ວິທີເຮັດ ເອິກໄກ່ຫໍ່ໄສ້ຜັກລວມມິດ
ວັດຖຸດິບປະກອບມີ: ຊີ້ນເອິກໄກ່; ເກືອ; ພິກໄທປົ່ນ; ໜໍ່ໄມ້ຝຣັ່ງ; ກະຣົດ; ສາລີອ່ອນ; ແປ້ງສາລີອະເນກປະສົງ; ນ້ຳຕານ.
ວິທີເຮັດ
1 ເອົາຊີ້ນໄກ່ມາຕັດໜັງອອກ ປາດເປັນແຜ່ນບາງໆແລ້ວໃຊ້ຄ້ອນທຸບອາຫານທຸບໃຫ້ເປັນແຜ່ນປຸງລົດຊາດດ້ວຍເກືອ ແລະ ພິກໄທປົ່ນ.
2 ເອົາໜໍ່ໄມ້ຝຣັ່ງ, ກະຣົດ ແລະ ສາລີອ່ອນ ໄປຕົ້ມກັບນໍ້າເກືອພໍສຸກແລ້ວກໍຕັກຂຶ້ນແຊ່ນໍ້າເຢັນແລ້ວໃສ່ໄວ້ໃນໄກ່ທີ່ທຸບຫໍ່ໃຫ້ເປັນທ່ອນ, ຈາກນັ້ນນໍາເອົາຝອຍຫໍ່ອາຫານມາຫໍ່ແລ້ວນໍາໄປໜຶ້ງໃຫ້ສຸກ ( ເກັບນ້ຳຊຸບໄວ້ເພື່ອເຮັດນ້ຳລາດ ) ແກະອອກຈາກຝອຍພັກໄວ້.
3 ນໍາເອົາຊີ້ນໄກ່ໄປດາດໃນກະທະໂດຍບໍ່ຕ້ອງໃສ່ນໍ້າມັນຈົນຫອມແລ້ວນໍາມາຊອຍເປັນຄໍາໆ.
4...
ເມນູງ່າຍໆ ຍຳໄຂ່ດາວເບຄັອນກອບ
ມື້ນີ້ແນະນຳເມນູຍຳໄຂ່ດາວເບຄັອນ ຍຳລົດແຊບແບບເຂັ້ມຂຸ້ນເຮັດງ່າຍໆກັບໄຂ່ດາວແບບນຸ້ມໆ ລາດດ້ວຍນ້ຳຍຳລົດເດັດ ແລະ ເບຄັອນ ຮັບຮອງໄດ້ເລີຍວ່າເມນູຈານນີ້ຕ້ອງແຊບຖືກໃຈຫຼາຍຄົນແນ່ນອນ.
ສ່ວນປະສົມ: ໄຂ່ໄກ່ 3 ໜ່ວຍ; ເບຄັອນຈືນກອບ. ນ້ຳໝາກນາວ 2 ບ່ວງແກງ; ນ້ຳປາ 1 ½ ບ່ວງແກງ;ນ້ຳເຊື່ອມເຂັ້ມຂຸ້ນ 1 ບ່ວງແກງ; ໝາກເຜັດຂີ້ໜູຕຳລະອຽດ 10 ໜ່ວຍ; ຫອມບົ່ວຫົວໃຫຍ່ຊອຍຕາມຍາວ 50...
ເຂົ້າໄຣເບີຣີຜັດປານິນ ເມນູສຸຂະພາບ
ເມນູເຂົ້າໄຣເບີຣີຜັດປານິນ ນໍາເອົາປາມາຊອຍເປັນຕ່ອນແລ້ວເອົາໄປຈືນຈົນສຸກກອບ ຕໍ່ມາກໍຜັດເຂົ້າກັບຜັກສີສັນຕ່າງໆ ປຸງລົດຊາດຕາມມັກແລ້ວໃສ່ປາຈືນລົງໄປຄົນພໍເຂົ້າກັນ ກ່ອນເສີມໂຮຍເມັດໝາກມ່ວງຫິມະພານ ແລະ ເມັດດອກຕາເວັນ.
ສ່ວນປະສົມມີ: ປານິນຊອຍລູກເຕົ໋າ 100 ກຣາມ, ເກືອ, ພິກໄທປົ່ນ, ແປ້ງຈືນກອບສຳເລັດຮູບ, ນ້ຳມັນພືດສຳລັບຈືນ, ກະທຽມສັບ 1 ບ່ວງຊາ, ນ້ຳມັນໝາກກອກ 1 - 1/2 ບ່ວງຊາ, ກະຣົດຊອຍເຕົ໋າ 1...
ເມນູຂອງຫວານເຂົ້າໜົມປັງໄສ້ກອກພາມາຊານຊີສ
ມື້ນີ້ຈະເອົາວິທີການເຮັດເມນູເຂົ້າໜົມປັງພາມາຊານຊີສໄສ້ກອກດ້ວຍການເອົາແປ້ງຄຸກເຄົ້າຊີສຈົນທົ່ວແລ້ວໂປະໄສ້ກອກໃສ່ດ້ານເທິງ ລາດດ້ວຍມາຢອງເນສ ແລະ ກໍນຳເອົາໄປອົບຈົນສຸກ ເວົ້າສຸດແລ້ວເຮົາໄປເລີ່ມເຮັດກັນເລີຍ.
ສ່ວນປະສົມ: ແປ້ງເຂົ້າໜົມປັງ 250 ກຣາມ; ນົມຜົງ 20 ກຣາມ; ນໍ້າຕານຊາຍ 35 ກຣາມ; ຢີສ 1 ບ່ວງຊາ; ເກືອ ½ ບ່ວງຊາ; ນໍ້າມັັນຮໍາເຂົ້າ 20 ກຣາມ; ນໍ້າ...
ເມນູງ່າຍໆ ແຈ່ວປາກະປ໋ອງ
ໄລຍະນີ້ເຂົ້າສານອາຫານແຫ້ງເປັນສິ່ງຈຳເປັນຫຼາຍສຳລັບຫຼາຍຄົວເຮືອນທີ່ກຳລັງກັກຕົວ ຫຼື ເຮັດວຽກຢູ່ເຮືອນ ແລະ ອາຫານທີ່ມີກໍອາດຈະບໍ່ພົ້ນກໍຄືປາກະປ໋ອງ ແຕ່ຈະໃຫ້ດີເຮົາມາເຮັດໃຫ້ມັນເປັນຕາແຊບກວ່ານີ້ດ້ວຍການເອົາມາເຮັດແຈ່ວບ່າຍເຂົ້າໜຽວຮ້ອນ ບອກເລີຍວ່າແຊບຈົນລືມວ່າແມ່ນປາກະປ໋ອງ.
ສ່ວນປະກອບ: ໝາກເຜັດ 5 - 6 ໜ່ວຍ; ຫອມບົ່ວແດງ 10 ຫົວ; ກະທຽມ 10 ຫົວ; ຂ່າ 5 - 6 ປ່ຽງ; ປາກະປ໋ອງ...
ແນະນຳເມນູ ປາໝຶກຈືນກອບ ສູດບໍ່ປະສົມແປ້ງທອດ
ເມນູນີ້ທ່ານສາມາດເຮັດເອງໄດ້ ພຽງແຕ່ຕ້ອງມີອຸປະກອນ 2 ຢ່າງ ທີ່ຈະຕ້ອງມີກໍຄືເຕົາສຳລັບຈືນ ( ເຕົາແກັສ, ເຕົາໄຟຟ້າ ຫຼື ເຕົາຖ່ານກໍໄດ້ ) ແລະ ໝໍ້ຈືນໄຮ້ນໍ້າມັນ ຫຼື ໝໍ້ອົບລົມຮ້ອນ ສູດນີ້ຮັບປະກັນຄວາມຫອມ, ແຊບ ຖືກໃຈໃຜຫຼາຍໆຄົນແນ່ນອນ.
ສ່ວນປະສົມ: ປາໝຶກສາຍ 1 ກິໂລກຣາມ
ວິທີເຮັດ: ນຳເອົາປາໝຶກສາຍມາລ້າງໃຫ້ສະອາດ ເອົາຕາ ແລະ...
ເຄັກກ້ວຍຫອມ ກະທິສົດ ສູດເຈ
ເມນູເຄັກກ້ວຍຫອມ ກະທິສົດ ສູດເຈ ເປັນເມນູທີ່ທ່ານສາມາດເຮັດໄດ້ທັງແບບໃຊ້ເຕົາແກັສ ແລະ ເຕົາອົບເຮັດໄດ້ແບບງ່າຍໆບໍ່ຕ້ອງໃຊ້ເຄື່ອງຕີ ພຽງແຕ່ຄົນໃຫ້ເຂົ້າກັນຈະບອກວ່າໂຕເນື້ອເຄັກນຸ້ມແຮງ ເຊື່ອວ່າທຸກເຮືອນເຮັດກິນເອງໄດ້ຢ່າງແນ່ນອນ.
ສ່ວນປະສົມມີ:
ກ້ວຍຫອມ 370 ກຣາມ ( 2 ໜ່ວຍໃຫຍ່ ), ນໍ້າໝາກນາວ 2 ບ່ວງຊາ, ນໍ້າກະທິ 80 ມິນລີລິດ, ເກືອ ¼ ບ່ວງຊາ, ນໍ້າຕານຊາຍ...
ເຮັດເຂົ້າໜົມກິນໄລຍະລັອກດາວ ເຂົ້າໜົມປັງຊີສໜ້າໄໝ້ ແລະ ຊີສເຄັກໜ້າໄໝ້
ມາເລີ່ມຕົ້ນດ້ວຍເມນູຂອງຫວານທຳອິດກັນເລີຍ ນັັ້ນກໍຄື ຊີສເຄັກໜ້າໄໝ້ ທີ່ເຮັດກິນໄດ້ຕະຫຼອດແບບບໍ່ເບື່ອ ສູດນີ້ເຮັດໃສ່ພິມຊົງມົນນ້ອຍ ຂະໜາດພໍດີກິນສຳລັບໜຶ່ງຄົນ ບອກເລີຍວ່າແຊບ ເນື້ອສໍາຜັດນຽນນຸ່ມບໍ່ລໍຊ້າໄປເລີ່ມເຮັດກັນເລີຍ.
ສ່ວນປະສົມ ( ສຳລັບ 5 ອັນນ້ອຍ ) ປະກອບມີ: ຄຣີມຊີສ 150 ກຣາມ, ນ້ຳຕານ 50 ກຣາມ, ກິ່ນວານິລາ ¼ ບ່ວງແກງ, ວິບປິ້ງຄຣີມ...
ຂົ້ວໝີ່ຊົ້ວເຫັດຫອມເຈ ເທສະການກິນເຈ ຕ້ອງລອງຈັກຄັ້ງ
ສະຖານະການປັດຈຸບັນຍັງໜ້າເປັນຫ່ວງ ຖ້າຈະໃຫ້ທຸກຄົນອອກໄປເລາະຫາຊື້ອາຫານເຈກິນອາດມີຄວາມສ່ຽງຕິດເຊື້ອໂຄວິດ-19 ມື້ນີ້ຜູ້ຂຽນເອງກໍເລີຍໄປຊອກຫາສູດອາຫານເຈມາຕ້ອນແຟນຂ່າວທີ່ກຳລັງຄິດຫາເມນູເຈກິນເຈໃນປີນີ້ ເຮັດໄດ້ງ່າຍໆ ແຖມບໍ່ຈຳເຈອີກ ພ້ອມແລ້ວເຮົາໄປເຮັດກິນກັນເລີຍ.
ສ່ວນປະສົມ: ເສັ້ນໝີ່ຊົ້ວ ( ນຳໄປລວກ ) 300 - 500 ກຣາມ; ຜັກລວມ ( ຕາມມັກ ); ເຫັດຫອມຊອຍ ( ແຊ່ນ້ຳກ່ອນ ) 5 -...
ກິນຍາມໃດກໍແຊບ! ປາແກ້ວທອດສະໝຸນໄພ ຜະລິດຕະພັນໃໝ່ຈາກບ້ານທ່າເຮືອ ເມືອງວັງວຽງ
ມື້ນີ້ຂໍແນະນຳປາແກ້ວທອດສະໝຸນໄພຜະລິດຕະພັນຈາກບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ແມ່ນໄດ້ນໍາໃຊ້ວັດຖຸດິບ ( ປາ ) ທໍາມະຊາດຈາກອ່າງນໍ້າງື່ມ ຄັດສັນປາທີ່ສົດໃໝ່, ປຸງແຕ່ງດ້ວຍພູມປັນຍາຊາວບ້ານທີ່ເປັນເອກະລັກອັນສະເພາະຈາກຮຸ່ນສູ່ຮຸ່ນ, ມີກິ່ນຫອມສະໝຸນໄພ, ແຊບດີມີປະໂຫຍດໄດ້ຄຸນຄ່າໂພຊະນາການຈາກປາ ໂອເມກາ 3 ແລະ ແຄວຊ້ຽມຈາກປາແກ້ວມີ 3 ລົດຊາດ ຄື: ລົດຊາດດັ້ງເດີມ, ລົດປາປີກ້າ, ລົດຕົ້ມຍໍາ.
ຖືເປັນສິນຄ້າພື້ນບ້ານທີ່ຊາວບ້ານຜະລິດເອງ ສາມາດກິນກັບເຂົ້າໄດ້ ແລະ...