ຜ່ານແຜນດຳເນີນການຄົ້ນຄວ້າການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ

370

ໃນວັນທີ 26 ທັນວາ 2019, ກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຜ່ານແຜນດໍາເນີນການຄົ້ນຄວ້າການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ ຂຶ້ນທີ່ສະໂມສອນສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ພະນັກງານຫຼັກແຫຼ່ງຈາກກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸ່ງແຕ່ງກະສິກໍາ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດານັກສຶກສາຈາກຄະນະສະຖາປັດຕະຍະກໍາສາດ, ຄະນະວິທະຍາສາດສັງຄົມ, ຄະນະເສດຖະສາດ ແລະ ຄະນະກະສິກໍາ ແລະ ປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນ 7 ຄະນະຄົ້ນຄວ້າ ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອນໍາສະເໜີຮ່າງແຜນດໍາເນີນງານຂອງ 7 ຄະນະຄົ້ນຄວ້າທີ່ໄດ້ຍື່ນສະໝັກ ໃນໂຄງການຄົ້ນຄວ້າກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ ໃນກໍລະນີສຶກສາຢູ່ ສປປ ລາວ. ຈາກນັ້ນ

ຄັດເລືອກເອົາ 3-4 ຄະນະ ເພື່ອເລີ່ມດໍາເນີນການຄົ້ນຄວ້າ ນັບແຕ່ເດືອນມັງກອນຫາເດືອນເມສາ 2020.

ກອງປະຊຸມດັ່ງກ່າວເປັນກອງປະຊຸມຄັ້ງປະຖົມມະລຶກທີ່ຈັດຂຶ້ນຢູ່ ສປປ ລາວ ຊຶ່ງມີຄວາມໝາຍຄວາມສໍາຄັນ ແລະ ເປັນການສົ່ງເສີມນັກຄົ້ນຄວ້າໃນຂະແໜງພັດທະນາຊົນນະບົດໃນປະເທດເຮົາ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນອອກສູ່ສັງຄົມ ກໍຄືບັນດາປະເທດໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ກໍາປູ່ເຈ່ຍ, ຈີນ, ໄທ, ແລະ ຫວຽດນາມ) ໂດຍສະເພາະ ຢູ່ປະເທດເຮົາ ຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າການ ໄດ້ຖືກນໍາໃຊ້ຢ່າງແຜ່ຫລາຍໂດຍໂຄງການພັດທະນາຕ່າງໆ, ໜຶ່ງໃນນັ້ນແມ່ນກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ພາຍໃຕ້ການສະໜັບສະໜູນຈາກທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ນັບແຕ່ປີ 2003 ເປັນຕົ້ນມາ ຫຼື ໃນໄລຍະຈັດຕັ້ງຜັນຂະຫຍາຍ ຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກຂອງລັດຖະບານ ໄປສູ່ເມືອງອື່ນໆ ມາຮອດປະຈຸບັນ ການນໍາໃຊ້ຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າ ພາຍໃຕ້ ທລຍ ໄດ້ກວາມເອົາ 1820 ບ້ານ ທີ່ນອນຢູ່ 263 ກຸ່ມບ້ານ ຂອງ 43 ເມືອງ ໃນ 10 ແຂວງ.

ໂດຍພື້ນຖານແລ້ວຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າການ ໃນວຽກງານ ທລຍ ໄດ້ມອບຄວາມຮັບຜິດຊອບໃຫ້ແກ່ຊຸມຊົນໃນການພັດທະນາທ້ອງຖິ່ນຂອງເຂົາເຈົ້າ ໂດຍມີ 6 ຫລັກການ ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ:

1. ງ່າຍດາຍ (ຊຸມຊົນສາມາດຈັດຕັ້ງປະຕິບັດດ້ວຍເຂົາເຈົ້າເອງ);

2. ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້;

3. ການມີສ່ວນຮ່ວມຂອງທຸກໆພາກສ່ວນ ແລະ ສົ່ງເສີມສິດສະເໝີພາບຍິງ-ຊາຍ;

4. ການປະກອບສ່ວນຂອງຊຸມຊົນ ເພື່ອການພັດທະນາທີ່ຍືນຍົງ;

5. ການລົງທຶນທີ່ກຸ້ມຄ່າ;

6. ຢູ່ຄຽງຂ້າງ ແລະ ຊ່ວຍເຫລືອຜູ້ທຸກຍາກກ່ອນ.

ຂ່າວຈາກ: Prf Fund