ຮູ້ຈັກ ເນື້ອແທ້ຂອງບຸນປີໃໝ່ລາວ

707

ເວລາກໍ່ຫຍັບຈໍ້ໝໍ້ເຂົ້າມາອີກບໍ່ເຖິງເທົ່າໃດມື້ກໍ່ຈະແມ່ນ ບຸນປີໃໝ່ລາວ ແລ້ວ ເຊິ່ງເປັນບຸນທີ່ຊາວລາວທັງປວງ ໄດ້ຮ່ວມກັນສະເຫຼີມສະຫຼອງຢ່າງຄືກຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍເລົ່າສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງສາບແຊ່ງຄ້ອງ, ທັງໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນແລະກັນບໍ່ຂາດ.

ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ.

ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝ ລ້ານຊ້າງຕອນຕົ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.(ປີນີ້ ຄສ. 2019 ກົງກັບປີ ຈສ. 1381) ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກກາລະຜີຟ້າ ຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພະພຸດທະສາດສະໜາເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນ ໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.

ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພ.ສ. (ພຸດທະສັກກະລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈຸນລະສັກກະລາດ ຫຼື ຈ.ສ. ນັ້ນເອງ ແລະ ການຈັດງານສະເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ “ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ” ແທນການເອີ້ນວ່າ “ບຸນສົງການ” ຊື່ໆ ເໝືອນດັ່ງບາງປະເທດໃກ້ຄຽງເຮົາ

ການຈັດສະຫລອງບຸນປີໃໝ່ລາວນີ້ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີແລ້ວ ເຮົາຈະເຫັນວ່າບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ (ຄືບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ)ແຕ່ຫາກອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະມັກຕົກໃນລະຫວ່າງວັນທີ 13-14-15 ເມສາ ຫຼື 14-15-16 ເມສາ (ວັນທີ 13-14-15-16
ເມສາ ໃນປີອະທິກະຈຸຣະທິນ ຫຼື ປີທີ່ມີ 366 ມື້). ໃນເວລາ 3 ມື້ ຫຼື 4 ມື້ ນີ້, ມື້ທຳອິດຈະເປັນ ວັນສັງຂານລ່ວງ, ມື້ຕໍ່ໆມາຈະເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ ຈະມີວັນເນົາ 2 ມື້ຕໍ່ກັນ)ແລະ ມື້ສຸດທ້າຍຈະເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່).