ຢ່າພາກັນຈົ່ມເດີ້ ພໍ່ແມ່ພີ່ນ້ອງປະຊາຊົນລາວເຮົາ ວ່າເງິນກີບອ່ອນຄ່ານັ້ນເພາະປະເທດເຮົາບໍ່ມີເງິນຕາຕ່າງປະເທດໄຫຼ່ເຂົ້າມາຫຼາຍ ຊຳບໍ່ໜຳຍັງພາກັນນຳກະແສເງິນອອກນອກປະເທດນຳອີກ, ຢາກໃຫ້ຄົນລາວເຮົາຊ່ວຍສົ່ງເສີມ ແລະ ກະຕຸ້ນເສດຖະກິດພາຍໃນຫຼາຍ
ວັນທີ 30 ພະຈິກ 2019 ນີ້ ໄດ້ມີປະຊາຊົນຊາວລາວ ຫລັ່ງໄຫລເດີນທາງເຂົ້າປະເທດໄທ ຜ່ານທາງດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ-ໜອງຄາຍ ນັບ 10 ພັນຄົນຕໍ່ວັນ ເພາະກົງກັບວັນຊາດລາວ ເຮັດໃຫ້ມີວັນພັກຍາວ 3 ວັນ ນັບແຕ່ວັນເສົາ, ອາທິດ ຈົນຮອດວັນຈັນ.
ເຈົ້າຫນ້າທີ່ປະຈຳດ່ານສາກົນໜອງຄາຍ ເລັ່ງອຳນວຍຄວາມສະດວກໃນການກວດປະທັບຜ່ານແດນ, ເຮັດໃຫ້ບັນຢາກາດພາຍໃນດ່ານຄຶກຄັກ ເນື່ອງຈາກມີນັກທ່ອງທ່ຽວ ແລະ ປະຊາຊນຊາວລາວ ລໍຖ້າກວດໜັງສືຈຳກາຜ່ານດ່ານເປັນຈຳນວນຫຼາຍ ຊຶ່ງມີທັງເດີນທາງດ້ວຍລົດສ່ວນຕົວ ແລະ ລົດໂດຍສານ ເຊິ່ງທັງດ່ານພາສີຫນອງຄາຍ ແລະ ດ່ານກວດຄົນເຂົ້າເມືອງຫນອງຄາຍ ໄດ້ເປີດຕູ້ບບໍລິການທຸກຕູ້ ອຳນວຍຄວາມສະດວກໃນການກວດສອບບຸກຄົນ ແລະ ຍານພາຫະນະ ແຕ່ກໍ່ຍັງມີປະລິມານນັກທ່ອງທ່ຽວເປັນຈຳນວນຫຼາຍທີ່ຕໍ່ຄິວຍາວ. ທັງນີ້, ເນື່ອງຈາກເປັນວັນພັກ ເສົາ, ອາທິດ ແລະໃນວັນຈັນທີ 2 ທັນວາ ເປັນວັນຊາດລາວ ເຮັດໃຫ້ໄດ້ມີວັນຢຸດເພີ່ມອີກວັນຫນຶ່ງ ເປັນການຢຸດຍາວ ປະຊາຊົນຊາວລາວ ຊຶ່ງນິຍົມເດີນທາງເຂົ້າໄປທ່ອງທ່ຽວໃນຈັງຫວັດຫນອງຄາຍ, ອຸດອນທານີ, ຂອນແກ່ນ ແລະ ຈັງຫວັດທ່ອງທ່ຽວຕ່າງໆໃນປະເທດໄທ ຈຶ່ງຖືເອົາໂອກາດວັນຢຸດຍາວນີ້ເດີນທາງເຂົ້າໄປທ່ອງທ່ຽວເປັນຈຳນວນຫຼາຍ.
ເຈົ້າຫນ້າທີ່ຄາດວ່າຈະມີນັກທ່ອງທ່ຽວຊາວລາວເດີນທາງໃນໄລຍະນີ້ບໍ່ຕ່ຳກວ່າວັນລະ 10.000 ຄົນ, ສົດສ່ວນບຸກຄົນບໍ່ຕ່ຳກວ່າ ວັນລະ 2.000 ຄັນ.
Cr: thairath.co.th