ຫຼັງຈາກທີ່ກະຊວງສາທາລະນະສຸກໄດ້ອອກມາຖະແຫຼງຂ່າວຢືນຢັນ ກ່ຽວກັບການກວດພົບຜູ້ຕິດເຊື້ອໂຄວິດ-19 ວ່າ ສປປ ລາວ ມີຜູ້ຕິດເຊື້ອແລ້ວ 3 ກໍລະນີ ເຮັດໃຫ້ສື່ສັງຄົມອອນລາຍ ແລະ ກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງປ່ອຍຂ່າວລວງວ່າພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີຜູ້ຕິດເຊື້ອພະຍາດດັ່ງກ່າວ, ຫຼ້າສຸດ ກະຊວງ ອຄ ໄດ້ອອກແຈ້ງການ ຊີ້ແຈງປະເດັນດັ່ງກ່າວແລ້ວ.
ອີງຕາມໜັງສືແຈ້ງການຂອງກະຊວງ ອຄ ເລື່ອງ ຢຸດຕິການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງຂອງບຸກຄົນທີ່ບໍ່ຫວັງດີ ທີ່ກ່າວຫາວ່າມີພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ສະບັບເລກທີ 0483 /ຫອຄ.ນຄຕ ລົງວັນທີ 25 ມີນາ 2020 ໃຫ້ຮູ້ວ່າ:
1 ກະຊວງອຸດສາຫະກໍາ ແລະ ການຄ້າ ບໍ່ມີກໍລະນີພະນັກງານຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ດັ່ງທີ່ມີການປ່ອຍຂ່າວຈາກບຸກຄົນບໍ່ຫວັງດີໃນບັນດາສື່ອອນລາຍ
ຕ່າງໆ.
2 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົ່ງພະນັກງານ ຈໍານວນ 01 ທ່ານ ຄື ທ່ານ ນາງ ວິໄລພອນ ຊິນດາວົງຫົວໜ້າພະແນກນະໂຍບາຍການຄ້າຫຼາຍຝ່າຍ, ກົມນະໂຍບາຍການຄ້າຕ່າງປະເທດ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້ “Advanced Trade Policy Course” ຢູ່ສໍານັກງານໃຫຍ່ອົງການການຄ້າໂລກ ທີ່ເຊີແນວ, ປະເທດສະວິດ ລະຫວ່າງວັນທີ 27 ມັງກອນ ເຖິງ 20 ມີນາ 2020, ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ຈຶ່ງໄດ້ເຮັດໃຫ້ການສໍາມະນາປິດລົງກ່ອນກໍານົດ ຄືໄດ້ປິດການຝຶກອົບຮົມລົງໃນວັນທີ 13 ມີນາ 2020. ສະນັ້ນ, ໃນວັນທີ 14 ມີນາ 2020 ຜູ້ກ່ຽວໄດ້ອອກເດີນທາງຈາກເຊີແນວ ເພື່ອກັບມາ ສປປ ລາວ ແລະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໃນເວລາ 19:45 ໂມງ ຂອງວັນທີ 15 ມີນາ 2020 ດ້ວຍສາຍການບິນໄທ.
3 ໂດຍປະຕິບັດຕາມຄໍາແນະນໍາໃນໜັງສືແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020, ເມື່ອເດີນທາງມາເຖິງ ສປປ ລາວ ຜູ້ກ່ຽວໄດ້ປະຕິບັດດັ່ງນີ້:
ເຂົ້າພັກທີ່ສະຖານທີ່ກັກຕົວຄົນດຽວ ແລະ ໂທແຈ້ງສາຍດ່ວນໂຄວິດ (ສາຍດ່ວນ 166) ເພື່ອຝາກຂໍ້ມູນການເດີນທາງ, ແຈ້ງອາການເຈັບຄໍ ແລະ ຂໍກວດຫາເຊື້ອແຕ່ທາງສູນໃຫ້ຕິດຕາມອາການຕື່ມເພາະຫາກໍມາຮອດ.
ໃນລະຫວ່າງວັນທີ 16-21 ມີນາ 2010 ໄດ້ຕິດຕາມອາການດ້ວຍຕົວເອງ ເຊິ່ງຜົນແມ່ນບໍ່ມີໄຂ້ ແຕ່ຍັງເຈັບຄໍ ແລະ ໄດ້ປະສານຫາສາຍດ່ວນ 166 ເພື່ອຂໍໃຫ້ກວດກາຫາເຊື້ອພະຍາດໃຫ້ ແຕ່ໄດ້ຮັບຄໍາຕອບວ່າ ໃຫ້ຕິດຕາມອາການຕື່ມອີກ ເພາະບໍ່ມີໄຂ້.
ໃນວັນທີ 22 ມີນາ 2020 ໄດ້ຮັບແຈ້ງຂ່າວຈາກຜູ້ທີ່ເຂົ້າຮ່ວມຝຶກອົບຮົມດ້ວຍກັນວ່າທ່ານຮອງຫົວໜ້າສະຖາບັນຝຶກອົບຮົມຜູ້ທີ່ມາກ່າວປິດຝຶກອົບຮົມໃນວັນທີ 13 ມີນາ 2020 ຜົນກວດແມ່ນພົບເຊື້ອ ໂຄວິດ-19, ຈຶ່ງໄດ້ຕິດຕໍ່ໄປຫາສາຍດ່ວນ 166 ເພື່ອໃຫ້ປະສານຫາພາກສ່ວນກ່ຽວຂ້ອງ ເພື່ອຂໍກວດຫາເຊື້ອພະຍາດອີກເທື່ອໜຶ່ງ ແລະ ສຸດທ້າຍ ກໍໄດ້ຮັບອະນຸຍາດໃຫ້ກວດ.
ໃນວັນທີ 23 ມີນາ 2020 ໄດ້ໄປກວດຫາເຊື້ອພະຍາດຢູ່ໂຮງໝໍມິດຕະພາບ 150 ຕຽງ.
ໃນວັນທີ 24 ມີນາ 2020 ໄດ້ຮັບຜົນກວດ ໃນເວລາ 09:30 ໂມງເຊົ້າ ເຊິ່ງຜົນອອກມາເປັນ ລົບ ໝາຍຄວາມວ່າບໍ່ຕິດເຊື້ອ ແຕ່ທ່ານໝໍກໍໄດ້ແນະນໍາໃຫ້ສືບຕໍ່ດໍາເນີນການກັກຕົວຈົນຄົບ 14 ວັນ.
4 ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຮຽກຮ້ອງມາຍັງພະນັກງານ-ລັດຖະກອນໃນທົ່ວຂະແໜງການກໍຄືພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ ແລະ ປະຊາຊົນທຸກຊັ້ນຄົນ ຈົ່ງພິຈາລະນາຢ່າງຄັກແນ່ ກ່ຽວກັບບັນດາຂໍ້ມູນທີ່ເຜີຍແຜ່ຢູ່ໃນບັນດາສື່ຕ່າງໆທີ່ບໍ່ແມ່ນສື່ທາງການ ເພາະມັນຈະກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍໃຫ້ແກ່ອົງກອນ ກໍຄືສັງຄົມດັ່ງກໍລະນີນີ້.
5 ຫ້າມສືບຕໍ່ເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງນີ້, ຖ້າຝ່າຝືນຈະຖືກປະຕິບັດຕາມກົດໝາຍ ແລະ ລະບຽບການ.
ຂອບໃຈຮູບພາບຈາກ: ຂ່າວເສດຖະກິດການຄ້າ