເພື່ອເປັນການປະກອບ ສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ການຈັດຊື້ພາຫະນະທີ່ຈໍາເປັນນໍາໃຊ້ເຂົ້າໃນການປົກປັກຮັກສາເຂດນ້ຳແດນດິນ ແລະ ສ້າງສາພັດທະນາປະເທດຊາດໄປພ້ອມໆກັນ.
ກ່າວຮັບໂດຍ ພັອ ໂຊກໄຊ ພິມມະລາ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານຫົວຫນ້າການເມືອງກອງບັນຊາການທະຫານແຂວງຍັງໄດ້ສະແດງຄວມຂອບອົກຂອບໃຈ, ແລະ ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືປະກອບສ່ວນຂອງບໍລິສັດ ແລະ ພະນັກງານລັດຖະກອນທີ່ເຫັນໄດ້ຄວາມຈຳເປັນທາງດ້ານຍຸດທະສາດການທະຫານ ແລະ ຂໍຢືນຢັນວ່າ ພວກເຮົາຈະນຳເອົາວັດຖຸດັ່ງກ່າວນຳໄຊ້ໃຫ້ເປັນປະໂຫຍດ, ມີຜົນສຳເລັດແລະນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ທ່ານຍັງໄດ້ມອບໃບກຽດຕິຄຸນໃຫ້ຢ່າງສົມກຽດ.
(ເນື້ອໃນ-ພາບ: ຕິ໋ມພອນ)