ເຈັດແອຣ໌ເວ ສາຍການບິນເອກະຊົນລາຍໃຫຍ່ທີ່ສຸດຂອງອິນເດຍ ປະກາດຢຸດການໃຫ້ບໍລິການເສັ້ນທາງທັງພາຍໃນ ແລະ ລະຫວ່າງປະເທດ “ຢ່າງບໍ່ມີກໍານົດ” ລະຫວ່າງພາລະໜີ້ສິນທີ່ງອກພູນ ກວ່າ 10 ພັນຕື້ກີບ ຈົນເຈົ້າໜີ້ຢຶດຍົນໂດຍສານໄປເກືອບທັງໝົດ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 18 ເມສາ ວ່າ ເຈັດແອຣ໌ເວ ສາຍການບິນເອກະຊົນຂະໜາດໃຫຍ່ທີ່ສຸດຂອງອິນເດຍ ໄດ້ອອກຖະແຫຼງການ ເມື່ອວັນພຸດ ກ່ຽວກັບການຢຸດໃຫ້ບໍລິການຖ້ຽວບິນທັງພາຍໃນ ແລະ ລະຫວ່າງປະເທດທຸກເສັ້ນທາງຢ່າງບໍ່ມີກໍາໜົດ ເຊິ່ງຄະນະຜູ້ບໍລິຫານພິຈາລະນາແລ້ວມີມະຕິວ່າ “ເປັນທາງເລືອກດີທີ່ສຸດໃນໄລຍະເວລານີ້” ຈາກການເຈລະຈາກັບເຈົ້າໜີ້ທີ່ບໍ່ປະສົບຄວາມສໍາເລັດ ໃນການກາລັນຕີເງິນຊ່ວຍເຫຼືອງວດໃໝ່ ເພື່ອນໍາມາຄໍ້າຈູນກິດຈະການທີ່ລວມເຖິງການຈ່າຍຄ່າຕອບແທນໃຫ້ກັບພະນັກງານ, ຄ່າຈອດຍົນ ແລະ ຄ່າເຊື້ອໄຟ ສຳລັບການບິນໄດ້.

ທັງນີ້, ມີລາຍງານວ່າ ໜຶ່ງໃນເຈົ້າໜີ້ທີ່ເຈັດແອຣ໌ເວ ໄດ້ໄປເຈລະຈາດ້ວຍຄືສະເຕດ ແບງ ອັອຟອິນເດຍ (SBI) ໜຶ່ງໃນສະຖາບັນການເງິນລາຍໃຫຍ່ຂອງປະເທດທີ່ລັດຖະບານຖືຫຸ້ນໃຫຍ່ເພື່ອຂໍກູ້ຢືມເງິນຈຳນວນ 57,5 ລ້ານໂດລາ (ປະມານ 497 ຕື້ກີບ) ແຕ່ໄດ້ຮັບຄໍາຕອບກັບມາວ່າ ການພິຈາລະນາ “ຈະຍັງບໍ່ເກີດຂຶ້ນພາຍໃນອະນາຄົດອັນໃກ້ນີ້” ສໍາລັບປະລິມານໜີ້ສິນຂອງເຈັດແອຣ໌ເວ ໃນປັດຈຸບັນມີການປະເມີນວ່າຫຼາຍກວ່າ 1.200 ລ້ານໂດລາ (ປະມານ 10.389 ຕື້ກີບ) ແຕ່ຈາກຍົນທີ່ເຄີຍມີປະຈໍາການຢູ່ໃນຝູງບິນຫຼາຍເຖິງ 123 ລໍາ ສາມາດໃຫ້ບໍລິການໄດ້ພຽງ 5 ລໍາ ເທົ່ານັ້ນ ກ່ອນມີການປະກາດຢຸດໃຫ້ບໍລິການ ສ່ວນຍົນທີ່ເຫຼືອຖືກບັນດາເຈົ້າໜີ້ຢຶດໄວ້ກ່ອນ.

ຢ່າງໃດກໍຕາມ, ເຈັດແອຣ໌ເວ ກໍຄົງຢືນຢັນ “ການພະຍາຍາມຢ່າງສຸດຄວາມສາມາດ” ເພື່ອໃຫ້ສາຍການບິນກັບມາດໍາເນີນກິດຈະການໄດ້ອີກຄັ້ງໂດຍໄວທີ່ສຸດ ລະຫວ່າງກາງການມີກະແສຂ່າວວ່າ ທັງບັນດາເຈົ້າໜີ້ ແລະ ຄະນະຜູ້ບໍລິຫານຂອງສາຍການບິນໄດ້ເບິ່ງຫານັກລົງທຶນຕ່າງຊາດໃຫ້ເຂົ້າມາຊື້ຫຸ້ນ ຫຼື ຊື້ກິດຈະການ ແລະ ມີລາຍງານວ່າສາຍການບິນເອດິຮັດຂອງສະຫະລັດອາຣັບເອມິເລສ (UAE) ທີ່ຕອນນີ້ມີສັດສ່ວນຫຸ້ນຢູ່ 24% ໄດ້ສະແດງຄວາມສົນໃຈ.

ສໍາລັບປະວັດໂດຍສັງເຂບຂອງເຈັດແອຣ໌ເວນັ້ນ ໄດ້ກໍ່ຕັ້ງໂດຍທ່ານນະເຣດ ໂກຢາລ ຈົດທະບຽນເປັນບໍລິສັດ ເມື່ອເດືອນເມສາ 1992 ແລະ ໃຫ້ບໍລິການຖ້ຽວບິນປະຖົມມມະລຶກໃນອີກ 1 ປີຕໍ່ມາ ກ່ອນປະສົບກັບວິກິດເຈັດແອຣ໌ເວໃຫ້ບໍລິການຈຸດໝາຍໃນປະເທດ 600 ເມືອງ ແລະ ໃນຕ່າງປະເທດອີກ 380 ເມືອງ.