
ໜັງສືພິມ ບິວ ລາຍງານວ່າ:ມີກຸ່ມໂຈນບຸກປຸ້ນອັນຍະມະນີ ແລະ ຊັບສິນມີຄ່າອື່ນໆລວມມູນຄ່າປະມານ1ຕື້ເອີໂຣຈາກພິພິທະພັນແຫ່ງໜຶ່ງໃນພາກຕາເວັນອອກຂອງເຢຍລະມັນຕອນເຊົ້າເມື່ອວັນຈັນທີ25ເດືອນ ພະຈິກທີ່ຜ່ານມາ.
ຄົນຮ້າຍກຸ່ມນີ້ຕັດລະບົບໄຟຟ້າຂອງພິພິທະພັນໃນເມືອງ ເດຣດເດນ ເຊິ່ງເປັນໜຶ່ງໃນສະຖານທີ່ເກັບມ້ຽນອັນຍະມະນີມີຄ່າລາຍໃຫຍ່ຂອງເອີຣົບ,ຕາມລາຍງານຂອງໜັງສືພິມຂອງເຢຍລະມັນ.
ເຈົ້າໜ້າທີ່ຕໍາຫຼວດໄດ້ປິດກັ້ນພື້ນທີ່ພິພິທະພັນ ແລະ ລາຍງານວ່າ:ທາງການກໍາລັງກວດກາຢູ່ມີເຄື່ອງມີຄ່າຫຍັງເສຍແດ່ໂດຍທີ່ຍັງບໍ່ມີການລະບຸຕົວຄົນຮ້າຍຕະຫຼອດຮອດຍັງບໍ່ມີການຈັບບຸກຄົນໃດເທື່ອ,ສ່ວນທາງພິພິທະພັນກໍຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆ.
ສົມບັດໃນພິພິທະພັນແຫ່ງນີ້ລອດພົ້ນຈາກການຖິ້ມລະເບີດໃນສະໄໝສົງຄາມໂລກຄັ້ງທີ2,ແຕ່ກໍຍັງຖືກຂົນອອກໄປແດ່ຈາກກຸ່ມຄົນບໍ່ດີ;ແຕ່ກໍສາມາດນໍາກັບມາໄດ້.