45 ປີ ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການສຶກສາ ແລະ ກີລາ

233

ຫວນຄືນກ່ອນປີ 1975 ຂະແໜງການສຶກສາລາວ ມີ ຄວາມຫຍຸ້ງຍາກໃນດ້ານສະຖານທີ່ຮຽນ ແລະ ຄູສອນ. ແຕ່ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ອັດຕາການເຕີບໂຕຂອງຂະແໜງສຶກສາລາວມີຄວາມກ້າວໜ້າ ແລະ ກະໂດດຂັ້ນ ປະກອບສ່ວນອັນສຳຄັນໃນການສ້າງບຸກຄະລາກອນຄຸນນະພາບອອກຮັບໃຊ້ສັງຄົມ.

ພາບລວມການສຶກສາກ່ອນປົດປ່ອຍປະເທດຊາດ ສະຖານທີ່ໂຮງຮຽນ, ຫ້ອງຮຽນຖືວ່າຫຍຸ້ງຍາກ ແລະ ຈຳກັດທີ່ສຸດ, ບາງແຂວງ ບາງເມືອງ ໄດ້ຮຽນຢູ່ຕາມປ່າຕາມດົງ. ພາຍຫຼັງປົດປ່ອຍການສຶກສາມີການຂະຫຍາຍຕົວຂຶ້ນ ຈາກໃນປີ 1975 ມີນັກຮຽນຈົບຊັ້ນອຸດົມ ຫຼື ມັດທະຍົມຕອນປາຍ ມີພຽງ 400 ກວ່າຄົນ.

ແນວໃດກໍຕາມ, ສຳລັບການສຶກສາແຫ່ງຊາດມີການປ່ຽນແປງຢູ່ 3 ໄລຍະ ຄື: ໄລຍະກ່ອນປົດປ່ອຍໄດ້ເລີ່ມປັບປຸງໄລຍະການຮຽນຂັ້ນຕົ້ນຊຸມປີ 1970 – 1986 ການສຶກສາສາມັນສຶກສາ ມີລະບົບການຮຽນຢູ່ 10 ປີ ຫຼື 10 ຫ້ອງ, ຈົນມາຮອດຊຸມປີ 1990 ໄດ້ມີການປ່ຽນແປງລະບົບການສຶກສາ ຈາກ 10 ປີ ມາເປັນ 11 ປີ ແລະ ມາຮອດປັດຈຸບັນໄດ້ປ່ຽນລະບົບການສຶກສາແຫ່ງຊາດມາເປັນລະບົບສາມັນສຶກສາ 12 ປີ, ປະກອບມີ 5 +    4 + 3 ໝາຍຄວາມວ່າ ຂັ້ນປະຖົມ 5 ປີ, ມັດທະຍົມຕອນຕົ້ນ 4 ປີ, ມັດທະຍົມຕອນປາຍ 3 ປີ ຖືວ່າໄດ້ມີການປ່ຽນແປງມາແຕ່ລະໄລຍະ.

ສະໄໝກ່ອນປົດປ່ອຍ ຊັ້ນອະນຸບານເກືອບບໍ່ມີ, ຈະມີຢູ່ແຕ່ສໍານັກງານອົງການທີ່ມີໂຮງລ້ຽງເດັກອະນຸບານ ແລະ ບໍ່ຖືກຈົດເຂົ້າໃນລະບົບທີ່ເປັນສົມບູນ. ພາຍຫຼັງປົດປ່ອຍຊັ້ນອະນຸບານໄດ້ຕິດພັນກັບການສ້າງຄູ ຈຶ່ງໄດ້ມີໂຮງຮຽນສ້າງຄູອະນຸບານ, ສ້າງຄູປະຖົມ, ສ້າງຄູມັດທະຍົມຕົ້ນ – ປາຍ.

ອີງຕາມຮ່າງບົດລາຍງານແຜນພັດທະນາການສຶກສາ ແລະ ກີລາ 5 ປີ ຄັ້ງທີ IX ( 2021 – 2025 ) ທີ່ສະເໜີໃນກອງປະຊຸມໃຫຍ່ຜູ້ແທນອົງ   ຄະນະພັກກະຊວງສຶກສາທິການ ແລະ ກີລາ ຄັ້ງທີ IX ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ( 2016 – 2020 ) ການພັດທະນາການສຶກສາ ແລະ ກີລາ ມີ ຄວາມຄືບໜ້າດີໃນຫຼາຍດ້ານ, ເຊິ່ງສາມາດສັງລວມຜົນສໍາເລັດທີ່ພົ້ນເດັ່ນຂອງແຕ່ລະຂະແໜງການຍ່ອຍໄດ້ດັ່ງນີ້:

ຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງໃນແຕ່ລະທ້ອງຖິ່ນ, ຈໍານວນນັກຮຽນເພີ່ມຂຶ້ນ ຈາກ 92.947 ຄົນ ເປັນ 121.842 ຄົນ ແລະ ເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຈາກ 70,9% ໃນສົກຮຽນ 2015 – 2016 ເປັນ 82,7% ໃນສົກຮຽນ 2019 – 2020, ການເຂົ້າຮຽນຂອງເດັກກໍມີຄວາມສະເໝີພາບກັນລະຫວ່າງເດັກຍິງ ແລະ ເດັກຊາຍ.

ຂະແໜງການຍ່ອຍປະຖົມສຶກສາຮອດສົກຮຽນ 2019 – 2020 ອັດຕາເຂົ້າຮຽນສຸດທິຊັ້ນປະຖົມສຶກສາ ບັນລຸໄດ້ 99%, ອັດຕາການຄ້າງຫ້ອງຫຼຸດລົງ ຈາກ 4,8% ໃນສົກຮຽນ 2015 – 2016 ເປັນ 3,1% ໃນສົກຮຽນ 2019 – 2020, ອັດຕາການປະລະຫຼຸດລົງ ຈາກ 4,7% ໃນສົກຮຽນ 2015 – 2016 ເປັນ 4,3% ໃນປີ 2019 – 2020.

ຂະແໜງການຍ່ອຍມັດທະຍົມສຶກສາຕອນຕົ້ນ ມີທ່າຂະຫຍາຍຕົວຈໍານວນຫ້ອງຮຽນໄດ້ເພີ່ມຂຶ້ນ 1.000 ກວ່າຫ້ອງ ຄືຈາກ 12.100 ຫ້ອງ ໃນສົກຮຽນ 2015 – 2016 ເປັນ 13.153 ຫ້ອງ ໃນສົກຮຽນ 2019 – 2020, ອັດຕາເຂົ້າຮຽນລວມເພີ່ມຈາກ 82,2% ໃນສົກຮຽນ 2015-2016 ເປັນ 83,3% ໃນສົກຮຽນ 2019-2020, ດ້ວຍດັດຊະນີຄວາມສະເໝີພາບຍິງຊາຍ ເພີ່ມຂຶ້ນຈາກ 0,94 ເປັນ 0,98.

ຂະແໜງການຍ່ອຍມັດທະຍົມສຶກສາຕອນປາຍ ກໍມີການຂະຫຍາຍຕົວຢ່າງແຂງແຮງ ເຫັນໄດ້ຈາກຈໍານວນນັກຮຽນເພີ່ມຂຶ້ນໃນແຕ່ລະປີ ເຮັດໃຫ້ມີຈໍານວນຫ້ອງຮຽນເພີ່ມຂຶ້ນຈາກ 5.178 ຫ້ອງ ໃນສົກຮຽນ 2015 – 2016 ເປັນ 5.998 ຫ້ອງ ໃນສົກຮຽນ 2019 – 2020; ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ ເພີ່ມຈາກ 47,8% ເປັນ 54,8%.

ຂະແໜງການຍ່ອຍການສຶກສານອກໂຮງຮຽນ ໄດ້ເພີ່ມການຂະຫຍາຍໂອກາດທາງການສຶກສາ ຄຽງຄູ່ກັບການປັບປຸງດ້ານຄຸນນະພາບເຮັດໃຫ້ມີ ຈຳນວນ 30.195 ຄົນ ໄດ້ເຂົ້າຮຽນໃນຫຼັກສູດລົບລ້າງຄວາມບໍ່ຮູ້ໜັງ  ສື, ຮຽນຈົບຊັ້ນປະຖົມບຳລຸງ ຈຳນວນ 43.414 ຄົນ, ຈົບບໍາລຸງ ມ.ຕົ້ນ 182.820 ຄົນ ແລະ ມ.ປາຍ 8.241 ຄົນ, ໄດ້ສະໜອງການຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ຊາວໜຸ່ມໃນກຸ່ມເປົ້າໝາຍ ຈໍານວນ 14.682 ຄົນ. ມາຮອດປີ 2020 ນີ້ ໃນທົ່ວປະເທດສາມາດປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນທົ່ວເມືອງ ໄດ້ 147 ເມືອງ ແລະ ປະກາດທົ່ວແຂວງ ໄດ້ 13 ແຂວງ ລວມທັງນະຄອນຫຼວງວຽງຈັນ.

ຂະແໜງການຍ່ອຍການສຶກສາຄູ ໃນໄລຍະ 5 ປີຜ່ານມາ ບັນດາວິທະຍາໄລຄູຕ່າງໆໄດ້ຮັບນັກຮຽນເຂົ້າຮຽນທັງໝົດ 17.990 ຄົນ ແລະ ມີຜູ້ທີ່ສໍາເລັດການສຶກສາອອກໄປ ຈໍານວນ 21.049 ຄົນ.

ຂະແໜງການຍ່ອຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບການຮັບນັກຮຽນເຂົ້າຮຽນໃນສະຖານອາຊີວະສຶກສາ ໃນແຕ່ລະປີກໍມີທ່າອ່ຽງເພີ່ມຂຶ້ນ ເຊັ່ນ: ໃນສົກຮຽນ 2015 – 2016 ມີນັກຮຽນເຂົ້າຮຽນໃນສະຖານອາຊີວະສຶກສາ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ 15.222 ຄົນ, ຕົກມາຮອດສົກຮຽນ 2019 – 2020 ມີນັກຮຽນເຂົ້າໃໝ່ ຈໍານວນ 15.707 ຄົນ, ເຮັດໃຫ້ມີນັກຮຽນເຂົ້າຮຽນທັງໝົດ ຈໍານວນ 80.731 ຄົນ ແລະ ມີຜູ້ທີ່ຈົບການສຶກສາອອກໄປ ຈໍານວນປະມານ 74.000 ຄົນ.

ຂະແໜງການຍ່ອຍການສຶກສາຊັ້ນສູງ ໃນ 5 ປີຜ່ານມາ ມີນັກສຶກສາເຂົ້າຮຽນໃນບັນດາມະຫາວິທະຍາໄລ ຈໍານວນ 183.575 ຄົນ ແລະ ມີຜູ້ທີ່ຈົບການສຶກສາອອກໄປ ຈໍານວນ 46.992 ຄົນ. ນອກນັ້ນ, ໄດ້ສົ່ງນັກຮຽນ – ນັກສຶກສາ ແລະ ພະນັກງານໄປຮຽນຕໍ່ຕ່າງປະເທດໃນລະດັບຕ່າງໆ ຈໍານວນ 25 ພັນກວ່າຄົນ.

ແນວໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍ ເປັນຕົ້ນແມ່ນຜົນການຮຽນຂອງນັກຮຽນປະຖົມຕໍ່າ ( ວິຊາພາສາລາວ ແລະ ຄະນິດສາດ ) ອັນສົ່ງຜົນໃຫ້ຜົນການຮຽນຂອງນັກຮຽນໃນຊັ້ນມັດທະຍົມ ແລະ ຫຼັງຊັ້ນມັດທະຍົມຕໍ່າ; ການປະລະການຮຽນຂອງນັກຮຽນຊັ້ນມັດທະຍົມ ລວມທັງຊັ້ນປະຖົມສຶກສາມີທ່າອ່ຽງເພີ່ມຂຶ້ນ; ຄວາມແຕກໂຕນກັນທາງດ້ານການສຶກສາ ລະຫວ່າງເມືອງຕໍ່ເມືອງ ແລະ ຊົນນະບົດ ແລະ ຕົວເມືອງຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ.

ຂໍ້ມູນທີ່ເປັນບ່ອນອີງໃນການສ້າງແຮງງານໃນອະນາຄົດ ແມ່ນອີງໃສ່ການສໍາຫຼວດເສດຖະກິດແຫ່ງຊາດ ເຊິ່ງຄັ້ງຫຼ້າສຸດກໍາລັງດໍາເນີນຢູ່ ແລະ ການມີສ່ວນຮ່ວມຂອງຜູ້ປະກອບການໃນການສ້າງສີມືແຮງງານຍັງບໍ່ທັນເຕັມເມັດເຕັມໜ່ວຍ; ການແກ້ໄຂບັນຫາການຈັດສັນຄູ ແລະ ປະສິດທິພາບໃນການນໍາໃຊ້ຄູ ຍັງເປັນສິ່ງທ້າທາຍຂອງຂະແໜງການສຶກສາ ແລະ ກີລາ.

ສຳລັບແຜນພັດທະນາການສຶກສາ ແລະ ກີລາ 5 ປີ ຄັ້ງທີ IX ( 2021 – 2025 ) ມີເປົ້າໝາຍລວມວ່າພາຍໃນປີ 2025 ຂະແໜງການສຶກສາ ແລະ ກີລາຢູ່ ສປປ ລາວ ມີໂຄງສ້າງ ແລະ ມີຊັບພະຍາກອນທີ່ເໝາະສົມ ເພື່ອເຮັດໃຫ້ພົນລະເມືອງລາວທຸກຄົນ ເຂົ້າເຖິງການສຶກສາ ແລະ ກີລາກາຍະກຳທີ່ມີຄຸນນະພາບ ເພື່ອໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ຊຸກຍູ້ເພື່ອບັນລຸການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍ   ທີ 4.

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວໄດ້ຕັ້ງຈຸດປະສົງລວມໄວ້ຄື ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີນໍ້າໃຈຮັກປະເທດຊາດ, ຊື່ສັດບໍລິສຸດ, ມີລະບຽບວິໄນ, ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈທີ່ດີ, ມີຄວາມສາມັກຄີພາຍໃນຊາດ, ມີຄວາມຮັກຕໍ່ການຮຽນຮູ້ຕະຫຼອດຊີວິດ, ມີຄ່ານິຍົມຕໍ່ປະເພນີອັນດີງາມຂອງຊາດ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອໃຫ້ກາຍເປັນກຳລັງແຮງງານທີ່ມີຄຸນນະພາບ, ສອດຄ່ອງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດທີ່ຍືນຍົງ, ມີຄວາມພ້ອມທີ່ຈະຮ່ວມມື ແລະ ແຂ່ງຂັນກັບບັນດາປະເທດໃນພາກພື້ນ.