ພິທີມອບ – ຮັບເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງ ຜົ້ງສາລີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019 ນີ້ ທີ່ສະໂມສອນໃຫຍ່ ຂອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ, ຄະນະພະແນກ, ອະດີດພະນັກງານການນຳ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມນຳ.
ໃນພິທີ ທ່ານ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 083/ກມສພ ລົງວັນທີ 13/9/2019 ວ່າດ້ວຍການຍົກຍ້າຍພະນັກງານການນຳໄປຮັບໜ້າທີ່ໃໝ່ ໂດຍອອກຄຳສັ່ງຍົກຍ້າຍ ສະຫາຍ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາພັກແຂວງ ຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ, ຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ.
ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 086/ກມສພ ລົງວັນທີ 13/9/2019 ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານ ຮອງເລຂາພັກແຂວງ ຂຶ້ນເປັນຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ.
ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການເຈົ້າແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ທ່ານ ຄຳຜອຍ ວັນນະສານ ເປັນຜູ້ຮັກສາການເຈົ້າແຂວງຜົ້ງສາລີ.
ພ້ອມນີ້, ຍັງໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ສະຫາຍ ພອນໄຊ ອ່ອນສາ, ສະຫາຍ ວີສອນ ລາວເມົາ, ສະຫາຍ ພອນສຸຈິດ ລີລາວົງ, ສະຫາຍ ທອງຕື້ ເກຍສະບົງ ເປັນກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ.
ໂອກາດນີ້ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດບັນທຶກມອບ – ຮັບວຽກງານ. ຈາກນັ້ນ, ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງຜົ້ງສາລີ ກໍໄດ້ຂຶ້ນເຊັນບົດບັນທຶກມອບ – ຮັບໜ້າທີ່ຮ່ວມກັນ.
ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ