ແອັດເຄີຍນໍາສະເໜີໄປແລ້ວກ່ອນໜ້ານີ້ ໃນຕອນເຊົ້າ ຂອງວັນທີ 29 ທັນວາ 2019 ໄພທໍາມະຊາດກໍ່ຄື ພາຍຸໝາກເຫັບໄດ້ພັດຖະຫຼົ່ມເຂົ້າລາວໂດຍບໍ່ທັນຕັ້ງໂຕ ໃນນັ້ນ ເຂດພາກເໜືອຂອງລາວ ໂດຍສະເພາະເມືອງສິງ ແຂວງຫຼວງນໍ້າທາ ເກີດມີລົມພາຍຸພັດແຮງ, ມີຝົນຕົກໜັກ ແລະ ໝາກເຫັບຕົກຢ່າງໜັກ ກະທົບໃສ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທໍາການຜະລິດ, ຜົນລະປູກຂອງປະຊາຊົນ ເສຍຫາຍຫຼາຍສົມຄວນ ແລະ ເຮັດໃຫ້ມີຄົນເສຍຊີວິດນໍາອີກ.
ຫຼ້າສຸດ, ໃນວັນທີ 31 ທັນວາ 2019 ຂໍ້ມູນຈາກນັກຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ຄວາມເສຍຫາຍທີ່ກະທົບຕໍ່ຊັບສິນຂອງປະຊາຊົນ, ໂຮງຮຽນ, ຫົວໜ່ວຍທຸລະກິດ, ຫ້າງຮ້ານຕ່າງໆ, ໂຮງງານ, ຟາມລ້ຽງງົວ, ໂຮງງານປຣາສຕິກ ມີຢູ່ 3ບ້ານຄື ຍ້ານໂຮມໄຊ, ບ້ານໜອງບົວ ແລະ ບ້ານນາຄໍາ ມີທັງໝົດ 24ຫຼັງຄາເຮືອນ ເສຍຫາຍໜັກ 8 ຫຼັງຄາເຮືອນ ປະເມີນຜົນເສຍຫາຍເບື້ອງຕົ້ນ 355ລ້ານກີບ.
ທັງນີ້ ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 1ຄົນ, ບາດເຈັບ 1ຄົນ, ເຖິງຢ່າງໃດກໍຕາມ ຂໍໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ ແລະ ຂໍໃຫ້ປະຊາຊົນຜ່ານພົ້ນວິກິດໃນຄັ້ງນີ້ໄປໂດຍໄວ
ຂໍ້ມູນຈາກ: Media Laos