ປະຫວັດການໄຫຼເຮືອໄຟ ເນື່ອງໃນວັນອອກພັນສາ

407

“ປະເພນີ ການໄຫຼເຮືອໄຟ, ລອຍເຮືອໄຟ ຫຼື ປ່ອຍເຮືອໄຟ” (ຊື່ເອີ້ນຕາມແຕ່ລະທ້ອງຖິ່ນ) ເປັນພິທີກໍາທາງພຸດທະສາສະໜາທີ່ສືບທອດກັນມາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ສໍາລັບປີ 2019 ນີ້ແມ່ນກົງກັບວັນທີ 13 ເດືອນ ຕຸລາ (ມື້ຕັກບາດບຸນອອກພັນສາ) ໂດຍສະເພາະທ້ອງຖິ່ນທີ່ມີພູມລໍາເນົາເໝາະສົມຄື: ໃກ້ກັບແມ່ນໍ້າ (ສ່ວນວັດໃດທີ່ບໍ່ໃກ້ນໍ້າກໍມີການສ້າງ”ເຮືອໄຟໂຄກ”) ເຊິ່ງຄວາມເຊື່ອກ່ຽວກັບການໄຫຼເຮືອໄຟນັ້ນ ກໍເພື່ອເປັນການບູຊາຮອຍພຣະບາດຂອງພຣະພຸດທະເຈົ້າ, ບູຊາພະຍານາກ, ບູຊາແມ່ນໍ້າຄົງຄາເປັນຫຼັກ ເພື່ອເປັນການຂໍຝົນເພື່ອໃຫ້ຕົກຕາມລະດູການ ແລະ ຄວາມເຊື່ອກ່ຽວກັບການເອົາໄຟເຜົາຄວາມທຸກ.

ເຊິ່ງປະຫວັດຂອງການໄຫຼເຮືອ ແມ່ນມີປະຫວັດຄວາມເປັນມາ ເຊິ່ງກ່າວເຖິງພຣະພຸດທະເຈົ້າສະເດັດໄປຍັງຝັ່ງນໍ້າ “ນໍ້າທາມະຫານາທີ” ເຊິ່ງເປັນທີ່ຢູ່ອາໄສຂອງພະຍານາກ ພຣະອົງໄດ້ສະແດງທັມມະເທດສະໜາໂປດ ພະຍານາກທີ່ເມືອງບາດານ ແລະ ພະຍານາກກໍໄດ້ຂໍໃຫ້ພຣະອົງປະດັບຮອຍພຣະບາດ (ຮອຍຕີນ) ໄວ້ແຄມຝັ່ງແມ່ນໍ້າ “ນໍ້າທາມະຫານາທີ” ຕໍ່ມາບັນດາເທວະດາ, ມະນຸດ, ຕະຫຼອດຈົນສັດເດຍລະສານທັງຫຼາຍກໍໄດ້ມາສັກກະລະບູຊາ ຮອຍພຣະພຸດທະບາດ ຈົນເກີດມີປະເພນີໄຫຼເຮືອໄຟຂຶ້ນເພື່ອເປັນການບູຊາທັງຮອຍພຣະບາດຂອງພຣະພຸດເຈົ້າ, ບູຊາພະຍານາກ ແລະ ເປັນການຂໍຂະມາແມ່ນໍ້າລໍາເຊທີ່ໄດ້ຖິ້ມສິ່ງເປິເປື້ອນລົງ.

ນອກນັ້ນ, ກໍເປັນການເອົາຄວາມທຸກເຜົາໄຟໄປໄຫຼລົງແມ່ນໍ້າອີກດ້ວຍ ເຮືອໄຟໃນສະໄໝກ່ອນແມ່ນສາມາດເຮັດໄດ້ງ່າຍໆ ດ້ວຍການນໍາເອົາຕົ້ນກ້ວຍ ແລະ ໄມ້ໄຜ່ທີ່ຊອກໄດ້ຕາມທໍາມະຊາດ ມາຈັດເປັນໂຄງເຮືອໄຟໃຫ້ພໍລອຍນໍ້າໄດ້ ການປະດັບຕົບແຕ່ງກໍມີ ດອກໄມ້, ທູບທຽນ, ຕະກຽງ, ເພື່ອໃຕ້ໄຟໃຫ້ສະຫວ່າງ. ແຕ່ເຮືອໄຟໃນສະໄໝປັດຈຸບັນກໍໄດ້ມີການປັບປຸງໄປຕາມຍຸກຕາມສະໄໝ ເພື່ອເພີ່ມສີສັນ ແລະ ຄວາມງາມຂອງເຮືອໄຟຕາມຄວາມເໝາະສົມຕາມແຕ່ລະທ້ອງຖິ່ນ.