ຖວທ ນະຄອນຫຼວງວຽງຈັນແຈ້ງ! ປັບຂຶ້ນຄ່າເຂົ້າຊົມ ແຫຼ່ງທ່ອງທ່ຽວມໍລະດົກແຫ່ງຊາດ ຫໍພຣະແກ້ວ, ວັດສີສະເກດ ແລະ ພຣະທາດຫຼວງວຽງຈັນ ນັບແຕ່ 1 ມິຖຸນາເປັນຕົ້ນໄປ
ພະແນກ ຖະຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນອອກແຈ້ງການເລກທີ 565/ຖວທ ລົງວັນທີ 6ພຶກສະພາ 2022 ເຖິງບໍລິສັດທ່ອງທ່ຽວ, ຫົວໜ່ວຍທຸລະກິດການທ່ອງທ່ຽວ, ບຸກຄົນ, ນິຕິບຸກຄົນ, ພໍ່, ແມ່, ປະຊາຊົນ, ທະຫານ, ຕຳຫຼວດ, ທັງພໍ່ຄ້າຊາວຂາຍທົ່ວສັງຄົມ ແລະ ອົງການຈັດຕັ້ງສາກົນ ປະຈຳລາວ ກ່ຽວກັບການປັບ,...
ພິທີກັມຂອງເທວະດາຫລວງໃນການຕັກນ້ຳບໍ່ແກ້ວ ບຸນປີໃໝ່ ທີ່ຫຼວງພະບາງ
ຕອນແລງເວລາ 16:00 ໂມງ ວັນທີ 14 ເມສາ 2022 ພິທີກັມຂອງເທວະດາຫລວງ ( ປູ່ເຢີ-ຍ່າເຢີ ໃນການອອກໄປຕັກນ້ຳທີ່ຫ້ວຍມາວ (ນ້ຳຄານ ) ແມ່ນສໍາເລັດຮຽບຮ້ອຍ ນ້ຳບໍ່ແກ້ວນີ້ຈະເກັບຮັກສາໄວ້ ໃນຕອນເຊົ້າວັນທີ່ 17 ເມສາ 2022 ຈະນຳນ້ຳບໍ່ແກ້ວນີ້ໄປຫົດສົງພຣະບາງ ທີ່ຫໍພຣະບາງ .
ແລະໃນເວລາ 13:00 ໂມງທີ່ວັດອາຮາມ...
ໄປຫຼວງພະບາງ ຢ່າລືມໄປຢ້ຽມຢາມສູນຫັດຖະກຳບ້ານຈ່ານ ເມືອງຈອມເພັດ
ສູນຫັດຖະກຳບ້ານຈ່ານຕັ້ງຢູ່ບ້ານຈ່ານເໜືອ ສາມາດລ່ອງເຮືອລົງຈາກຕົວເມືອງຫຼວງພະບາງປະມານ 5 ກິໂລແມັດ ກໍສາມາດໄປເຖິງສູນຫັດຖະກຳນີ້ ກໍ່ຄືກັບບ້ານ ແລະ ແຫຼ່ງທ່ອງທ່ຽວຢູ່ເມືອງຈອມເພັດ ເຊິ່ງສາມາດເດີນທາງໄປດ້ວຍສອງເສັ້ນທາງຄື: ທາງເຮຶອ ແລະທາງລົດ.
ການປັ້ນໝໍ້ຫຼໍ່ໄຫຂອງບ້ານຈ່ານເໜືອໄດ້ສືບທອດມາຕັ້ງແຕ່ສະໄໝເຈົ້າຟ້າງຸ່ມ, ພາຍຫຼັງທີ່ ເຈົ້າຟ້າງຸ່ມໄດ້ ທ້ອນໂຮມປະເທດເຂົ້າເປັນອານາຈັກດຽວໄດ້ສຳເລັດ ເພິ່ນສັ່ງໃຫ້ປະຊາຊົນຫ້າງຫາກະ ກຽມເອົາສິ່ງຂອງຕ່າງໆ ເພື່ອມາຈັດພິທີງານສະເຫຼີມສະຫຼອງໄຊຊະນະ ເມື່ອມາເຫັນດິນຂອງບ້ານຈ່ານເໜຶອ ເປັນດິນດີ ເໝາະສົມແກ່ການປັ່ນໝໍ້ຫຼໍ່ໄຫ ເພິ່ນຈຶ່ງສັ່ງໃຫ້ທະຫານສົມທົບກັບ ປະຊາ ຊົນ ຊ່ວຍກັນປັ່ນໝໍ້ຫຼໍ່ໄຫເປັນຕົ້ນແມ່ນ:...
ງົດງາມຫຼາຍເຫັນແລ້ວຢາກໄປເລີຍ ຖໍ້າໃໝ່ຢູ່ເມືອງເຟືອງ ດິນແດນຜາທໍ່ໜໍ່ຄຳ
ເມືອງເຟືອງແຂວງວຽງຈັນ ດິນແດງຜາທໍ່ໜໍ່ຄຳ ເປັນອີກເມືອງທີ່ມີປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ ແລະ ມີທຳມະຊາດທີ່ສວຍງາມແຫ່ງໜຶ່ງ ໂດຍມີສາຍນໍ້າລີກ ປະສານກົມກືນກັບພູຜາ ທີ່ມີຊື່ເອີ່ນຕາມຕຳໜານອັນຫຼາກຫຼາຍ.
ເຮັດໃຫ້ສອງສາມປີຜ່ານມາ ເມືອງແຫ່ງນີ້ເປັນທີ່ສົນໃຈຂອງນັກທ່ອງທ່ຽວຫຼາຍຂຶ້ນ ເນື່ອງຈາກທຳມະຊາດອັນງົດງາມ ແລະ ບໍ່ໄກຈາກນະຄອນຫຼວງວຽງພໍປານໃດ.
.
ຫຼ້າສຸດ ທີມສຳຫຼວດສະຖານທີ່ທ່ອງທ່ຽວຈາກບໍລິສັດກຣິນດິສໂຄເວີຣີລາວ ນຳໂດຍ ທ່ານອິນທີ ເດືອນສະຫວັນ ໄດ້ລົງສຳຫລວດຖໍ້າແຫ່ງໜຶ່ງຢູ່ເມືອງເຟືອງ ເຊິ່ງງົດງາມຫຼ້າອັດສະຈັນອີກແຫ່ງຂອງເມືອງລາວ.
ມື້ນີ້ແອັດມິນ ຈິ່ງຂໍສັງລວມຮູບພາບອັນງົດງາມດັ່ງກ່າວ ມາເຜີຍແຜ່ຕໍ່ເພື່ອນຊາວເຟສບຸກ
.
ຮູບພາບຈາກເພສບຸກອ້າຍ: Boun Panyavong
ເຈົ້າແຂວງສາລະວັນ ເນັ້ນເລັ່ງຟື້ນຟູການທ່ອງທ່ຽວ ແລະ ພັດທະນາແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ການພັດທະນາ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວ ຕາດເລາະ-ຕາດຮັງ ໂດຍໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ໃນການພັດທະນາ ແລະ ເລັ່ງຟື້ນຟູການທ່ອງທ່ຽວໃຫ້ວ່ອງໄວ, ທ່ວງທັນ ເພື່ອຫັນເອົາການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກໍາ, ປັບປຸງບັນດາພື້ນຖານໂຄງລ່າງ, ສ້າງສິ່ງອຳນວຍຄວາມສະດວກ, ກິດຈະກຳການທ່ອງທ່ຽວ ໃຫ້ມີຫຼາຍສີສັນ, ຫຼາຍທາງເລືອກໃຫ້ກັບນັກທ່ອງທ່ຽວ ໂດຍສະເພາະປັບປຸງຄືນຈຸດທີ່ໄດ້ຮັບຜົນກະທົບຈາກລົມພາຍຸ, ເປ່ເພ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ທີ່ຈະມາເຖິງນີ້.
ພ້ອມດຽວກັນນັ້ນ,...
ແຊປະສົບການຂີ່ລົດໄຟລາວຈີນຄັ້ງທໍາອິດ
ຈາກໂພສ Bounthone Sanasinh ເລືື່ອງເລົ່າຈາກຜູ້ໃຊ້ນາມວ່າ ໄຊສົງຄາມ ອີນດວງຈັນທີ
ກ່ຽວກັບການຊື້ປີ້ລົດ LCR ຊິມາເລົ່າປະສົບການຂີ່ລົດໄຟຄັ້ງທຳອິດໃນຖານະຜູ້ໂດຍສານຊື້ປີ້ (ກ່ອນຫນ້ານີ້ ຂີ່ໃນຖານະສື່ມວນຊົນທີ່ຖືກເຊີນ).
ການຊື້ປີ້ ໄດ້ມາຢືນຕໍ່ແຖວຢູ່ນອກອາຄານ. ຄົນຫລາຍໆ. ແນະນຳໃຫ້ຖືຄັນຮົ່ມມານຳເດີ ໂດຍສະເພາະຕອນຫລັງທ່ຽງ. ໄປຢືນຖ້າຊື້ປີ້ມື້ນີ້ ຍັງບໍ່ມີແນວບັງແດດໃຫ້ເທື່ອ.
ແຕ່ລະຕູ້ຈະມີບ່ອນນັ່ງພິເສດ 2 ຈຸດທາງກາງ ທີ່ມີໂຕະ ແລະ ປ່ອງຢ້ຽມກວ້າງໆ. ອີກຢ່າງ ທິດທາງຂອງຕັ່ງນັ່ງ ກໍ່ມີເບື້ອງທີ່ຫັນຫນ້າ...
ຟື້ນຟູດອນຊາຍມຸງຄຸນ ຫຼວງພະບາງ ເປັນບ່ອນທ່ອງທ່ຽວໃນປາງບຸນໃຫຍ່ ສົງການປີໃໝ່ລາວ
ຈາກໂພສ Luang Prabang Update ໂພສວ່າ ມື້ນີ້ຕອນຄ້າຍແລງ (7 ທັນວາ 2021) ໄດ້ມີພິທີກຳທາງສາດສະໜາກ່ອນລົງມືກໍ່ສ້າງຟື້ນຟູດອນຊາຍມຸງຄຸນ, ເມືອງຈອມເພັດ ແຂວງຫຼວງພະບາງ ທີ່ທ່ານ້ຳປາກນ້ຳຄານບ້ານຊຽງທອງ-ຄີລີ.
ເນື່ອງຈາກຫຼາຍປີມານີ້, ການປ່ຽນແປງຂອງກະແສນໍ້າ ເຮັດໃຫ້ ດອນຊາຍມຸງຄຸນແມ່ນຫາຍໄປ ບໍ່ຄືແຕ່ກ່ອນ,
.
ດັ່ງນັ້ນ ທາງອົງການຈັດຕັ້ງ ນະຄອນຫລວງພຣະບາງ ຈິ່ງຄົ້ນຄວ້າ ເພື່ອຟື້ນຟືນຫາດດອນຊາຍມຸງຄຸນ ເພື່ອໃຫ້ສາມາດມາທ່ຽວ ໃນປາງບຸນໃຫຍ່ ສົງການປີໃໝ່ລາວ.
.
ພາບ:...
ເຮືອນຕົ້ນໄມ້ໃນນະຄອນຫຼວງ ກຽມສໍາຜັດໄດ້ທ້າຍເດືອນ 12 ຈອງໄວ້ເຄົ້າດາວເລີຍ Pacific Blue Resort
ເຈ້ຍ ປາຊີຟິກ ຄົນດັງໃນວົງການບັນເທີງ ໂພສ ເປີດທ້າຍເດືອນ 12 ພໍ້ກັນ Pacific Blue Resort
ເຄົ້າດາວ ປີນີ້ໃຜຢາກນອນ ເຮືອນຕົ້ນໄມ້ ຈອງໄວ້ໂລດເດີ້
ເປັນແຫຼ່ງທ່ອງທ່ຽວ, ພັກຜ່ອນທີ່ເຈ້ຍ ແລະ ຄອບຄົວ ຕັ້ງໃຈສ້າງມາເພື່ອໃຫ້ທຸກຄົນໄດ້ໄປສໍາຜັດ ພັກຜ່ອນ ໄປທ່ຽວຢ່າງມ່ວນຊື່ນ, ສະບາຍໃຈ
Pacific Blue Resort ຕັ້ງ ຢູ່ບ້ານຫ້ວຍຫ້ອມ...
ເປີດແລ້ວ! ທ່າຝຣັ່ງ ວັງສີຄາມ ແຂວງ ຄຳມ່ວນ ສາຍທ່ຽວລຸຍໄດ້ມີແນວສະດຸດຕາແນ່ນອນ
ທ່າຝຣັ່ງ ວັງສີຄາມ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຕ້ອງໄປສຳຜັດ ແລະ ເຊື່ອວ່າຫຼາຍຄົນທີ່ເຄີຍໄປມາແລ້ວ ກໍ່ຕ້ອງຫວນຄືນຄັ້ງທີສອງຢ່າງແນ່ນອນ ເນື່ອງຈາກຫຼົງໄຫຼໃນຄວາມສວຍສົດງົດງາມຂອງທຳມະຊາດ ພູເຂົາ ທິວທັດຂອງສະຖານທີ່ແຫ່ງນີ້.
ດັ່ງທີ່ຮູ້ກັນດີ, ຫຼັງຈາກທີ່ມີການແຜ່ລະບາດຂອງໂຄວິດ19 ເຮັດໃຫ້ທຸກຄົນຕ້ອງຢຸດການທ່ອງທ່ຽວມ່ວນຊື່ນ ທີ່ເຄີຍປະຕິບັດກັນມາ ພາບບັນຍາກາດທີ່ຈັບໃຈ ທີ່ທ່າຝຣັ່ງແຫ່ງນີ້ກໍ່ໄດ້ຫາຍໄປເຊັ່ນດຽວກັນ ແຕ່ຫຼ້າສຸດນີ້ ແມ່ນໄດ້ແຈ້ງອອກມາເປັນທາງການແລ້ວ ສຳລັບທ່າຝຣັ່ງວັງສີຄາມ ແມ່ນໄດ້ເປີດໃຫ້ບໍລິການຄືນແລ້ວ ພາຍໃຕ້ເງື່ອນໄຂການຄວບຄຸມການລະບາດຂອງເຊື້ອພະຍາດໂຄວິດ19
ເຊິ່ງວ່າ ທ່າຝຣັ່ງ ວັງສີຄາມ ແມ່ນຈະເລີ່ມເປີດໃຫ້ບໍລິການ ໃນວັນທີ 25/11/2021...
ແຈ້ງການດ່ວນ ຈັດງານບຸນນະມັດສະການພຣະທາດ 3 ວັນ
ແຈ້ງການດ່ວນ ຈັດງານບຸນນະມັດສະການພຣະທາດ 3 ວັນ
ອອກມາແລ້ວ!! ກຳນົດໃຫ້ຈັດງານບຸນນະມັດສະການພຣະທາດຫລວງວຽງຈັນ
ພຽງ 3 ວັນ ແຕ່ວັນທີ 17 -19 ພະຈິກ 2021
ເນັ້ນໃຫ້ຈັດບຸນປະເພນີທາງສາສະໜາ ເທົ່ານັ້ນ.