ຂປລ. ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ໜັກໜ່ວງກວ່າໝູ່ໃນໂລກ ທຽບໃສ່ຫົວຄົນ, ເຊິ່ງມີປະມານ 3 ລ້ານໂຕນ, ນັກວິຊາການດ້ານລະເບີດ ຄາດຄະເນວ່າ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ, ໝາຍຄວາມວ່າ ພາຍຫລັງສົງຄາມສິ້ນສຸດ ຍັງມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫຍ່ອີກຫລາຍລ້ານໜ່ວຍ ຍັງບໍ່ທັນແຕກຕົກຄ້າງຢູ່ປະເທດເຮົາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທີ່ດໍາລົງຊີວິດ, ທໍາມາຫາກິນໄດ້ເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫລວງຫລາຍ, ແຕ່ 2009 ເຖິງ ປະຈຸບັນ ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກ ລບຕ ປະມານ 50 ຄົນຕໍ່ປີ.
ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ໃຫ້ຮູ້ໃນໂອກາດຖະແຫລງຂ່າວຜ່ານສື່ມວນຊົນໃນໂອກາດ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ 4 ເມສາ ປີນີ້ແມ່ນຄົບຮອບ 15 ປີ ແລະ ທ່ານຍັງໃຫ້ຮູ້ອີກວ່າ ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄດ້ເລີ່ມໃນຊຸມປີ 1990 ຈົນເຖິງປະຈຸບັນ ພວກເຮົາໄດ້ໂຄສະນາທີ່ມາ ແລະ ຜົນຮ້າຍຂອງ ລບຕ; ໄດ້ຊ່ວຍເຫລືອປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບ ໃຫ້ຜູ້ລອດຊີວິດຈາກ ລບຕ; ໄດ້ກວດກູ້ ລບຕ ອອກຈາກພື້ນທີ່ປະຊາຊົນຕ້ອງການທໍາການຜະລິດກະສິກໍາ ແລະ ໂຄງການພັດທະນາ.
ສໍາລັບ ປີ 2019, ພວກເຮົາໄດ້ປະຕິບັດການໂຄສະນາທີ່ມາ ແລະ ຜົນຮ້າຍ ຈາກ ລບຕ ຢູ່ 572 ເທື່ອ/ບ້ານ ເຮັດໃຫ້ຈໍານວນມີຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ຫລຸດລົງເປັນ 25 ຄົນ; ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ທັງໝົດ 216 ຄົນ; ສໍາຫລວດເພື່ອຊອກຫາຈຸດຫລັກຖານ ໄດ້ 608 ບ້ານ; ສໍາຫລວດວິຊາການ ກໍານົດພື້ນທີ່ໄດ້ 19.862 ເຮັກຕາ; ກວດກູ້ ລບຕ ອອກຈາກພື້ນທີ່ໄດ້ທັງໝົດ 5.658 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 128.145 ໜ່ວຍ.