ຖ້າເຮົາເລີ່ມລົງທືນໄດ້ໄວເທົ່າໃດ ມັນແຮງເປັນການດີສຳລັບເຮົາເທົ່ານັ້ນ.
+ຢົກຕົວຢ່າງ:
-ທ້າວ A ເລີ່ມລົງທືນ ຕອນອາຍຸ 20 ປີ,ເຊີ່ງລາວ ມີເປົ້າໝາຍ ທີ່ຢາກມີເງີນໃຊ້ ຕອນອາຍຸ 60 ປີ. ລາວໄດ້ເລີ່ມລົງທືນ ເດືອນລະ 500,000 ກີບ,ໄດ້ດອກເບ້ຍ 10% ຕໍ່ປີ, ແປວ່າ ລາວມີເວລາໃນການລົງທືນຮອດ 40 ປີ ເມື່ອລາວ ອາຍຸຮອດ 60 ປີ,ລາວຈະມີເງີນໃຊ້ ເຖິງ 3.162 ລ້ານກີບ;
-ສ່ວນທ້າວ B ເລີ່ມລົງທືນ ຕອນອາຍຸ 25 ປີ, ເຊີ່ງລາວມີເປົ້າໝາຍ ຄືກັນກັບ ທ້າວ A ເເລ້ວໄດ້ເລີ່ມລົງທືນເດືອນລະ 500.000 ກີບ ໄດ້ດອກເບ້ຍ 10% ຕໍ່ປີຄືກັນ ເມື່ອລາວຮອດອາຍຸ 60 ປີ ລາວຈະມີເງີນໃຊ້ ເຖິງ 1.898 ລ້ານກີບ.
ສະຫຼຸບວ່າ ທ້າວ A ແລະ ທ້າວ B ລົງທືນເດືອນລະ 500.000 ກີບ ຄືກັນ ແລະ ໄດ້ດອກເບ້ຍ 10% ຄືກັນ, ເເຕ່ວ່າ ເວລາໃນການລົງທືນຕ່າງກັນ ຄື: ທ້າວ A ເລີ່ມລົງທືນກ່ອນ ທ້າວ B ພຽງເເຕ່ 5 ປີ ເຊິ່ງທ້າວ A ໄດ້ຮັບຜົນຕອບເເທນ ເກືອບເຖິງ 2 ເທົ່າຂອງເງີນທ້າວ B.
ເຖິງວ່າເຮົານັ້ນຈະເລີ່ມລົງທືນຊ້າກໍຕາມ, ແຕ່ກໍຍັງດີທີ່ໄດ້ເລີ່ມລົງທືນ ເພາະວ່າຖ້າເຮົາບໍ່ລົງທືນເລີຍ, ມີແຕ່ອອມເງີນມ້ຽນຈະເຮັດໃຫ້ມູນຄ່າຂອງເງີນເຮົາທີ່ອອມມ້ຽນຈະເລີ່ມເສື່ອມມູນຄ່າລົງທຸກໆປີ.
ຕົວຢ່າງ: “ປາກະປ໋ອງ” ໃນອະດີດ ເຮົາສາມາດຊື້ປາກະປ໋ອງ 1 ປ໋ອງ ໃນລາຄາ 4.000 ກີບໄດ້, ເເຕ່ມາຮອດ ປັດຈຸບັນ ເຮົາຈະເອົາເງີນ 4.000 ກີບນີ້ ມາຊື້ ປາກະປ໋ອງ 1 ປ໋ອງ ຄືເກົ່າບໍ່ໄດ້ເເລ້ວ ເພາະວ່າປາກະປ໋ອງຕອນນີ້ ລາຄາຂອງມັນຂື້ນເປັນ 5.000 ກີບເເລ້ວ. ສະນັ້ນ, ເຮົານັ້ນ ຈື່ງຕ້ອງໄດ້ບວກເງີນເຂົ້າອີກ 1.000 ກີບ ຈື່ງສາມາດຊື້ໄດ້. ສະຫຼຸບວ່າ: ຖ້າເຮົາບໍ່ມີການລົງທືນເລີຍ, ຈະເຮັດໃຫ້ມູນຄ່າເງີນຂອງເຮົາຫຼຸດລົງຕາມໄລຍະເວລາ ແລະ ບໍ່ອອກດອກອອກຜົນ.
ທີ່ມາ: (ການລົງທືນມີຄວາມສ່ຽງ,ຄວນສືກສາກ່ອນລົງທືນ)