ເພຈສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນແຈ້ງເຫດສຸກເສີນໂທ 1624 ລາຍງານໃຫ້ຮູ້ວ່າ: ໃນວັນທີ 29.12.2019ເວລາ 12:05ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີ ຄົນຕົກຕົ້ນໄມ້ຖຶກຫຼັງຄາ ຢູ່ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ທີມກູ້ຊີບ-ກູ້ໄພນະຄອນຫຼວງວຽງຈັນຈື່ງອອກກວດສອບເຫດພົບຜູ້ບາດເຈັບ 2ຄົນມີເປັນເພດຊາຍ
ຜູ້ທີ1ມີອາການເບື້ອງຕົ້ນ ແມ່ນກະທົບສັນຫຼັງແລະເຈັບຫົວ
ຜູ້ທີ2 ມີອາການເບື້ອງຕົ້ນ ແມ່ນກະທົບສັນຫຼັງ
ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍະບານຂັ້ນເບື້ອງຕົ້ນແລະນຳສົ່ງໂຮງໝໍມິດຕະພາບ(150ຕຽງ), ເຖິງຢ່າງໃດກໍ່ຕາມ ແອັດຂໍໃຫ້ປອດໄພທັງສອງຄົນເດີ້