ບັນຫາເດັກບໍ່ສົນໃຈຕໍ່ການຮຽນມີຜົນຕໍ່ອະນາຄົດແນວໃດ ແລະ ຄວນແກ້ໄຂແນວໃດ?

736

ເດັກທີ່ບໍ່ຢາກໄປໂຮງຮຽນ ຫຼືໄປແຕ່ບໍ່ຕັ້ງໃຈຮຽນ, ບໍ່ເຮັດວຽກບ້ານ ແລະບັນຫາອື່ນທີ່ບໍ່ສົນໃຈຮຽນ, ສິ່ງເຫຼົ່ານີ້ສົ່ງຜົນເສຍຕໍ່ອະນາຄົດຂອງເດັກຫາກບໍ່ໄດ້ຮັບການແກ້ໄຂໃຫ້ທັນ ແລະ ຖືກຕ້ອງ ເຂົາຈະກາຍເປັນຄົນຂີ້ຄ້ານມັກງ່າຍ ແລະບໍ່ມີວັນປະສົບຜົນສຳເລັດໃນສັງຄົມ ເພາະເປັນຄົນທີ່ຂາດເປົ້າໝາຍ ແລະຂາດຄວາມພະຍາຍາມນັ້ນເອງ.

ປັດຈຸບັນການຂະຫຍາຍຕົວຂອງເຕັກໂນໂລຊີ ເປັນຕົ້ນແມ່ນເຄື່ອງໂທລະສັບມືຖືທີ່ທັນສະໄໝ ນັບມື້ແຜ່ລາມໄປທົ່ວໂລກ ເຊິ່ງບັນຫາດັ່ງກ່າວເຮັດໃຫ້ເດັກນັກຮຽນທັງຫຼາຍຂາດຄວາມສົນໃຈຮຽນ ແລະ ສົ່ງຜົນຕໍ່ບັນຫາພຶດຕິກຳຂອງເດັກ ເຊັ່ນ: ບໍ່ຢາກໄປຮຽນ, ໂຕນໜີຫ້ອງຮຽນ, ຂາດຮຽນ ລວມເຖິງບັນຫາດ້ານອາລົມ ເປັນຕົ້ນມີອາລົມຊຶມເສົ້າ ແລະ ວິຕົກກັງວົນຕ່າງໆ ນຳໄປສູ່ບັນຫາທາງການຮຽນຮູ້, ຮັບຮູ້ ແລະ ເຂົ້າໃຈບັນຫາຍາກ ຈົນມີຜົນຕໍ່ການຮຽນທີ່ຕໍ່າກາຍເປັນວົງຈອນການຮຽນຮູ້ຂອງເດັກ ແລະ ເປັນສາເຫດຕໍ່ເນື່ອງໄປເຖິງບັນຫາດ້ານສຸຂະພາບຈິດ ແລະ ນິດໄສ, ພຶດຕິກຳການກະທຳຕ່າງໆ.

ສິ່ງດັ່ງກ່າວເຮັດໃຫ້ເດັກມີປົມດ້ອຍ,ຂາດຄວາມເຊື່ອໝັ້ນຕົນເອງ, ໝົດກຳລັງໃຈ ແລະ ອື່ນໆ ເຊິ່ງການສຳຫຼວດພົບວ່າບັນຫາເດັກບໍ່ສົນໃຈການຮຽນ ຫຼື ຮຽນອ່ອນມີຜົນເສຍຕໍ່ສຸຂະພາບຈິດຢ່າງສູງ, ຫຼາຍຄົນອາດຄິດວ່າເດັກຮຽນອ່ອນແມ່ນເກີດຈາກການບໍ່ຕັ້ງໃຈຮຽນ, ຂີ້ຄ້ານ, ມັກງ່າຍ, ບໍ່ພະຍາຍາມຕໍ່ການຮຽນ ແຕ່ໃນຄວາມເປັນຈິງແລ້ວອາດມີຫຼາຍກວ່ານັ້ນບໍ່ສະເພາະດ້ານສະຕິປັນຍາ ແຕ່ຍັງມີສາເຫດອື່ນອີກເປັນຕົ້ນອາລົມທີ່ເປັນທັງເຫດ ແລະ ຜົນຕໍ່ການຮຽນ.

ອາລົມທີ່ເຮັດໃຫ້ເດັກບໍ່ຕັ້ງໃຈຮຽນນັ້ນ ມັນອາດເກີດຈາກຫຼາຍສາເຫດໄດ້ແກ່: ຜູ້ປົກຄອງທີ່ມັກດ່າ ຫຼື ພໍ່ແມ່ຜິດຖຽງກັນ, ພໍ່ແມ່ຮັກລູກຈົນເກີນໄປ ຫຼື ບໍ່ເໝາະສົມ, ຄວາມທຸກຍາກຂອງຄອບຄົວ. ນອກນັ້ນ, ຍັງເກີດຈາກການຂາດແຮງຈູງໃຈຕໍ່ການຮຽນເປັນປັດໄຈໃຫ້ເດັກຮຽນອ່ອນ, ມີເດັກຫຼາຍຄົນທີ່ສະຫຼາດແຕ່ບໍ່ມັກຮຽນ, ຮຽນອ່ອນ, ບໍ່ເຮັດວຽກບ້ານ, ບໍ່ມັກຄູ – ອາຈານ, ຂາດຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນໃນການສຶກສາຮໍ່າຮຽນ, ມັກຫຼິ້ນໂທລະສັບມືຖື ແລະ ມັກສະແດງບາງຢ່າງໃຫ້ເຫັນວ່າເຂົາມີແນວຄິດສ້າງສັນ, ສະໝອງໄວ, ມັກປະກອບສິ່ງຕ່າງໆເຂົ້າດ້ວຍກັນຢ່າງເປັນລະບົບ ແລະ ອື່ນໆ.

ເດັກທີ່ເປັນແບບນີ້ເຂົາວ່າເປັນເດັກທີ່ສະຫຼາດ,ມີສະຕິປັນຍາດີແຕ່ເຫດຜົນທີ່ບໍ່ຕັ້ງໃຈຮຽນແມ່ນຍ້ອນຂາດແຮງຈູງໃຈ, ເກີດຈາກການລ້ຽງດູທີ່ຂາດການຝຶກຝົນອຸປະນິດໄສ, ວິໄນໃນການຄວບຄຸມຕົນເອງ ໂດຍປົກກະຕິມັກຈະໃຊ້ຂໍ້ອ້າງເພື່ອຫຼີກລຽງ ແລະແກ້ຕົວຢູ່ສະເໝີ ແທນທີ່ຈະໃຊ້ ຄວາມສະຫຼາດໃນການສຶກສາຮໍ່າຮຽນແຕ່ກັບຫາວິທີເພື່ອໃຫ້ຕົນພົ້ນຜິດ.

ນອກນັ້ນ, ຍັງມີບາງສາເຫດ ແລະ ຫຼາຍປັດໄຈທັງພາຍນອກ ແລະ
ໃນຮ່າງກາຍຂອງເດັກທີ່ພາໃຫ້ເດັກຂາດຄວາມສົນໃຈຕໍ່ການຮຽນ ເຊັ່ນ:

ເດັກມີການຈະເລີນເຕີບໂຕທາງສະໝອງຊ້າ,ເດັກກຸ່ມນີ້ພວກເຂົາຈະມີປັນຍາຕໍ່າສັງເກດໄດ້ໂດຍງ່າຍຈາກການຍິ້ມ, ທ່າຍ່າງ, ເດີນ ແລະ ການເວົ້າ ເມື່ອເຂົ້າສູ່ໄວຮຽນພວກເຂົາອາດຮຽນບໍ່ໄດ້ ຫຼື ບໍ່ທັນໝູ່ເພື່ອນ ແລະ ຮຽນໄດ້ໃນບາງກໍລະນີທີ່ງ່າຍເທົ່ານັ້ນ.

ເດັກທີ່ມີສຸຂະພາບບໍ່ແຂງແຮງ ຫຼື ມີພະຍາດປະຈຳຕົວສົ່ງຜົນໃຫ້ການຮຽນບໍ່ໄດ້ດີ, ເດັກທີ່ມີຄວາມຜິດປົກກະຕິທາງອະໄວຍະວະສຳຜັດ ເຊັ່ນ: ສາຍຕາຜິດປົກກະຕິ, ຫູບໍ່ໄດ້ຍິນ ແລະ ອື່ນໆ ເດັກທີ່ມີລັກສະນະຂາດຄວາມຕັ້ງໃຈ ແລະ ຂາດແຮງຈູງໃຈໃນການຮຽນ, ປ່ອຍປະລະເລີຍການຮຽນ, ຮູ້ສຶກເບື່ອການຮຽນ ໂດຍບໍ່ຄຳນຶງເຖິງຜົນເສຍ, ເດັກທີ່ມີອາລົມປັ່ນປ່ວນມັກກັງວົນ, ຄົ້ນຄິດແຕ່ສິ່ງບໍ່ດີບໍ່ສະບາຍໃຈມັກສະແດງການເມີ່ລອຍ, ອ່ອນເພຍ, ຫງຸດຫງິດ, ບໍ່ມີສະມາທິຕໍ່ການຮຽນ ແລະ ຮຽນບໍ່ເຕັມ ຄວາມສາມາດ.

ບັນຫາໃນຄອບຄົວບໍ່ສົມບູນ, ພໍ່ແມ່ຢ່າຮ້າງ, ຖິ້ມລູກ, ຜິດຖຽງກັນ ຫຼື ໃຊ້ ຄວາມຮຸນແຮງສົ່ງຜົນທາງອາລົມເຮັດໃຫ້ເດັກບໍ່ຢາກຮຽນ,ພໍ່ແມ່ລ້ຽງດູໃນທາງທີ່ບໍ່ເໝາະສົມປ່ອຍປະລະເລີຍ, ເອົາໃຈລູກຈົນເກີນໄປ ຫຼື ຄາດຫວັງສູງໃນຕົວລູກ,ມີຄວາມກົດດັນສູງ ແລະ ເຮັດໃຫ້ເກີດບັນຫາທາງອາລົມ ແລະ ພຶດຕິກຳຕໍ່ການສຶກສາຮໍ່າຮຽນ; ບັນຫາການເງິນ ຄອບຄົວທຸກຍາກເຮັດໃຫ້ເດັກຕ້ອງແບ່ງເວລາໄປຊ່ວຍເຮັດວຽກຫາເງິນເພື່ອລ້ຽງດູຕົນເອງ ແລະຄອບຄົວ ເຮັດໃຫເດັກຂາດການຮຽນ ແລະ ຮຽນທີ່ບໍ່ເໝາະສົມພາໃຫ້ຜົນການຮຽນບໍ່ໄດ້ດີສົ່ງຜົນເຮັດໃຫ້ເດັກບໍ່ຢາກຮຽນອີກຕໍ່ໄປ.

ບັນຫາຄວາມສໍາພັນລະຫວ່າງເດັກກັບຄູ -ອາຈານ ແລະ ໝູ່ເພື່ອນໃນຫ້ອງຮຽນສົ່ງຜົນໃຫ້ເດັກບໍ່ຢາກຮຽນ ເພາະບໍ່ໃກ້ຊິດກັບໃຜ ແລະຮູ້ສຶກໂດດດ່ຽວນັ້ນເອງ.ການທີ່ຈະຊ່ວຍເຫຼືອເພື່ອເຮັດໃຫ້ເດັກກັບມາສົນໃຈໃນການສຶກສາຮໍ່າຮຽນນັ້ນຕ້ອງໃຊ້ວິທີທີ່ເໝາະສົມອີງຕາມຫຼັກການຂອງການຮຽນຮູ້ ໂດຍສ້າງແຮງຈູງໃຈເຮັດໃຫ້ເດັກຮູ້ສຶກມີຄວາມສຸກ, ເບິ່ງໂລກໃນແງ່ດີ ເພາະເດັກທີ່ເບິ່ງໂລກໃນແງ່ດີມັກຈະຕັ້ງໃຈສຶກສາຮໍ່າຮຽນ,ມີທັດສະນະທີ່ດີຕໍ່ການຮຽນຕະຫຼອດຈົນສາມາດສ້າງສາຍພົວພັນທີ່ດີກັບໝູ່ເພື່ອນ ແລະ ຄູ – ອາຈານເຊິ່ງມີບາງວິທີດັ່ງລຸ່ມນີ້:

>ການສອນຕ້ອງເລີ່ມຈາກສິ່ງທີ່ເດັກມັກປະສົມປະສານກັບຄວາມຮູ້ໃນບົດຮຽນ ແລະ ສອນບົດຮຽນຄວນເລີ່ມຈາກສິ່ງທີ່ຕໍ່າກວ່າຄວາມສາມາດຂອງເດັກເພື່ອໃຫ້ເດັກສາມາດຮຽນຮູ້ໄດ້ໄວ ແລະ ງ່າຍ, ຮູ້ສຶກເຖິງການປະສົບຄວາມສຳເລັດໃນການຮຽນເພື່ອສ້າງກຳລັງໃຈແກ່ການຮຽນຮູ້ໃນລະດັບຍາກຂຶ້ນ.

ການສອນຕ້ອງເລີ່ມຈາກສິ່ງທີ່ເດັກຄຸ້ນເຄີຍໄປຫາສິ່ງທີ່ບໍ່ຄຸ້ນເຄີຍເຊິ່ງຈະຊ່ວຍໃຫ້ເຂົ້າໃຈບົດຮຽນງ່າຍຂຶ້ນ ຫາກຮຽນຮູ້ສິ່ງໃກ້ຕົວ ແລະສິ່ງທີ່ສາມາດເບິ່ງເຫັນດ້ວຍພາບ ຫຼື ຈິນຕະນາການງ່າຍຫຼັງຈາກນັ້ນຈຶ່ງເຊື່ອມໂຍງໄປເຖິງບົດຮຽນທີ່ຍາກຂຶ້ນລວມໄປເຖິງການເປີດໂອກາດໃຫ້ເດັກສາມາດເລືອກຫຼິ້ນກິດຈະກຳນອກເວລາຕ່າງໆທີ່ມັກເພື່ອສ້າງແຮງຈູງໃຈໃຫ້ເດັກເກີດຄວາມສົນໃຈຕໍ່ການຮຽນ ແລະ ຮຽນໄດ້ດີຂຶ້ນເທື່ອລະກ້າວ.

ການໃຫ້ເດັກໄດ້ຜ່ານປະສົບການໂດຍກົງໂດຍພາກປະຕິບັດຈິງນັ້ນຈະຊ່ວຍໃຫ້ເຂົ້າໃຈງ່າຍ, ຈື່ຈຳໄດ້ດົນ ແລະ ເປັນການເປີດໂອກາດໃຫ້ສາມາດຮຽນຮູ້ໄດ້ດ້ວຍຕົນເອງເຊິ່ງເປັນການສົ່ງເສີມການຮຽນຮູ້ຕາມຄວາມສາມາດຂອງເດັກໂດຍການສອນຕ້ອງສອດຄ່ອງກັບການຮຽນຮູ້ຂອງເດັກ, ສົ່ງເສີມການສະແດງ ຄວາມສາມາດພິເສດ ຍອມຮັບຈຸດອ່ອນຂອງຕົນ ແລະ ເປີດໂອກາດໃຫ້ເດັກໄດ້ສະແດງຄວາມເປັນຜູ້ນຳ ແລະ ຜູ້ຕາມ ເພື່ອພັດທະນາຄວາມພາກພູມໃຈ ແລະ ການປະຕິບັດຕາມແຕ່ລະບົດບາດໃຫ້ເໝາະສົມໃນແຕ່ລະສະຖານະການ.

ນອກຈາກນັ້ນ, ເພື່ອຫຼີກລຽງບັນຫາດັ່ງກ່າວໃຫ້ລູກກາຍເປັນຄົນຕັ້ງໃຈຮຽນ, ມັກຮຽນຮູ້ ຜູ້ເປັນພໍ່ແມ່ຄວນປະຕິບັດບາງຢ່າງ ເຊັ່ນ:

ພໍ່ແມ່ຄວນເປັນແບບຢ່າງທີ່ດີ
ໂດຍເລີ່ມຈາກການດຳລົງຊີວິດປະຈຳວັນ ແລະ ຊ່ວຍສົ່ງເສີມໃຫ້ລູກກາຍເປັນຄົນມັກຮຽນ, ມີວິໄນໃນການຮຽນ, ຕັ້ງໃຈສຶກສາຮໍ່າຮຽນ
ເປີດໂອກາດໃຫ້ລູກໄດ້ຮຽນຮູ້ໃນສິ່ງດີໆທີ່ລູກສົນໃຈ
ເພາະໄວເດັກເປັນໄວທີ່ມີການພັດທະນາດ້ານການຮຽນຮູ້ທີ່ໄວ ເພື່ອຊ່ວຍເສີມສ້າງຮາກຖານທີ່ດີໃນການສຶກສາຮໍ່າຮຽນຂອງລູກໃນອະນາຄົດ.

ພໍ່ແມ່ຄວນສ້າງໃຫ້ລູກກາຍເປັນຄົນໃຝ່ຮຽນໂດຍມີເງື່ອນໄຂຕ່າງໆ ແລະ ດູແລຮັກສາວິໄນການຮຽນຮູ້ຂອງລູກຢ່າງສະໝໍ່າສະເໝີເພື່ອໃຫ້ກາຍເປັນນິດໄສທີ່ໃຝ່ຮຽນຮູ້ມັກຊອກຮູ້ຮໍ່າຮຽນມາແຕ່ເດັກເພື່ອຫຼີກລຽງບັນຫາລູກບໍ່ຢາກຮຽນ.

ແຕ່ລະວິທີດັ່ງກ່າວເປັນພຽງພື້ນຖານໃນການແກ້ໄຂບັນຫາເດັກບໍ່ຢາກໄປໂຮງຮຽນ,ບໍ່ຢາກຮຽນ ຫຼື ຮຽນແຕ່ບໍ່ເກັ່ງບໍ່ເຂົ້າໃຈເພື່ອຊ່ວຍໃຫ້ຜູ້ປົກຄອງ ແລະ ຄູບາອາຈານໃນການສິດສອນຖ່າຍທອດຄວາມຮູ້ໃຫ້ແກ່ເດັກຢ່າງມີປະສິດທິພາບ ເພື່ອເຮັດໃຫ້ເດັກກາຍເປັນຄົນມັກຮຽນມັກອ່ານ,ມັກຊອກຫາຄວາມຮູ້ມາຊ່ວຍພັດທະນາຕົນເອງ, ຍົກສູງບຸກຄະລິກກະພາບຄວາມສາມາດຂອງຕົນໃຫ້ກາຍເປັນຄົນມີປະສິດທິພາບມີຄຸນນະພາບມີຄວາມຮູ້ສູງໃຫ້ສົມກັບຄໍາວ່າ“ ໄວໜຸ່ມລາວ ຄືອະນາຄົດຂອງປະເທດຊາດ ” ເພື່ອປະກອບສ່ວນໃນໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປຕາມເສັ້ນທາງສັງຄົມນິຍົມເທື່ອລະກ້າວ, ນໍາພາ ແລະ ຍົກສູງບົດບາດຂອງປະເທດຊາດໄປສູ່ເວທີພາກພື້ນ ແລະ ສາກົນ.