ສະຖິຕິນັກສຶກສານາໆຊາດໄປຮຽນຢູ່ອາເມຣິກາຫຼຸດລົງໃນຮອບທົດສະວັດໂດຍສະເພາະນັກສຶກສາຈີນກະທົບວິທະຍາໄລ ແລະ ມະຫາວິທະຍາໄລຫຼາຍແຫ່ງຕ້ອງປິດຫຼັກສູດນໍານວນຫຼາຍເພື່ອຫຼຸດຄ່າໃຊ້ຈ່າຍ.
ໃນປີນີ້ມີຈໍານວນນັກສຶກສານາໆສະໝັກເຂົ້າຮຽນໃນອາເມຣິກາຫຼຸດລົງ0,9%,ສ່ວນຍອດຜູ້ສະໝັກເຂົ້າຮຽນເມື່ອປີກ່ອນຫຼຸດລົງ6,6%ເຊັ່ນກັນ.
ທ່ານ ແຈ໊ກ ຮູນ ຮອງຜູ້ອໍານວຍການຝ່ານບໍລິການນັກສຶກສາຂອງວິທະຍາໄລເພນນິນຊາລາກ່າວວ່າ:ປັດໄຈສໍາຄັນທີ່ເປັນສາເຫດໃຫ້ຈໍານວນນັກສຶກສາຫຼຸດລົງຄືປັດໄຈການເມືອງໂດຍສະເພາະນັກສຶກສາຈາກຈີນທີ່ຂໍວີຊາມາຮຽນໃນອາເມຣິກາໄດ້ຍາກຂຶ້ນມີສາເຫດມາຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາກັບຈີນ.
ນັກສຶກສາຈາກຈີນຖືວ່າເປັນກຸ່ມນັກສຶກສາຕ່າງປະເທດທີ່ມີອັດຕາສ່ວນສູງທີ່ສຸດໃນລະບົບການສຶກສາຂອງອາເມຣິກາໂດຍມີນັກສຶກສາຈາກຈີນກວ່າ369.500ຄົນ.ຂະນະທີ່ນັກສຶກສາຈາກອິນເດຍຕາມມາເປັນອັນດັບ2ໂດຍມີຈໍານວນປະມານ202.000ຄົນ ແລະ ສ.ເກົາຫຼີ52.000ຄົນ.