ການສູນພັນຂອງສັດໃຫຍ່ກະທົບສິ່ງແວດລ້ອມ

586

ປັດຈຸບັນໂລກກໍາລັງຕໍ່ສູ່ກັບບັນຫາການສູນພັນຂອງສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ເຊັ່ນ ແຮດ,ແພນດາ,ເສືອ,ໝີຂົ້ວໂລກເປັນຕົ້ນ,ນັກວິທະຍາສາດຊີ້ວ່າສັດເຫຼົ່ານີ້ມີອິດທິພົນຕໍ່ສິ່ງແວດລ້ອມຂອງພວກມັນຫຼາຍ;ແຕ່ຈະເກີດຂຶ້ນກັບສັດຂະໜາດນ້ອຍກວ່າຫາກສັດຂະ   ໜາດໃຫຍ່ສູນພັນໄປ.

ຫຼ້າສຸດ,ນັກວິທະຍາສາດຈາກມະຫາວິທະຍາໄລ ແມກຄໍຣີໃນອົດສະຕຣາລີໃຫ້ຮູ້ວ່າ:ຂໍ້ມູນຈາກການສູນພັນຄັ້ງໃຫຍ່ໃນອະດີດອາດຈະເຮັດໃຫ້ໄດ້ຄໍາຕອບໃນເລື່ອງນີ້.

ເມື່ອຫຼາຍລ້ານປີທີ່ຜ່ານມາ,ສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ຈໍານວນຫຼາຍທີ່ສູນພັນໄປເຊັ່ນຊ້າງແມມມອດ,ເສືອແຂ້ວດາບ,ວອມແບກຍັກອົດສະຕຣາລີຖືກພົບວ່າສູນພັນໄປໃນເວລາຕ່າງກັນບໍ່ດົນຫຼັງຈາກການລ່າຂອງມະນຸດໃນແຕ່ລະທະວີບ.

ຈາກການວິເຄາະຈາກຊາກສັດດຶກດໍາບັນລ້ຽງລູກດ້ວຍນົມ93ຊະນິດໃນພື້ນທີ່ຫຼາຍແຫ່ງໃນອາເມຣິກາເໜືອຍ້ອນກັບໄປເມື່ອປີ21.000ປີກ່ອນທີ່ການສູນພັນຈະເລີ່ມຂຶ້ນ ແລະ ກໍານົດຂອບເຂດຂອງສິ່ງມີຊີວິດຊະນິດໃດຊະນິດໜຶ່ງທີ່ອາໄສຢູ່ຮ່ວມກັບສັດອື່ນໆກໍພົບວ່າຫຼັງຈາກການສູນພັນຂອງສັດລ້ຽງລູກດ້ວຍນົມຂະໜາດໃຫຍ່,ສັດລ້ຽງລູກດ້ວຍນົມຂະໜາດນ້ອຍກໍມັກຈະຫ່າງເຫີນຈາກສາຍພັນໃກ້ຄຽງ ແລະ ພົບປະກັນໜ້ອຍກວ່າທີ່ຄາດການໄວ້.