
ອາເມຣິກາເລີ່ມຂະບວນການໄຕ່ສວນຖອດຖອນ ທຣໍາ ແບບເປີດເປັນຄັ້ງທໍາອິດດ້ວຍການເຂົ້າໃຫ້ການຂອງເຈົ້າໜ້າທີ່ທູດອາເມຣິກາປະຈໍາອູແກຣນ ແລະ ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດອາເມຣິກາປະຈໍາເອີຣົບ.
ເຈົ້າໜ້າທີ່ການທູດຂອງອາເມຣິກາສອງຄົນນີ້ຂຶ້ນໃຫ້ການຕໍ່ຄະນະກໍາມະການຂອງສະພາອາເມຣິກາເມື່ອບໍ່ດົນມານີ້ໃນຂະບວນການສືບສວນເພື່ອຖອດຖອນທ່ານ ໂດນັນ ທຣໍາ ປະທານາທິບໍດີໂດຍທັງສອງຄົນກ່າວກົງກັນວ່າປະທານາທິບໍດີ ທຣໍາ ພະຍາຍາມສ້າງຊ່ອງທາງທີ່ບໍ່ປົກກະຕິເພື່ອເຮັດໃຫ້ຂໍ້ຕົກລົງກັບລັດຖະບານອູແກຣນເພື່ອໃຫ້ຊ່ວຍສືບສວນຄູ່ແຂ່ງທາງການເມືອງ.
ນັກການທູດທັງສອງຄົນກ່າວວ່າ:ທ່ານ ຈູລິອານີ ພະຍາຍາມກົດດັນໃຫ້ອູແກຣນເລີ່ມການສືບສວນທ່ານ ໂຈໄບເດນ ແລະ ລູກຊາຍຄືທ່ານ ຮັນເຕີ ໄບເດນ ທີ່ເຄີຍເຮັດວຽກກັບບໍລິສັດແກ໊ສທໍາມະຊາດໃນອູແກຣນເຊິ່ງເວລານີ້ທ່ານ ໂຈ ໄບເດນ ເປັນຜູ້ສະໝັກເປັນຕົວແທນພັກເດໂມແຄຣດໃນການຊີງຕໍາແໜ່ງປະທານາທິບໍດີອາເມຣິກາທີ່ກໍາລັງມີຄະແນນນໍາ.
ການສືບສວນທີ່ເກີດຂຶ້ນເຊື່ອມໂຍງໄປເລື່ອງທີ່ປະທານາທິບໍດີທຣໍາລະງັບການໃຫ້ເງິນຊ່ວຍເຫຼືອທາງທະຫານມູນຄ່າ391ລ້ານໂດລາແກ່ອູແກຣນເພື່ອນໍາໄປໃຊ້ຕໍ່ສູ່ກັບຝ່າຍຕໍ່ຕ້ານາທາງຕາເວັນອອກຂອງປະເທດ.