ເຈົ້າໜ້າທີ່ເມືອງຈໍາພອນ ແຂວງສະຫວັນນະເຂດ ປະຕິບັດໜ້າທີ່ລົງພື້ນທີ່ທໍາລາຍພືດຕ້ອງຫ້າມປູກ(ຊາ) ຢູ່ບ້ານແກ້ງກອກດົງ ຈໍານວນ 120 ຕົ້ນ.
ໃນເວລາ 09 : 10 ນາທີ ຂອງວັນທີ 27 ທັນວາ 2019 ເຈົ້າໜ້າທີ່ ປກສ ປກຊ ເມືອງຈຳພອນ ແຂວງສະຫວັນນະເຂດ ທາງໜ່ວຍງານວິຊາສະເພາະ ພ້ອມດ້ວຍນາຍບ້ານ ແກ້ງກອກດົງ
ໄດ້ຮັບຄຳສັ່ງ ຈາກຄະນະພັກຄະນະບັນຊາຫົວໜ້າກອງບັນຊາການ ປກສ ເມືອງຈຳພອນ ແຂວງສະຫວັນນະເຂດ ໃຫ້ລົງໄປທຳລາຍຕົ້ນຊາ ຈຳນວນ120 ຕົ້ນ ທີ່ ບ້ານແກ້ງກອກດົງ ເມືອງຈຳພອນ ແຂວງສະຫວັນນະເຂດ.
ເມື່ອເຈົ້!ໜ້າໄປຮອດກໍ່ເລີ່ມລົງມືຫຼົກຕົ້ນຊາຈໍານວນດັ່ງກ່າວອອກ ແລະຄາດວ່າຈະຈູດຖິ້ມເໝືອນກັບການທໍາລາຍຕົ້ນຊາຄັ້ງຜ່ານມາ.