ໜ້າຫວ່ງການລະບາດຂອງໂຄວິດ19 ຍັງແຜ່ລາມໄປໃນຫຼາຍປະເທດເປັນວົງກວ້າງ ລ້າສຸດ ຍອດຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເພີ່ມຂຶ້ນເປັນ 102.596 ຄົນ ຕິດເຊື້ອ 1.696.000 ກວ່າຄົນ
ອີງຕາມການລາຍງານຂອງເວັບໄຊ www.worldometers.info ເຊິ່ງແມ່ນຜູ້ສະໜອງສະຖິຕິ ແລະ ຂໍ້ມູນຂ່າວສານກ່ຽວກັບພະຍາດ COVID-19 ໃນທົ່ວໂລກໃຫ້ກັບລັດຖະບານ ແລະ ສະຖາບັນຕ່າງໆໃນທົ່ວໂລກ
ເຊິ່ງການລະບາດຂອງໂຄວິດ19 ໄດ້ແຜ່ຂະຫຍາຍເປັນວົງກວ້າງ ຫຼາຍປະເທດໃນໂລກຕ່າງກໍ່ອອກມາດຕະການຫຼາຍຢ່າງເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດແຜ່ລາມ.