ຈາກເຫດການພະຍາດອັກເສບປອດ ໄວຣັສໂຄໂຣນາ ທີ່ກຳລັງແຜ່ລະບາດໃນບັນດາປະເທດອ້ອມຂ້າງລາວໃນປັດຈຸບັນນີ້ ມັນສົ່ງຜົນກະທົບຫຼາຍຢ່າງຕໍ່ລາວເຮົາ ໂດຍສະເພາະໃນບັນດາແຂວງທີ່ມີຊາຍແດນໃກ້ຄຽງ ເປັນຕົ້ນ ແຂວງບໍ່ແກ້ວ ທີ່ຫຼ້າສຸດໄດ້ມີແຈ້ງການເລື່ອນການຈັດງານເທດສະການດອກໄມ້ບານອອກໄປຢ່າງບໍ່ມີກຳນົດ.
ອີງຕາມແຈ້ງການ ຫ້ອງວ່າການເມືອງຕົ້ນເຜີ້ງ ລົງວັນທີ 28 ມັງກອນ 28 ມັງກອນ 2020, ເລື່ອງ ການເລື່ອນການຈັດງານ ເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2020
ອີງຕາມ ການສະເໜີຂອງເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ໃນກອງປະຊຸມກະກຽມດຳເນີນຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ໃນວັນທີ 27 ມັງກອນ 2020.
ຫ້ອງວ່າການເມືອງຕົ້ນເຜີ້ງ ຂໍຖືເປັນກຽດແຈ້ງມາຍັງ ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ ອຳນາດການ ປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ໃນທົ່ວເມືອງຕົ້ນເຜີ້ງຊາບວ່າ ຈະໄດ້ມີການເລື່ອນ ຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ອອກໄປຢ່າງບໍ່ມີກຳນົດ
ເນື່ອງຈາກສະພາບການລະບາດ ຂອງໄວຣັດ ໂຄໂລນາ ເຮັດໃຫ້ ສປ ຈີນ ປິດກັ້ນການເຂົ້າ-ອອກ ໃນທົ່ວປະເທດ ເປັນສາເຫດໃຫ້ການຈັດງານມີຄວາມຫຍຸ້ງຍາກບໍ່ສາມາດຈັດໄດ້ຕາມກຳນົດເວລາ, ຖ້າມີການປ່ຽນແປງຈະແຈ້ງຕາມພາຍຫຼັງ.