ວັນທີ 4 ເມສາ 2020 ເວລາ 14:30 ໂມງ ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ມາຮອດມື້ນີ້ພວກເຮົາໄດ້ກວດຜູ້ຢູ່ໃນກໍລະນີສົງໄສທັງໝົດ 53 ກໍລະນີ ໃນທົ່ວປະເທດ ເຊິ່ງຜົນກວດທັງໝົດທັງ 53 ກໍລະນີນັ້ນເປັນລົບ ບໍ່ມີຜູ້ຕິດເຊື້ອ.
ສະນັ້ນ, ມາຮອດວັນທີ 4 ເມສາ 2020 ນີ້ ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 10 ຄົນ ຢຸ່ນະຄອນຫຼວງວຽງຈັນ 7 ຄົນ ແລະ ຢູ່ແຂວງຫຼວງພະບາງ 3 ຄົນ.