ງົດງາມຫຼາຍເຫັນແລ້ວຢາກໄປເລີຍ ຖໍ້າໃໝ່ຢູ່ເມືອງເຟືອງ ດິນແດນຜາທໍ່ໜໍ່ຄຳ
ເມືອງເຟືອງແຂວງວຽງຈັນ ດິນແດງຜາທໍ່ໜໍ່ຄຳ ເປັນອີກເມືອງທີ່ມີປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ ແລະ ມີທຳມະຊາດທີ່ສວຍງາມແຫ່ງໜຶ່ງ ໂດຍມີສາຍນໍ້າລີກ ປະສານກົມກືນກັບພູຜາ ທີ່ມີຊື່ເອີ່ນຕາມຕຳໜານອັນຫຼາກຫຼາຍ.
ເຮັດໃຫ້ສອງສາມປີຜ່ານມາ ເມືອງແຫ່ງນີ້ເປັນທີ່ສົນໃຈຂອງນັກທ່ອງທ່ຽວຫຼາຍຂຶ້ນ ເນື່ອງຈາກທຳມະຊາດອັນງົດງາມ ແລະ ບໍ່ໄກຈາກນະຄອນຫຼວງວຽງພໍປານໃດ.
.
ຫຼ້າສຸດ ທີມສຳຫຼວດສະຖານທີ່ທ່ອງທ່ຽວຈາກບໍລິສັດກຣິນດິສໂຄເວີຣີລາວ ນຳໂດຍ ທ່ານອິນທີ ເດືອນສະຫວັນ ໄດ້ລົງສຳຫລວດຖໍ້າແຫ່ງໜຶ່ງຢູ່ເມືອງເຟືອງ ເຊິ່ງງົດງາມຫຼ້າອັດສະຈັນອີກແຫ່ງຂອງເມືອງລາວ.
ມື້ນີ້ແອັດມິນ ຈິ່ງຂໍສັງລວມຮູບພາບອັນງົດງາມດັ່ງກ່າວ ມາເຜີຍແຜ່ຕໍ່ເພື່ອນຊາວເຟສບຸກ
.
ຮູບພາບຈາກເພສບຸກອ້າຍ: Boun Panyavong
ເຈົ້າແຂວງສາລະວັນ ເນັ້ນເລັ່ງຟື້ນຟູການທ່ອງທ່ຽວ ແລະ ພັດທະນາແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ການພັດທະນາ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວ ຕາດເລາະ-ຕາດຮັງ ໂດຍໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ໃນການພັດທະນາ ແລະ ເລັ່ງຟື້ນຟູການທ່ອງທ່ຽວໃຫ້ວ່ອງໄວ, ທ່ວງທັນ ເພື່ອຫັນເອົາການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກໍາ, ປັບປຸງບັນດາພື້ນຖານໂຄງລ່າງ, ສ້າງສິ່ງອຳນວຍຄວາມສະດວກ, ກິດຈະກຳການທ່ອງທ່ຽວ ໃຫ້ມີຫຼາຍສີສັນ, ຫຼາຍທາງເລືອກໃຫ້ກັບນັກທ່ອງທ່ຽວ ໂດຍສະເພາະປັບປຸງຄືນຈຸດທີ່ໄດ້ຮັບຜົນກະທົບຈາກລົມພາຍຸ, ເປ່ເພ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ທີ່ຈະມາເຖິງນີ້.
ພ້ອມດຽວກັນນັ້ນ,...
ເປີດແລ້ວ! ທ່າຝຣັ່ງ ວັງສີຄາມ ແຂວງ ຄຳມ່ວນ ສາຍທ່ຽວລຸຍໄດ້ມີແນວສະດຸດຕາແນ່ນອນ
ທ່າຝຣັ່ງ ວັງສີຄາມ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຕ້ອງໄປສຳຜັດ ແລະ ເຊື່ອວ່າຫຼາຍຄົນທີ່ເຄີຍໄປມາແລ້ວ ກໍ່ຕ້ອງຫວນຄືນຄັ້ງທີສອງຢ່າງແນ່ນອນ ເນື່ອງຈາກຫຼົງໄຫຼໃນຄວາມສວຍສົດງົດງາມຂອງທຳມະຊາດ ພູເຂົາ ທິວທັດຂອງສະຖານທີ່ແຫ່ງນີ້.
ດັ່ງທີ່ຮູ້ກັນດີ, ຫຼັງຈາກທີ່ມີການແຜ່ລະບາດຂອງໂຄວິດ19 ເຮັດໃຫ້ທຸກຄົນຕ້ອງຢຸດການທ່ອງທ່ຽວມ່ວນຊື່ນ ທີ່ເຄີຍປະຕິບັດກັນມາ ພາບບັນຍາກາດທີ່ຈັບໃຈ ທີ່ທ່າຝຣັ່ງແຫ່ງນີ້ກໍ່ໄດ້ຫາຍໄປເຊັ່ນດຽວກັນ ແຕ່ຫຼ້າສຸດນີ້ ແມ່ນໄດ້ແຈ້ງອອກມາເປັນທາງການແລ້ວ ສຳລັບທ່າຝຣັ່ງວັງສີຄາມ ແມ່ນໄດ້ເປີດໃຫ້ບໍລິການຄືນແລ້ວ ພາຍໃຕ້ເງື່ອນໄຂການຄວບຄຸມການລະບາດຂອງເຊື້ອພະຍາດໂຄວິດ19
ເຊິ່ງວ່າ ທ່າຝຣັ່ງ ວັງສີຄາມ ແມ່ນຈະເລີ່ມເປີດໃຫ້ບໍລິການ ໃນວັນທີ 25/11/2021...
ກຽມສ້າງເສັ້ນທາງເຂົ້ານ້ຳຕົກຕາດແກ້ງຍຸ້ຍ, ຂົວຂ້າມນ້ຳຊອງ ແລະ ເສັ້ນທາງວົງແຫວນດ້ານຕາເວັນຕົກ ເມືອງວັງວຽງ
ແຂວງວຽງຈັນອອນລາຍ ລາຍງານວ່າ: ໃນວັນທີ 3 ກັນຍາ 2021 ຜ່ານມາ ທີ່ຫ້ອງປະຊຸມຂອງໂຮງແຮມອາມາລີນ ໄດ້ເປີດກອງປະຊຸມປຶກສາຫາລືວຽກ ງານກ່ອນການລົງມືກໍ່ສ້າງກັບບໍລິສັດຜູ້ຮັບເໝົາໂຄງການກໍ່ສ້າງເສັ້ນທາງເຂົ້ານ້ຳຕົກຕາດແກ້ງຍຸ້ຍ, ຂົວຂ້າມນ້ຳຊອງ ແລະ ເສັ້ນທາງວົງແຫວນຊົນນະບົດເບື້ອງຕາເວັນຕົກຂອງສາຍນໍ້າຊອງ.
ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ
ທ່ານ ສູນ...
ປີ 2021 ສະພາບການທ່ອງທ່ຽວລາວ ອາດຈະດີຂຶ້ນໜ້ອຍໜຶ່ງ
ການທ່ອງທ່ຽວປີ 2021 ໃນມຸມມອງນັກທຸລະກິດອາດຈະດີຂຶ້ນເລັກໜ້ອຍ ຖ້າວ່າລັດຖະບານມີນະໂຍບາຍເປີດໃຫ້ບັນດາປະເທດໃນອາຊີ ທີ່ບໍ່ມີການລະບາດຂອງພະຍາດໂຄວິດ - 19 ເຂົ້າມາທ່ຽວລາວໄດ້ ແລະ ໃນເງື່ອນໄຂໂຄວິດບໍ່ລະບາດໃນປະເທດ. ສ່ວນການທ່ອງທ່ຽວຈະກັບມາເປັນປົກກະຕິນັ້ນຍັງຈະຕ້ອງໃຊ້ເວລາອີກດົນ ເຖິງຈະມີວັກແຊັງແລ້ວກໍຕາມ.
ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ການທ່ອງທ່ຽວກ່ອນໜ້າທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ - 19 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະເທດລາວເປັນຈຳນວນຫຼາຍ ແລະ ໄດ້ມາໃຊ້ບໍລິການທ່ອງທ່ຽວຢູ່ໃນ...
ຂຶ້ນເໜືອຊົມທະເລໝອກທີ່ຜົ້ງສາລີ ສຳຜັດວິຖີຊີວິດຊົນເຜົ່າ ຊີມຊາ 400 ປີ
ແຂວງຜົ້ງສາລີ ຕັ້ງຢູ່ພາກເໜືອສຸດຂອງປະເທດເຮົາ ມີເນື້ອທີ່ທັງໝົດຫຼາຍກວ່າ 16.000 ກິໂລຕາແມັດ, ທິດຕາເວັນອອກມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ທິດຕາເວັນອອກສ່ຽງເໜືອຕິດກັບ ສປ ຈີນ; ປະກອບ ມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງບຸນໃຕ້ ແລະ...
ຖວທ ຈະສຸມໃສ່ການພັດທະນາ ແລະ ຟື້ນຟູການທ່ອງທ່ຽວ ພາຍຫຼັງການແຜ່ລະບາດໂຄວິດ – 19
ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ - 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ:...
ເຮືອນຊົງລາວ ເລັ່ງຕົກແຕ່ງກະກຽມບຸນທາດຫຼວງ
ເຮືອນຊົງລາວ ເປັນສະຖານທີ່ທ່ອງທ່ຽວອີກຈຸດໜຶ່ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງແຕ່ລະປີໄດ້ກາຍເປັນສິ່ງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ເນື່ອງຈາກມີຫຼາກຫຼາຍກິດຈະກຳໄວ້ໃຫ້ບໍລິການ; ສຳລັບປີນີ້ເຈົ້າຂອງຕັ້ງເປົ້າດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຊົມ ປະມານ 50 ພັນເທື່ອຄົນ.
ບຸນນະມັດສະການພະທາດຫຼວງວຽງຈັນ ໃນປີນີ້ມີການຄົບງັນພຽງ 3 ວັນ ( ວັນທີ 29 - 31 ຕຸລາ 2020 ) ໂດຍຖືເອົາປະເພນີເປັນຕົ້ນຕໍ.
ຢ່າງໃດກໍຕາມ, ເຮືອນຊົງລາວ ທີ່ຕັ້ງຢູ່ພາຍໃນເດີ່ນພະທາດຫຼວງວຽງຈັນ ເຊິ່ງຜູ້ສຳປະທານ ກໍຄືບໍລິສັດ...
ຂະແໜງທ່ອງທ່ຽວໄດ້ຮັບຜົນກະທົບໜັກຈາກໂຄວິດ – 19
ຂະແໜງການທ່ອງທ່ຽວຂອງ ສປປ ລາວ ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລະບາດຂອງພະຍາດໂຄວິດ - 19, ຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຮັບຜົນກະທົບທາງດ້ານການເງິນ. ຂະນະທີ່ຮອງລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນເຖິງທິດທາງການຟື້ນຟູການທ່ອງທ່ຽວ ຄວນຈະມຸ່ງໄປທີ່ການຫັນວິກິດໃຫ້ເປັນໂອກາດໃນການປັບປຸງຄຸນນະພາບການທ່ອງທ່ຽວໃຫ້ດີຂຶ້ນ.
ອີງຕາມການເປີດເຜີຍຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (...
ວັງວຽງຫັນມາເພີ່ງພາການທ່ອງທ່ຽວພາຍໃນ ແຕ່ຢາກໃຫ້ແປງຂົວນ້ອຍຢູ່ນໍ້າຊອງດ້ວຍ
ເມືອງວັງວຽງຂຶ້ນຊື່ລືຊາໃນສະຖານທີ່ທ່ອງທ່ຽວ ທີ່ງົດງາມຂອງເມືອງລາວ ແຕ່ພາຍຫຼັງທີ່ການລະບາດຂອງໂຄວິດ19 ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດບໍ່ສາມາດເຂົ້າມາໄດ້ ສະນັ້ນຈຶ່ງເພີ່ງພາແຕ່ການທ່ອງທ່ຽວຂອງຄົນພາຍໃນປະເທດເທົ່ານັ້ນ
ທ່ອງທ່ຽວເມືອງວັງວຽງ ກໍາລັງຈະກັບຄືນມາ ຄຶກຄັກ ໂດຍໃນອາທິດຜ່ານມາ ມີນັກທ່ອງທ່ຽວຈາກນະຄອນຫຼວງວຽງຈັນ ໄປທ່ອງທ່ຽວ ຢ່າງຄັບຄານາແຫນ້ນ.
ແຕ່ຢາກໃຫ້ມີການປັບປຸງ ບັນດາຂົວນ້ອຍ ຢູ່ຟາກນໍ້າຊອງ ເບື້ອງຕາເວັນຕົກ ເພາະມີສະພາບ ເກົ່າແກ່ ເປ່ເພ ແລະ ເປັນອັນຕະລາຍຫຼາຍ ສໍາຫຼັບຜູ້
ສັນຈອນໄປມາ.
ພາບໂດຍ: Alee
25.5.2020