ກອງທຶນອະນຸຮັກທຳມະຊາດໂລກ ສະໜອງທຶນ 3 ລ້ານກວ່າເອີໂຣ ອະນຸຮັກປ່າໄມ້

296

ກອງທຶນອະນຸຮັກທຳມະຊາດໂລກ ປະຈຳ ສປປ ລາວ ( WWF – lao ) ສະໜັບສະໜູນການປົກປັກຮັກສາປ່າໄມ້ ແລະ ອະນຸຮັກຊີວະນາໆພັນຕາມສາຍພູຫຼວງ ເຂດພາກໃຕ້ຂອງ ສປປ ລາວ ໂດຍກວມເອົາແຂວງເຊກອງ, ແຂວງສາລະວັນ ທີ່ເຊື່ອມຕໍ່ກັບແຂວງ ກວາງຈິ, ເທື່ອທຽນເຫວ້ ແລະ ກວາງນາມ ຂອງ ສສ ຫວຽດນາມ ໃນມູນຄ່າ 3 ລ້ານກວ່າເອີໂຣ ໄລຍະຈັດຕັ້ງປະຕິບັດ 6 ປີ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ວາງແຜນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນການທໍາລາຍປ່າໄມ້ ແລະ ສູນເສຍເນື້ອທີ່ປ່າໄມ້ຕາມແລວຊາຍແດນ ລະຫວ່າງພາກກາງ ສສ ຫວຽດນາມ ແລະ ພາກໃຕ້ ຂອງ ສປປ ລາວ ທີ່ແຂວງສາລະວັນ ແລະ ແຂວງເຊກອງ ໄລຍະ II, ໄດ້ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ນະຄອນປາກເຊ ແຂວງຈໍາປາສັກ ລະຫວ່າງ ທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ ລາວ ແລະ ທ່ານ ສັງທອງ ສຸທໍາມະໂກດ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ ( 2019 – 2025 ) ມູນຄ່າຂອງໂຄງການທັງໝົດ 3,3 ລ້ານກວ່າເອີໂຣ ໂດຍມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນແຜນການປົກປັກຮັກສາ, ຟື້ນຟູ, ການນໍາໃຊ້ປ່າໄມ້ແບບຍືນຍົງ ແລະ ການອະນຸຮັກຊີວະນາໆພັນໃນເຂດສາຍພູຫຼວງ ໂດຍການນໍາໃຊ້ຮູບແບບການອະນຸຮັກທີ່ທັນສະໄໝ ເຊິ່ງຈະເປັນການສະໜັບສະໜູນລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍຊີວະນາໆພັນ.

ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດໃນ 21 ບ້ານເປົ້າໝາຍພາຍໃນ 3 ເມືອງ ຄື: ເມືອງກະລຶມ ແຂວງເຊກອງ, ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ ແຂວງສາລະວັນ.

ທ່ານ ສັງທອງ ສຸທໍາມະໂກດ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ກວມເອົາເຂດສາຍພູຫຼວງມີເນື້ອທີ່ກວມເອົາ ປະມານ 3 ແສນເຮັກຕາ ເຊິ່ງນອນຢູ່ໃນແຂວງສາລະວັນ ແລະ ເຊກອງ ພາກໃຕ້ຂອງ ສປປ ລາວ ແລະ ແຂວງ ກວາງຈິ, ແຂວງເທື່ອທຽນເຫວ້ ແລະ ແຂວງກວາງນາມ ຂອງ ສສ ຫວຽດນາມ, ເນື້ອທີ່ປ່າໄມ້ໃນເຂດສາຍພູຫຼວງ ເປັນປ່າທີ່ ກວ້າງໃຫຍ່ອີກແຫ່ງໃນທະວີບອາຊີ ແລະ ເປັນພື້ນທີ່ທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ. ເຖິງຢ່າງໃດກໍຕາມ, ເນື້ອທີ່ປ່າໄມ້ໃນເຂດສາຍພູຫຼວງ ປັດຈຸບັນກໍາລັງຖືກທໍາລາຍເນື່ອງຈາກການຕັດໄມ້ທີ່ຜິດກົດໝາຍ, ການຫັນປ່ຽນພື້ນທີ່ດິນ ແລະ ການລ່າສັດທີ່ຜິດກົດໝາຍ.

ທ່ານກ່າວຕື່ມວ່າ: ການທໍາລາຍປ່າໃນ ສປປ ລາວ ຍັງຖືເປັນບັນຫາສໍາຄັນໃນລະດັບຊາດ ແລະ ໃນລະດັບສາກົນ, ການບັງຄັບໃຊ້ກົດໝາຍທີ່ຍັງບໍ່ເຂັ້ມແຂງ ໂດຍສະເພາະຊຸມຊົນທີ່ຍັງບໍ່ສາມາດຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນທໍາມະຊາດໃນພື້ນທີ່ຂອງເຂົາເຈົ້າ ແລະ ບໍ່ສາມາດມີສ່ວນຮ່ວມໃນຂະບວນການຕັດສິນໃຈ ໃນດ້ານການຄຸ້ມຄອງຊັບພະຍາກອນທໍາມະຊາດໄດ້ນັ້ນເປັນສິ່ງກີດຂວາງການພັດທະນາແບບຍືນຍົງ.

ປະຊາຊົນທ້ອງຖິ່ນຢູ່ ສປປ ລາວ ແລະ ສສ ຫວຽດນາມ ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງພື້ນທີ່ປ່າປ້ອງກັນ ຍັງອາໄສຊັບພະຍາກອນທໍາມະຊາດໃນການດໍາລົງຊີວິດ ໂດຍສະເພາະນໍາໃຊ້ເປັນຢາພື້ນເມືອງ, ໃຊ້ໃນການປຸກສ້າງທີ່ຢູ່ອາໄສ ແລະ ເປັນແຫຼ່ງສ້າງລາຍຮັບ, ຊຸມຊົນດັ່ງກ່າວສ່ວນໃຫຍ່ແລ້ວເປັນກຸ່ມຊົນເຜົ່າທີ່ດ້ອຍໂອກາດ, ທີ່ບໍ່ສາມາດເຂົ້າເຖິງພື້ນຖານໂຄງລ່າງ ແລະ ຕະຫຼາດໄດ້, ເຂົາເຈົ້າໄດ້ຮັບຜົນກະທົບຈາກການຫຼຸດລົງຂອງເຄື່ອງປ່າຂອງດົງ, ການສົ່ງເສີມຮູບແບບການປົກປັກຮັກສາປ່າໄມ້ໃນຂັ້ນທ້ອງຖິ່ນ ແລະ ການດໍາລົງຊີວິດທີ່ອີງໃສ່ກະສິກໍາຈະຊ່ວຍສ້າງທາງເລືອກໃນການດໍາລົງຊີວິດຂອງຊຸມຊົນ ແລະ ເປັນການຫຼຸດຜ່ອນແຮງຈູງໃຈໃນການຂຸດຄົ້ນຊັບພະຍາກອນທໍາມະຊາດແບບຜິດກົດໝາຍ.

ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ