ໃນຕອນເຊົ້າວັນທີ 27 ມີນາ 2020 ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມຄະນະໄດ້ລົງຕິດຕາມສະພາບ ການສະໜອງລາຄາສິນຄ້າ ເພື່ອເກັບກຳສະພາບການຊື້-ຂາຍ ຢູ່ພາຍໃນຕະຫຼາດດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ຜ່ານການລົງຕິດຕາມເຫັນວ່າ ໂດຍລວມສະພາບລາຄາສິນຄ້າມີຄວາມປົກກະຕິ ແລະ ລາຄາບໍ່ໄດ້ຂຶ້ນ ເຊິ່ງທ່ານຫົວໜ້າພະແນກ ຍັງໄດ້ໃຫ້ທິດຊີ້ນຳກັບຈັດສັນຕະຫຼາດໃຫ້ມີຄວາມຮັບຜິດຊອບໃນການປ້ອງກັນພະຍາດໂຄວິດ-19 ຕາມຫຼັກການຂອງຄະນະສະເພາະກິດໄດ້ແຈ້ງການອອກມາ.