ພະຍາກອນອາກາດ ປະຈຳວັນທີ 19 ເມສາ 2020ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ
ລາຍງານສະພາບການເກີດແຜ່ນດິນໄຫວ ໃນວັນທີ 18 ເມສາ 2020, ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດ ລາວ ຈຳນວນ 1 ຄັ້ງ ບໍລິເວນເຂດບ້ານສັນແຕ, ເມືອງໄຊສະຖານ ແຂວງໄຊຍະບູລີ
ໃນ ເວລາ 22 ໂມງ 38 ນາທີ, ຊຶ່ງມີຈຸດສູນກາງຢູ່ເສັ້ນແວງທີ 19.20 ອົງສາເໜືອ ແລະ ເສັ້ນຂະໜານທີ 101.25 ອົງສາຕາເວັນອອກ, ຊຶ່ງເລິກຈາກໜ້າດິນປະມານ 2 ກິໂລແມັດ, ການເກີດແຜ່ນດິນໄຫວ ໃນຄັ້ງນີ້ແມ່ນເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.
ອີງຕາມ: ກົມອຸຕຸນິຍົມ ແລະ ອຸທົກກະສາດ