ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຮາໂນ່ຍ ແລະ ບາງກອກ

439

ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ຂອງ ສປປ ລາວ ສູງກວ່າຢູ່ນະຄອນຫຼວງຮາໂນ້ຍ ຂອງ ສສ ຫວຽດນາມ 42% ແລະ ສູງກວ່າຢູ່ນະຄອນຫຼວງບາງກອກຂອງໄທ 16%. ຄ່າຄອງຊີບທີ່ສູງຈະຢູ່ໃນໝວດອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ, ການຂົນສົ່ງ ແລະ ອື່ນໆ.

ຈາກບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຫົວຂໍ້:

ຄ່າຄອງຊີບຂອງຄົນໃນນະຄອນຫຼວງວຽງຈັນສູງແທ້ບໍ່?; ທາງເລືອກໃນການແກ້ໄຂມີແນວໃດ?; ບັນຫາການເພີ່ມຂຶ້ນຂອງຄ່າຄອງຊີບໄດ້ເຮັດໃຫ້ຄົນທີ່ໃຊ້ຊີວິດໃນເມືອງໃຫຍ່ພົບກັບຄວາມຫຍຸ້ງຍາກ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ, ຄ່າຄອງຊີບເພີ່ມຂຶ້ນແມ່ນໄດ້ສ້າງຜົນກະທົບດ້ານລົບຕໍ່ການດຳເນີນຊີວິດຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າໃຊ້ຊີວິດພົບບັນຫາຫຼາຍຢ່າງ. ຈາກສະພາບດັ່ງກ່າວເຂົາເຈົ້າໄດ້ຕັ້ງບັນຫາຂຶ້ນວ່າຍ້ອນຫຍັງຄ່າຄອງຊີບໃນນະຄອນຫຼວງວຽງຈັນຈຶ່ງສູງ?; ແມ່ນຫຍັງເປັນສາເຫດທີ່ເຮັດໃຫ້ຄ່າຄອງຊີບສູງ?; ມີທາງເລືອກໃນການແກ້ໄຂຄືແນວໃດ? ນີ້ແມ່ນຄຳຖາມທີ່ຄົນສ່ວນຫຼາຍສົນໃຈ ແລະ ຜູ້ຮັບຜິດຊອບນະໂຍບາຍຕ້ອງການຄວາມກະຈ່າງແຈ້ງ ເພື່ອຈະວາງແນວທາງໃນການແກ້ໄຂບັນຫາທີ່ຖືກຕ້ອງ. ດັ່ງນັ້ນ, ການຄົ້ນຄວ້າໃນຄັ້ງນີ້ຈຶ່ງເປັນການຄົ້ນຄວ້າເພື່ອຊອກຫາ ຄວາມເປັນຈິງທີ່ເກີດຂຶ້ນເພື່ອຕອບຄຳຖາມດັ່ງກ່າວ ເຊິ່ງການຄົ້ນຄວ້າໃນຄັ້ງນີ້ໄດ້ນຳໃຊ້ວິທີການສຳພາດແບບລົງເລິກກັບຜູ້ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕາມແຕ່ລະກຸ່ມອາຊີບ ( ພະນັກງານລັດ, ກຳມະກອນ, ນັກສຶກສາ ) ໃນທ້າຍເດືອນກຸມພາ 2019 ໂດຍຕັ້ງຫຼາຍຄຳຖາມເພື່ອຕອບຂໍ້ສົງໄສ, ສິ່ງທີ່ພົບພໍ້ໃນການຄົ້ນຄວ້າຕາມຄຳຖາມສຳຄັນທີ່ຕັ້ງຂຶ້ນ ດັ່ງນີ້:

ຄ່າຄອງຊີບໃນນະຄອນຫຼວງສູງແທ້ບໍ່? ຖ້າສູງແທ້ຍ້ອນຫຍັງຈຶ່ງສູງ? ການຂຶ້ນຂອງຄ່າຄອງຊີບເບິ່ງໄດ້ຈາກຫຍັງ?.

ເພື່ອໃຫ້ເຫັນແຈ້ງແມ່ນສົມທຽບຄ່າຊີບລະຫວ່າງນະຄອນຫຼວງວຽງຈັນ ກັບ ນະຄອນຫຼວງອື່ນຂອງປະເທດໃກ້ຄຽງ ພົບວ່າ: ນະຄອນຫຼວງວຽງຈັນ ມີຄ່າຄອງຊີບຂັ້ນຕ່ຳສະເລ່ຍ 1,85 ລ້ານກີບຕໍ່ເດືອນ, ນະຄອນຫຼວງຮາໂນ້ຍ ມີຄ່າຄອງຊີບຂັ້ນຕ່ຳ 1,07 ລ້ານກີບຕໍ່ເດືອນ, ນະຄອນຫຼວງບາງກອກ ມີຄ່າຄອງຊີບຂັ້ນຕ່ຳ 1,55 ລ້ານກີບຕໍ່ເດືອນ ເຊິ່ງຂໍ້ມູນດັ່ງກ່າວອີງໃສ່ຜົນສຳຫຼວດຄ່າຄອງຊີບໂດຍອົງການສາກົນ ( www.expatistan.com/cost-of-living/comparison/ ) ທີ່ເຮັດການປຽບທຽບຄ່າຄອງຊີບໃນເມືອງໃຫຍ່ ພົບວ່າ: ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ແມ່ນສູງກວ່າຢູ່ນະຄອນຫຼວງຮາໂນ້ຍ 42% ແລະ ສູງກວ່າຢູ່ນະຄອນຫຼວງບາງກອກ 16%, ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ຈະສູງໃນໝວດອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ, ການຂົນສົ່ງ, ການຮັກສາສຸຂະພາບ, ການບັນເທີງສູງກວ່າທັງນະຄອນຫຼວງຮາໂນ້ຍ ແລະ ນະຄອນຫຼວງບາງກອກ ໃນໝວດທີ່ປຽບທຽບເບິ່ງຕາຕະລາງ.

ເມື່ອນຳຂໍ້ມູນຕາຕະລາງທີ 1 ມາປຽບທຽບໃສ່ຂໍ້ມູນການສຳຫຼວດການໃຊ້ຈ່າຍຂອງຄົວເຮືອນຂອງສູນສະຖິຕິແຫ່ງຊາດ ພົບວ່າ: ໃນເຂດຕົວເມືອງຂອງ ສປປ ລາວ ຄ່າໃຊ້ຈ່າຍຫຼາຍສຸດແມ່ນລາຍຈ່າຍຄ່າອາຫານກວມເອົາ 63,6%, ຮອງລົງມາແມ່ນລາຍຈ່າຍ ໂທລະຄົມ ແລະ ການຂົນສົ່ງ ກວມເອົາ 13,6%, ທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງ 4,9%, ເຫຼົ້າ ແລະ ຢາສູບ 3,6%, ເຄື່ອງໃຊ້ໃນເຮືອນ 3,2%, ເສື້ອຜ້າ ແລະ ເກີບ 2,8%, ການຮັກສາສຸຂະພາບ 2,2%, ການສຶກສາ 1,4%, ສິນຄ້າ ແລະ ການບໍລິການອື່ນໆ 0,5% ຂອງລາຍຈ່າຍທັງໝົດເຫັນວ່າຂໍ້ມູນຈາກທັງສອງແຫຼ່ງທີ່ຊອກຄົ້ນຄວ້້າມາໄດ້ແມ່ນສອດຄ່ອງກັນ.

ຖ້າເບິ່ງຈາກສະພາບລວມຈະເຫັນວ່າສາເຫດທີ່ນະຄອນຫຼວງວຽງຈັນ ມີຄ່າຄອງຊີບສູງແມ່ນມາຈາກການເປັນເມືອງໃຫຍ່, ມີຄວາມຈະເລີນ, ທຸກສິ່ງທຸກຢ່າງມີມູນຄ່າຖືກຕີເປັນເງິນ, ມີປະຊາກອນອາໄສຢູ່ໜາແໜ້ນ, ລາຍໄດ້ສະເລ່ຍຕໍ່ຫົວຄົນສູງທີ່ສຸດໃນປະເທດ ສະເລ່ຍ 3,76 ລ້ານກີບຕໍ່ເດືອນ ( ຈີດີພີ ຕໍ່ຫົວຄົນ 45,36 ລ້ານກີບຕໍ່ປີ ) ເຊິ່ງເປັນຕົວເລກທີ່ສູງກວ່າລາຍໄດ້ສະເລ່ຍຂອງປະເທດ, ລາຍໄດ້ຫຼາຍລາຍຈ່າຍກໍຈະຫຼາຍຂຶ້ນຕາມໆກັນ ເມື່ອມີລາຍໄດ້ສູງອຳນາດໃນການຈ່າຍຈະສູງ, ຄວາມຈະເລີນມາພ້ອມສິ່ງອຳນວຍຄວາມສະດວກ, ສິ່ງອຳນວຍຄວາມສະດວກມາພ້ອມກັບລາຍຈ່າຍ, ເຫັນວ່າຂໍ້ມູນດັ່ງກ່າວແມ່ນສອດຄ່ອງກັບຂໍ້ມູນການສຳຫຼວດຂອງອົງການສາກົນ ( www.eiu.com/topic/worldwide-cost-of-living ) ທີ່ເຮັດການສຳຫຼວດເມືອງໃຫຍ່ໃນປະເທດຕ່າງໆທົ່ວໂລກພົບວ່າເມືອງໃຫຍ່ຈະມີຄ່າຄອງຊີບສູງ ແລະ ເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກແມ່ນສິງກະໂປ, ອັນດັບ 2 ນະຄອນຫຼວງປາຣີ, ອັນດັບ 3 ເມືອງຊູລິກ ແລະ ອັນດັບ 4 ຮົງກົງ.

ໂດຍທົ່ວໄປແລ້ວການສູງຂຶ້ນຂອງຄ່າຄອງຊີບແມ່ນເບິ່ງໄດ້ຈາກການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ການບໍລິການ ເຊິ່ງຂໍ້ມູນດັ່ງກ່າວຈະບອກການປ່ຽນແປງຂອງເງິນເຟີ້ແມ່ນລາຄາສິນຄ້າແພງຂຶ້ນ ເມື່ອທຽບກັບລາຄາປີກ່ອນ, ການທີ່ສິນຄ້າມີລາຄາແພງຂຶ້ນຈະເຮັດໃຫ້ຄ່າເງິນທີ່ເຮົາຖືຄອງມີມູນຄ່າໜ້ອຍລົງ ເມື່ອທຽບໃສ່ອະດີດໂດຍອີງໃສ່ຂໍ້ມູນການປ່ຽນແປງຂອງອັດຕາເງິນເຟີ້ໃນໄລຍະ 6 ປີຜ່ານມາ ຂອງ ສປປ ລາວ ເຫັນວ່າໝວດທີ່ມີການເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າມີການເພີ່ມຂຶ້ນລວມ 29,48% ( ສະເລ່ຍ 4,91% ), ຮອງລົງມາແມ່ນໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນລວມ 25,12% ( ສະເລ່ຍ 4,19% ), ຖັດມາແມ່ນໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນລວມ 24,13% ( ສະເລ່ຍ 4,02% ແລະ ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງ ເພີ່ມຂຶ້ນລວມ 22,14% ( ສະເລ່ຍ 3,69% ) ເບິ່ງຕາຕະລາງ.

ການເພີ່ມຂຶ້ນໃນ 4 ໝວດດັ່ງກ່າວ ຖືວ່າເປັນຕົວເລກທີ່ຂ້ອນຂ້າງສູງ ເຊິ່ງມີ ຄວາມຈຳເປັນທີ່ລັດຖະບານຄວນໃຫ້ຄວາມສຳຄັນມີມາດຕະການແກ້ໄຂບັນຫາດັ່ງກ່າວ. ໝວດສິນຄ້າທີ່ກ່າວມາຂ້າງເທິງແມ່ນໝວດທີ່ມີຄວາມຈຳເປັນກວມເອົາຄ່າໃຊ້ຈ່າຍໃນການດຳເນີນຊີວິດຂອງຄົນສ່ວນຫຼາຍ ໂດຍສະເພາະຕໍ່ຜູ້ທີ່ມີລາຍໄດ້ຕ່ຳ, ຜູ້ຫາເຊົ້າກິນຄ່ຳ, ຜູ້ບໍ່ມີວຽກເຮັດງານທຳ, ຜູ້ບໍ່ມີລາຍຮັບປົກກະຕິ, ຜູ້ທີ່ມາຈາກຕ່າງແຂວງເພື່ອການສຶກສາຮ່ຳຮຽນ, ພະນັກງານ, ລັດຖະກອນທີ່ເຮັດວຽກກິນເງິນເດືອນທີ່ຈະໄດ້ຮັບຜົນກະທົບຫຼາຍຈາກການເພີ່ມຂຶ້ນຂອງລາຄາໃນໝວດດັ່ງກ່າວ.

ຂໍ້ມູນ: ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ກະຊວງ ອຄ ]