
ອົງການອະນາໄມໂລກເຕືອນວ່າຈໍານວນປະຊາກອນໂລກຕິດໂຄວິດ-19ຂະນະນີ້ທະລຸ1ລ້ານຄົນແລ້ວ ແລະ ມີຜູ້ເສຍຊີວິດ50.000ຄົນໃນອີກບໍ່ເທົ່າມື້ຕໍ່ໜ້ານີ້.
ທ່ານ ທີໂດຣດ ອັດຮານອມ ກີບຣີເຍຊຸດ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກກ່າວວ່າ:ເຈົ້າໜ້າທີ່ລະດັບສູງຂອງອົງການອະນາໄມໂລກມີຄວາມກັງວົນຫຼາຍຕໍ່ການເພີ່ມຂຶ້ນຢ່າງໄວວາຂອງຈໍານວນຜູ້ຕິດພະຍາດດັ່ງກ່າວຂະນະນີ້ມີການຄາດຄະເນກັນວ່າຈໍານວນຜູ້ຕິດພະຍາດທົ່ວໂລກທະລຸ1ລ້ານຄົນ ແລະ ເສຍຊີວິດກວ່າ50.000ຄົນໃນອີກບໍ່ເທົ່າມື້ຕໍ່ໜ້າ.
ໃນໄລຍະ5ອາທິດທີ່ຜ່ານມາພົບວ່າຈໍານວນຜູ້ຕິດພະຍາດລາຍໃໝ່ມີການເພີ່ມຂຶ້ນແບບກ້າວກະໂດດໂດຍມີການພົບຜູ້ຕິດພະຍາດໃນເກືອບທຸກປະເທດທົ່ວໂລກໃນຂະນະທີ່ເມື່ອ3ເດືອນກ່ອນປະຊາກອນໂລກຈໍານວນໜຶ່ງຍັງບໍ່ຮູ້ເລື່ອງກ່ຽວກັບພະຍາດນີ້ເລີຍ.
ທັງນີ້ມາດຕະການຕ່າງໆຂອງລັດຖະບານທົ່ວໂລກຍັງບໍ່ພຽງພໍໃນການສະກັດກັ້ນການລະບາດຂອງພະຍາດຮ້າຍນີ້ ແລະ ເຖິງວ່າສິ່ງນີ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມຫຼາຍ,ແຕ່ຫາກບໍ່ມີການຈັດຕັ້ວປະຕິບັດໃນການຕໍ່ສູ້ກໍຈະເຮັດໃຫ້ມີຜູ້ເສຍຊີວິດຈາກການຕິດພະຍາດມະຫາສານ.