ໃນຕອນບ່າຍຂອງວັນທີ 6 ເມສາ 2020 ການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ທ່ານອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະສະເພາະກິດ ສຊປລ ໄດ້ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ໂຮງໝໍ 3 ແຫ່ງຄື: ໂຮງໝໍ 103, ໂຮງໝໍມິດຕະພາບ, ໂຮງໝໍປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ( ສົມສະຫງ່າ ) ລວມມູນຄ່າທັງໝົດ 42,350,000 ກີບ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້: ປະກອບມີຜ້າປິດປາກ, ນໍ້າຢາລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງສີດຢາຂ້າເຊື້ອ,ການມອບເຄື່ອງໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານພະຍາດໂຄວິດ 19 ແລະ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ, ພ້ອມນັ້ນກໍເປັນການເພີ່ມທະວີຄວາມສາມັກຄີ, ສຶກສາອົບຮົມ, ປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ – ເຍົາວະຊົນ ໄດ້ຮັບຮູ້
ເຂົ້າໃຈຕໍ່ແນວທາງນະໂນບາຍຂອງພັກ -ລັດຖະບານ, ການມີສະຕິຊາດ, ມີສະຕິຕໍ່ກົດໝາຍ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງ ແລະ ມີສະຕິຕໍ່ສັງຄົມ,ກຳແໜ້ນ ແລະ ເປັນແບບຢ່າງຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ ແລະ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 59 ປີ.
ຂໍ້ມູນ-ພາບຈາກ: ຂປລ