ປະຫວັດຄວາມເປັນມາຂອງ ”ຫໍຄໍາ”

1027

ຫໍຄໍາ ແມ່ນຊື່ຂອງຫໍຜາສາດໃນພະລາດຊະວັງທີ່ພະເຈົ້າໄຊເສດຖາທິລາດ ໄດ້ນໍາພາສ້າງຂື້ນໃນໄລຍະທີ່ເມືອງວຽງຈັນ ໄດ້ຮັບການສະຖາປະນາເປັນນະຄອນ ຫຼວງຂອງລາຊະອານາຈັກລາວລ້ານຊ້າງ ປີ 1560. ຫໍຄໍາ ໄດ້ເປັນທີ່ປະທັບ ແລະ ບໍລິຫານລາດຊະການແຜ່ນດິນຂອງພະເຈົ້າໄຊເສດຖາທິລາດ ແລະ ເຈົ້າຊີວິດອົງ ຕໍ່ໆມາ.

ຖ້າເວົ້າເຖິງອາຍຸຂອງນະຄອນຫຼວງວຽງຈັນ ທີ່ມີມານານກວ່າ 450 ປີ, ຫໍຄໍາ ກໍ່ມີອາຍຸໄລ່ເລັ່ຍກັນມາ ແລະ ໄດ້ຖືກເພີ່ມເຕີມສິລະປະອັນງົດງາມຂື້ນເລື້ອຍໆຈົນເຖິງສະໄໝເຈົ້າສຸລິຍະວົງສາ ທໍາມິກະລາດ (1637-1694). ຕາມບັນທຶກທາງປະຫວັດສາດຂອງຊາດລາວ, ຫໍຄໍາ ໄດ້ມີຄວາມສະຫງ່າອົງອາດ ທາງດ້ານສະຖາປັດຕະຍາກໍາ ແລະ ສິນລະປະກໍາ, ໄດ້ມີການປະດັບເອ້ຍ້ອງດ້ວຍວັດຖຸມີຄ່າ ເປັນຕົ້ນແມ່ນຍອດສໍ່ຟ້າສີຄໍາທີ່ສະທ້ອນແສງເຫຼືອງເຫຼື້ອມນັ້ນ ເປັນການບົ່ງບອກເຖິງຄວາມສີວິໄລຂອງໝົດສັງຄົມລາວ ທີ່ມີວັດທະນະທໍາອັນອຸດົມຮັ່ງມີ ແລະ ຄວາມມີເອກະລັກຂອງສະໄໝລາວບູຮານ.

ບໍ່ພຽງແຕ່ພື້ນຖານທາງປະຫວັດສາດຂອງຊາດລາວ ທີ່ມີກ່ຽວກັບຫໍຄໍາ ຫຼື ພະລາດຊະວັງໃນເມື່ອກ່ອນເທົ່ານັ້ນໄດ້ຢັ້ງຢືນໄວ້, ແຕ່ຍັງມີບົດບັນທຶກທີ່ຂຽນໂດຍຊາວຕາ ເວັນຕົກ ເປັນຕົ້ນແມ່ນ ທ່ານ ວັນວຸດສະຕົບ ຊາວໂຮນລັງ ແລະ ຄຸນພໍ່ມາຣີນີ ກັບ ຄຸນພໍ່ ເລຣີອາ ເຊິ່ງໄດ້ມາພົບເຫັນ ແລະ ຢ້ຽມຢາມສໍາພັດດ້ວຍຕົນເອງ.

ໃນປີ 1641, ເມື່ອທ່ານ ວັນວຸດສະຕົບ ໄດ້ມາເຖິງວຽງຈັນກໍ່ໄດ້ຍົກຍ້ອງວ່າ ພຸດທະສາດສະໜາຈະເລີນຮຸ່ງເຮືອງຫຼາຍ, ພະສົງໃນນະຄອນຫຼວງວຽງຈັນມີຫຼາຍ ກວ່າທະຫານໃນກອງ ທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊໍ້າ ແລະ ມີວັດວາອາຣາມໃຫ່ຍໆ ແລະ ງົດງາມກວ່າປະເທດອື່ນໆ, ສ່ວນຄຸນພໍ່ມາຣີນີ ແລະ ເລຣີອາ ຊາວອີຕາລີ ຜູ້ທີ່ໄດ້ເຂົ້າມານະຄອນຫຼວງວຽງຈັນ ໃນປີ 1642 ແລະ ໄດ້ຢູ່ເຖິງ 4 ປີນັ້ນໄດ້ຂຽນໄວ້ວ່າ: “ເມືອງທີ່ພະເຈົ້າແຜ່ນດິນປະທັບຢູ່ເປັນປົກກະຕິ ທີ່ຕັ້ງຢູ່ກາງລາດຊະອານາຈັກ, ພະນະຄອນຮຽກວ່າ ວຽງຈັນ.

ພະລາດຊະວັງມີໂຄງສ້າງທີ່ສົມສ່ວນກົມກືນ ແລະ ສະຫງ່າງາມ ເມື່ອແນມແຕ່ໄກ ກໍເຫັນເປັນຍອດໆ, ເບື້ອງໜຶ່ງມີກໍາແພງອ້ອມສູງ ແລະ ມີຄອງນໍ້າກວ້າງເລິກ, ອີກດ້ານໜຶ່ງມີນໍ້າຂອງຂັ້ນຢູ່ ອັນເປັນກໍາແພງປ້ອງກັນສັດຕູໄດ້ເປັນຢ່າງດີ. ຕາມຄວາມຈິງແລ້ວ ພະລາດຊະວັງນີ້ ແມ່ນເຫັນວ່າກວ້າງໃຫ່ຍທີ່ສຸດ ພາໃຫ້ເຂົ້າ ໃຈວ່າເປັນເມືອງໃຫ່ຍແຫ່ງໜຶ່ງ ທີ່ມີຜູ້ຄົນຢູ່ເປັນຈໍານວນຫຼວງຫຼາຍ. ຫໍໂຮງຂອງພະເຈົ້າແຜ່ນດິນປະທັບຢູ່ນັ້ນ ມີປະຕູ ໂຂງຄວັດເປັນລວດລາຍງາມທີ່ສຸດ. ນອກນັ້ນ ກໍມີຫຼາຍຫ້ອງອີກງົດງາມເກືອບເທົ່າໆກັນ ແລະ ຍັງມີຫ້ອງໜຶ່ງທີ່ກວ້າງໃຫ່ຍຫຼາຍ ຊຶ່ງນໍາໃຊ້ເປັນຫ້ອງຮັບແຂກບ້ານແຂກເມືອງ, ໄມ້ຊຶ່ງໃຊ້ປຸກ ຫໍໂຮງ ນີ້ເປັນໄມ້ເນື້ອແຂງຄວັດເປັນລວດລາຍ ທັງພາຍນອກ ແລະ ພາຍໃນຢ່າງງົດງາມທີ່ສຸດ ທັງຟອກດ້ວຍຄໍາປິວໄປໝົດ ອັນພາໃຫ້ຮູ້ສຶກວ່າ ແມ່ນເອົາຄໍາແທ້ໆມາປະດັບໃສ່.

ເດີ່ນຂອງພະລາດ ຊະວັງນັ້ນກວ້າງຂວາງ ມີເຮືອນປຸກລຽນກັນເປັນແຖວ ກໍ່ດ້ວຍດິນຈີ່ ແລະ ມຸງດ້ວຍດິນຂໍ ສ້າງໄວ້ສໍາລັບຄົນຮັບໃຊ້ ແລະ ຂຸນນາງຜູ້ໃຫ່ຍ. ຖ້າຈະບັນລະຍາຍຢ່າງລະອຽດ ເຖິງຄວາມອຸດົມຮັ່ງມີຂອງ ຫໍໂຮງ, ສວນສາດອຸທະຍານ ແລະ ສິ່ງອື່ນໆ ໃນພະລາດຊະວັງແຫ່ງນີ້ແລ້ວ, ຂ້າພະເຈົ້າຄົງຈະຂຽນເປັນປື້ມເຫຼັ້ມໜຶ່ງຕ່າງຫາກ”.

ຜ່ານໄລຍະເວລາ 450 ກວ່າປີມານັ້ນ, ຫໍຄໍາລວມທັງຫໍໂຮງຕ່າງໆໃນພະລາດຊະວັງແຫ່ງນະຄອນຫຼວງວຽງຈັນ ທີ່ສີວິໄລງົດງາມ, ໂດດເດັ່ນ ແລະ ຮຸ່ງເຮືອງເຫຼືອງເຫຼື່ອມທີ່ໄດ້ຮັບການພັດທະນາຂື້ນຕ່ື່ມໃນສະໄໝ ເຈົ້າສຸລິຍະວົງສາ ຊຶ່ງເປັນມະຫາກະສັດຜູ້ຍິ່ງໃຫ່ຍ ແລະ ມີຊື່ສຽງຂອງລາວລ້ານຊ້າງໃນທ້າຍສັດຕະວັດທີ XVII ນັ້ນ, ບໍ່ມີສິ່ງເສດເຫຼືອຫຍັງຈະໃຫ້ເຫັນອີກແລ້ວ ຍ້ອນຖືກທໍາລາຍ ແລະ ເຜົາຜານຈົນຮາບກ້ຽງເຖິງສອງຄັ້ງໂດຍສັກດີນາສະຫຍາມ ໃນປີ 1780 ແລະ ປີ 1828. ຈາກນັ້ນມາ ຫໍຄໍາ, ພະລາດຊະວັງ ແລະ ນະຄອນຫຼວງວຽງຈັນ ກໍ່ໄດ້ກາຍເປັນເມືອງຮ້າງ, ປະເປັນປ່າຊ້າງດົງເສືອເຖິງ 37 ປີ. ຕໍ່ມາອີກ ຈົນເຖິງການເຂົ້າມາຄອບຄອງຂອງພວກລ່າເມືອງຂື້ນຂອງຝຣັ່ງເສດ ເຊິ່ງໄດ້ຕໍ່ລອງກັນ ດ້ວຍການເຮັດສັນຍາແບ່ງດິນແດນອານາຈັກລາວລ້ານຊ້າງ ລະຫວ່າງ ຝຣັ່ງເສດ ແລະ ສະຫຍາມ ໂດຍທີ່ຝຣັ່ງເສດ ໄດ້ຍຶດເອົາເບື້ອງຝັ່ງຊ້າຍຂອງແມ່ນໍ້າຂອງ ແລະ ຍົກດິນແດນຝັ່ງຂວາແມ່ນໍ້າຂອງ ທີ່ກວມເອົາເຖິງດົງພະຍາໄຟໃຫ້ແກ່ສະຫຍາມ ນັບແຕ່ປີ 1893 ເປັນຕົ້ນມາ.

ຊື່ຂອງ ຫໍຄໍາ, ຫໍໂຮງອື່ນໆ ກໍຄືພະລາດຊະວັງ ຍັງຄົງເຫຼືອແຕ່ຮ່ອງຮອຍທາງປະຫວັດສາດ, ສ່ວນວັດວາອາຣາມທີ່ຢູ່ອ້ອມແອ້ມຍັງຄົງເຫຼືອແຕ່ຊາກເພພັງ ແລະ ກໍ່ໄດ້ຮັບການບູລະນະຄືນເປັນແຕ່ລະໄລຍະ ຕາມຮູບແບບທີ່ຄ້າຍຄຽງກັນ ຕາມສົມມຸດຖານຂອງນັກປົວແປງເທົ່ານັ້ນ.

ທີ່ມາ: ເວບໄຊຫ້ອງວ່າການປະທານປະເທດ