ປະຊາກອນໃນປະເທດ ຍີ່ປຸ່ນກໍາລັງຫຼຸດລົງເຮັດໃຫ້ຮ້າຍຂາຍເຄື່ອງກາງຄືນເຊັ່ນ ເຊເວັນ ອີເລເວັນ,ແຟມີລີມາດ ແລະ ລໍສັນ ພາກັນຍົກເລີນຍຸດທະສາດເປີດໃຫ້ບໍລິການ24ຊົ່ວໂມງເນື່ອງຈາກບັນຫາຂາດແຄນພະນັກງານ.
ເມື່ອທ້າຍອາທິດທີ່ຜ່ານມາ,ຮ້ານ ແຟລິລີມາດປະກາດອະນຸຍາດໃຫ້ຮ້ານສາຂາທົ່ວປະເທດຫຼຸດໄລຍະເວລາເປີດໃຫ້ບໍລິການລົງໂດຍແນວທາງໃໝ່ນີ້ຈະເຮັດໃຫ້16.000ສາຂາຂອງແຟມິລີມາດສາມາດປິດຮ້ານໃນໄລຍະເວລາ11ໂມງແລງຫາ7ໂມງເຊົ້າໄດ້ຫາກແຈ້ງສໍານັກງານໃຫຍ່ກ່ອນຈາກແຕ່ກ່ອນທີ່ຈໍາເປັນຕ້ອງເປີດ24ຊົ່ວໂມງ.
ທັງນີ້ຈາກການສໍາຫຼວດໃນເດືອນ ມິຖຸນາທີ່ຜ່ານມາ,ແຟມິລີມາດກວດກາພົບວ່າປະມານ7.000ສາຂາພະຍາຫຼຸດຊົ່ວໂມງເປີດໃຫ້ບໍລິການລົງເນື່ອງຈາກບໍ່ມີພະນັກງານປະຈໍາ.
ທ່ານ ທາຄາຊິ ຊາວາດະ ປະທານຂອງແຟມິລີມາດກ່າວວ່າ:ຈະປິດຮ້ານໃນໄລຍະເວລາທີ່ອະນຸຍາດຫຼືບໍ່ຂຶ້ນຢູ່ກັບການຕັດສິນໃຈຂອງເຈົ້າຂອງສາຂາແຕ່ລະແຫ່ງ.