ເສຍໃຈກັບເຫດການນີ້ ຍ້ອນໂທລະສັບແທ້ ພິກັດບໍ່ແກ້ວ
ຄືດັ່ງທີ່ທຸກຄົນຮູ້ດີ, ເຄື່ອງມືສື່ສານເຕັກໂນໂລຊີ ເປັນສິ່ງທີ່ມາພ້ອມຄວາມສະດວກ ໃຫ້ປະໂຫຍດຫຼາຍຢ່າງແກ່ຊີວິດຂອງພວກເຮົາໃນປະຈຸບັນ ໂທລະສັບມືຖືບໍ່ພຽງເປັນອຸກອນກອນສື່ສານໄວ້ຕິດຕໍ່ຫາກັນເທົ່ານັ້ນ ແຕ່ໄດ້ການເປັນເຄື່ອງມືຫາກິນປະເພດໜຶ່ງ ແຕ່ໃນນັ້ນຢ່າງລືມວ່າທຸກຢ່າງທີ່ໃຫ້ປະໂຫຍດແມ່ນມີໂທດຂອງມັນຢູ່.
ດັ່ງເຫດການນີ້ ເປັນເລື່ອງທີ່ໜ້າເສົ້າຫຼາຍ ຊາຍໜຸ່ມຍັງກຳລັງເປັນກຳລັງແຮງສຳຄັນຂອງຊາດ ຕ້ອງຈາກໄປເພາະໂທລະສັບ ເຊິ່ງບໍ່ແນ່ໃຈໄດ້ວ່າ ມີສາຍສະເບົ້າສຽບຫູຫຼືບໍແຕ່ຜູ້ກ່ຽວຈາກໂລກນີ້ໄປຍ້ອນຖືກໄຟຟ້າຊັອດ ຍ້ອນລາກປັກສຽບເຂົ້າມາບ່ອນນອນ.
ເຫດເກີດຂຶ້ນໃນວັນທີ 26.04.2022 ເວລາ 10:48ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖືກໄຟຟ້າຊ໊ອດຢູ່ທີ່ບ້ານ ພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ...
ຄືຊິມ່ວນແຮງ ເຄື່ອງດື່ມຂອງກິນເຕັມເລີຍແຕ່ອ້າຍຕຳຫຼວດກໍ່ນຳຫາຈົນໄດ້
ມີແຈ້ງການອອກມາແລ້ວ ຫ້າມເປີດເພງສຽງດັງສ້າງຄວາມລຳຄານໃຫ້ຊາວບ້ານ ແຕ່ສົງໄສບາງກຸ່ມອົດມາດົນຢາກມ່ວນກໍ່ບໍໄດ້ມ່ວນ ບຸນປີໃໝ່ກໍເຄັ່ງຄັດໄວໜຸ່ມກຸ່ມນັີເລີຍສວຍໂອກາດເອົາເວລານີ້ມາມວ່ນ ແຕ່ດັນຖືກຕຳຫຼວດໄປຈະເອ!!!
ຂ່າວລາຍງານວ່າ ປກສ ກຸ່ມທາດຂາວ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ເຂົ້າມ້າງກຸ່ມໄວລຸ້ນ ທີ່ສ້າງຄວາມເນືອງນັນ ໃຫ້ແກ່ສັງຄົມ.
ໃນສະຖານະການທີ່ປະເທດຊາດປະຊາຊົນບໍ່ປອດໄພ ອັນເນື່ອງມາຈາກການລະບາດຂອງເຊື້ອພະຍາດທີ່ຕິດແປດໃສ່ກັນດັ່ງທີ່ທຸກຄົນຮູ້ໆກັນຢູ່ ເຈົ້າໜ້າທີ່ເຄັ່ງຄັດກໍ່ເພື່ອສຸຈະພາບ ແລະຊີວິດຂອງປະຊາຊົນ.
ພ້ອມດຽວກັນນີ້ການຢູ່ກັບຄວາມມ່ວນຊື່ນບາງຄັ້ງກໍ່ຕ້ອງມີຂອບເຂດບໍ່ເຮັດໃຫ້ຄົນອື່ນເດອດຮ້ອນ ເຮົາມ່ວນເຮົາມັນແຕ່ໃນສາຍຫູສາຍຕາຄົນອ້ອມຂ້າງອາດຈະບໍຄືກັບຜູ້ຢຄ່ໃນເຫດການສະນັ້ນໃຈເຂົາໃຈເຮົາ ມ່ວນໃຫ້ພໍເໝາະ.
ຫຼັງຈາກເຫດການນີ້ຂໍໃຫ້ເປັນບົດຮຽນໃຫ້ຫຼາຍໆຄົນ ແຕ່ຈົ່ງຢ່າເກັບມາຄຽດແຄ້ນໃຫ້ເຈົ້າໜ້າທີ່ ຄັ້ງໜ້າຈະເປີດເພງດັງຈະມີບັນບັນເລງໃຫ້ຄິດເຖິງຄົນອື່ນ ແລະລະບຽບການບ້ານເມືອງນຳເດີ້ທຸກຄົນ.
ບໍ່ຮອດເດືອນຄົນທີຮັກ 2 ຄົນໃນເຮືອນຕ້ອງຂຶ້ນລົດຄັນນີ້ ແລະອ້າຍໄດ້ຈາກໄປບໍ່ກັບຄືນ
ເຊື່ອບໍວ່າຕອນນີ້ຫຼາຍຄົນເມີນເສີຍຕໍ່ການລະບາດຂອງພະຍາດໂຄວິດ-19 ເພາະລໍຖ້າໃຫ້ມັນຈາງບໍ່ໄຫວແລ້ວ ປາກທ້ອງຕ້ອງເດີນຕໍ່ ຫຼາຍຄົນຈິ່ງເຫຼີງບໍ່ສົນໃຈມາດຕະການປ້ອງກັນ ແລະຍັງມີບາງຄົນບອກວ່າ ບໍສ່ຳໄຂ້ຫວັດໃຫຍ່ຊ້ຳ ບໍຕ້ອງຢ້ານເປັນໄດ້ກໍເຊົາໄດ້ ແຕ່ໃນເວລາແບບນີ້ແລທີ່ຫາຍານະຈະມາຢາມ.
ເຮົາມາເບິ່ງເລື່ອງລາວນີ້ເພິ່ນບອກວ່າ ໃນຊີວິດບໍ່ເຄີຍຄິດວ່າຈະມີຄົນໃນຄອບຄົວເຖິງ 2 ຄົນທີ່ໄດ້ຂີ່ລົດຄັນນີ້ໃນເວລາພາຍໃນ 3 ອາທິດດ້ວຍພະຍາດປອດອັກເສບໂຄວິດ 19 ແລະ ໄດ້ເຮັດໃຫ້ຂ້ອຍສູນເສຍອ້າຍຜູ້ເປັນທີ່ຮັກໄປຢ່າງກະທັນຫັນ!!
ບາງຄົນອາດເຫັນເປັນເລື່ອງທຳມະດາ,ແລະບາງຄົນຍັງຖືເບົາກ່ຽວກັບໂຄວິດ 19 ແຕ່ສຳລັບຂ້ອຍແລ້ວເຈີະກັບໂຕເອງຂ້ອຍຈຶ່ງຮູ້ ແລະ ເຫັນແຈ້ງເຖິງໄພມືດທີ່ມາຈາກໂຄວິດ 19 ໂດຍສະເພາະສາຍພັນໂອໄມຄອນ.
👉ເປັນຫຍັງຈຶ່ງເອີ້ນໂຄວິດໂອໄມຄອນແມ່ນມ້າມືດ ==>ສຳລັບຂ້ອຍທີ່ເຈີະເອງເຄສພໍ່ ແລະ...
ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີ 48-49
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວ່າ ມາຮອດວັນທີ 20 ຕຸລາ 2021, ກວດພົບຜູ້ຕິດເຊືື້ອໃໝ່ 392 ຄົນ (ຕິດເຊື້ອພາຍໃນ ມີ 389 ຄົນ ແລະ ຕິດເຊື້ອນໍາເຂົ້າ...
ຕາຍເກືອບທຸກມື້! ມື້ນີ້ ສປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ 545 ຄົນເສຍຊີວິດເພີ່ມ 2 ຄົນ
ຕາມການຖະແຫຼງຂ່າວຂອງ ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 16 ຕຸລາ 2021 ກ່າວວ່າ: ວັນທີ 15 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ທັງໝົດ 6.602 ຕົວຢ່າງ ຜົນກວດອອກມາພົບຜູ້ຕິດເຊື້ອໃໝ່ 545 ຄົນ.
ຕິດເຊື້ອພາຍໃນປະເທດ...
ແຂວງຫຼວງພະບາງ ເສຍຊີວິດຍ້ອນໂຄວິດ 1 ກໍລະນີ ເປັນຜູ້ທຳອິດຂອງແຂວງ
ມື້ນີ້ເສຍຊີວິດເພີ່ມ 1 ຄົນ, ເຊິ່ງເຮັດໃຫ້ມາຮອດວັນທີ 13 ຕຸລາ ມີຍອດຜູ້ເສຍຊີວິດສະສົມເປັນ 36 ຄົນ, ຍອດຜູ້ຕິດເຊື້ອສະສົມ 30.615 ຄົນ ປິ່ນປົວຫາຍດີ 315 ຄົນ.
ຂໍ້ມູນຜູ້ເສຍຊີວິດໃໝ່ມື້ນີ້ 1 ກໍລະນີ ເປັນເພດຊາຍ ອາຍຸ 60 ປີ, ບ້ານນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ...
ມື້ນີ້ພົບຜູ້ຕິດເຊື້ອໃນຊຸມຊົນ 335 ຄົນ ແລະ ເສຍຊີວິດເພີ່ມ 1 ກໍລະນີ
ໃນວັນທີ 30 ກັນຍາ 2021 ພົບຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 1 ກໍລະນີ, ມີຜູ້ຕິດເຊື້ອໃໝ່ທັງໝົດ 358 ຄົນ, ນໍາເຂົ້າ 21 ຄົນ ແລະ ຊຸມຊົນ 335 ຄົນ, ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 128 ຄົນ, ຮອງລົງມາແມ່ນຫຼວງພະບາງ 69 ຄົນ.
ທ່ານ...
ຂ່າວເສົ້າ! ພົບຜູ້ເສຍຊີວິດຈາກເຊື້ອໂຄວິດເພີ່ມ 1 ກໍລະນີ
ມື້ນີ້ເປັນມື້ທຳອິດທີ່ພົບຜູ້ເສຍຊີວິດເພີ່ມ 1 ກໍລະນີ ແລະ ຕິດເຊື້ອໂຄວິດ-19 ທັງໝົດ 547 ຄົນ, ນໍາເຂົ້າ 12 ຄົນ, ຊຸມຊົນ 535 ຄົນ, ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 173 ຄົນ.
ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວວ່າ...
ຄືເປັນແນວນີ້ເນາະ ເກີດເຫດລົດປີ້ນ ສູນເສຍກໍາລັງຂອງຊາດ 3 ສະຫາຍ
ຈາກໂພສ Phommachanh Phothibandidh ໂພສ ເຫດເສົ້າ ເຫດການລົດປີ້ນຕົກເຫວ ເສັ້ນທາງຊຳເໜືອ – ຊຽງຂວາງ 22 ກັນຍາ 2021
ທີ່ກຳລັງເດີນທາງກັບຈາກການໄປປະຕິບັດໜ້າທີ່ ສູ່ນະຄອນຫຼວງວຽງຈັນ ມີຜູ້ຈາກໄປຄາທີ່ 3 ສະຫາຍ, ສາຫັດ 2
ຜູ້ຈາກໄປມີ ພັທ ເກໄຊຮອງກົມຈັດຕັ້ງພະນັກງານ, ພັທບຸນຊູຫົວຫ້ນາພະແນກການເມືອງກົມກວດກາ ແລະ ພັຕ ດາວອັງຄານ...
ພໍ່ໃຈໂຫດ! ກໍ່ເຫດປິດຊີບລູກສາວເກີດໃໝ່ ດ້ວຍນໍ້າຢາລ້າງຫ້ອງນໍ້າ
ນັບວ່າເປັນຂ່າວເສົ້າອີກໜຶ່ງຂ່າວສໍາລັບມື້ນີ້ເລີຍກໍ່ວ່າໄດ້ ທີ່ພໍ່ແທ້ໆກໍ່ເຫດປິດຊີວິດລູກໄວອາຍຸພຽງ 6ມື້ດ້ວຍເຫດຜົນສຸດສະເທືອນໃຈບໍ່ຢາກໄດ້ລູກສາວ ຈົນລົງມື້ທໍາຮ້າຍເດັກນ້ອຍທີ່ຫາກໍ່ເກີດມີອາຍຸພຽງ 6ມື້.
ເຫດກສານທີ່ແອັດກ່າວເຖິງຢູ່ນີ້ແມ່ນເກີດຂຶ້ນຢູ່ປະເທດໄທ ແຕ່ຍ້ອນເຫັນວ່າເປັນເຫດການສະເທືອນຂວັນ ແລະ ເປັນເລື່ອງໃກ້ຕົວເພາະຂະໜາດຢູ່ກັບພໍ່ຄີງໆຍັງບໍ່ປອດໄພ ຈຶ່ງຢາກຍົກເອົາເລື່ອງນີ້ມາເປັນອຸທາຫອນຫຼືຄະຕິເຕືອນໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງໃນກສານເລືອກຄູ່ຊີວິດ ຕ້ອງສຶກສາໃຫ້ດີ ໃຫ້ຮູ້ນິໄສໃຈຄໍກ່ອນ.
ຍົກເປັນອຸທາຫອນໃຫ້ກັບອີກກໍລະນີ ຫາກເປັນຜົວເມຍກັນແລ້ວ ເລື່ອງເອົາລູກຕ້ອງປຶກສາຫາລືກັນໃຫ້ດີ ຫາກບໍ່ພ້ອມກໍ່ຢ່າເອົາ ບໍ່ດັ່ງນັ້ນອາດເກີເເຫດເສົ້າດັ່ງທີ່ແອັດກ່າວໄປຂ້າງເທິງກໍ່ເປັນໄດ້. ແຕ່ທັງນີ້ທັງນັ້ນ ຫາກເດັກເກີດມາເຂົາກໍເປັນເລື້ອເນື້ອເຊື້ອໄຂຂອງເຮົາກ່ອນທີ່ຈະເຮັດຫຍັງລົງໄປຈົ່ງຄິດໃຫ້ດີ ບໍ່ວ່າເດັກເກີດມາຈະເປັນຍິງຫຼືຊາຍເຂົາກໍ່ຄືລູກເຮົາ.
ເຫດສະລົດນີ້ເກີດຂຶ້ນເມື່ອວັນທີ 23 ກັນຍາ 2020 ທີ່ຜ່ານມາ ທີ່ຈັງຫວັດຊຽງໃໝ່ ປະເທດໄທ...