ກອງປະຊຸມພົບປະຂອງຄະນະຜູ້ແທນຊາຍແດນລະຫວ່າງແຂວງຄຳມ່ວນ ແລະ ແຂວງ ກວາງບິງ ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2019 ທີ່ຫ້ອງປະຊຸມເຮືອນພັກເລກທີ 01 ຂອງແຂວງຄຳມ່ວນ ຝ່າຍແຂວງຄຳມ່ວນ ນຳໂດຍ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ຝ່າຍແຂວງ ກວາງບິ່ງ ນຳໂດຍ ທ່ານ ຫງວ້ຽນ ຕ໊ຽນຮ່ວງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງບິງ, ມີບັນດາພະແນກການ, ຂະແໜງການທ້ອງຖິ່ນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນວາລະດຳເນີນການພົບປະທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດວຽກງານຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະແມ່ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດສອງຟາກຊາຍແດນໃນການດຳເນີນທຸລະກິດ, ພັດທະນາເສດຖະກິດ – ສັງຄົມ ເພີ່ມທະວີການແລກປ່ຽນສິນຄ້າ, ການບໍລິການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດຮອດການໄປ – ມາຫາສູ່ແລກປ່ຽນສິນຄ້າຂອງປະຊາຊົນສອງແຂວງແລະ ຈັດຕັ້ງປະຕິບັດຂໍ້ຕົກລົງແກ້ໄຂບັນຫາປະຊາຊົນຕັ້ງພູມລຳເນົາຕາມລຳພັງໃຈ, ການແຕ່ງດອງບໍ່ຖືກຕ້ອງຕາມກົດໝາຍ ພ້ອມທັງໄດ້ມອບຂໍ້ຕົກລົງຖືສັນຊາດ ແລະ ອອກໜັງສືທີ່ຈຳເປັນຈຳນວນໜຶ່ງ, ແລວຊາຍແດນລະຫວ່າງສອງແຂວງໄດ້ຮັບການປົກປັກຮັກສາການເມືອງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ບໍລິເວນຊາຍແດນໄດ້ຮັບການຮັກສາ, ຄວາມໝັ້ນຄົງ, ເສັ້ນຊາຍແດນ ແລະ ບັນດາຫຼັກຊາຍແດນແຫ່ງຊາດໄດ້ຮັບການຮັກສາໄວ້ຢູ່ໃນສະພາບເດີມ.
ເພື່ອສືບຕໍ່ຮ່ວມມືຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກໍຄືປີ 2020 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນລົງນາມເຊັນບົດບັນທຶກຮ່ວມມື ຄື: ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເປັນປົກກະຕິ ແລະ ມີປະສິດທິຜົນລະຫວ່າງອຳນາດການປົກຄອງແຕ່ລະຂັ້ນ ແລະ ກຳລັງເຈົ້າໜ້າທີ່ຄຸ້ມຄອງປ້ອງກັນຊາຍແດນຂອງສອງແຂວງ, ໂຄສະນາປຸກລະດົມປະຊາຊົນໃຫ້ມີຄວາມຫ້າວຫັນເຂົ້າຮ່ວມວຽກງານປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນການກໍອາດຊະຍາກຳທາງອາຍາໃນບໍລິເວນຊາຍແດນ, ແຈ້ງໃຫ້ກັນຊາບຢ່າງເປັນປົກກະຕິກ່ຽວກັບສະພາບທີ່ກ່ຽວຂ້ອງໃນການຄຸ້ມຄອງປ້ອງກັນຊາຍແດນ.
ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ຫົວໜ່ວຍທຸລະກິດ ເອົາໃຈໃສ່ຮ່ວມມືພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆທີ່ສຳຄັນຈຳເປັນ ລວມເຖິງການອຳນວຍຄວາມສະດວກດ້ານການບໍລິການຂົນສົ່ງສິນຄ້າຕາມເສັ້ນທາງເລກທີ 12 ຜ່ານດ່ານສາກົນນາເພົ້າ – ຈໍຫຼໍ ແລະ ແກ້ໄຂບັນຫາປະຊາຊົນຕັ້ງພູມລຳເນົາຕາມລຳພັງໃຈ, ແຕ່ງດອງບໍ່ຖືກຕ້ອງຕາມກົດໝາຍໃນບໍລິເວນຊາຍແດນລະຫວ່າງສອງແຂວງ.
ໂອກາດດັ່ງກ່າວສອງຝ່າຍໄດ້ລົງນາມໃນບົດບັນທຶກຮ່ວມມື ຝ່າຍແຂວງຄໍາມ່ວນໂດຍ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ ແລະ ຝ່າຍແຂວງກວາງບິງໂດຍ ທ່ານ ຫງວ້ຽນ ຕ໊ຽນຮ່ວງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ມີທ່ານຫົວໜ້າຫ້ອງວ່າການປົກຄອງແຂວງ, ພະແນກການຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນຊາຍແດນທັງສອງຝ່າຍເຂົ້າຮ່ວມ.
( ຂ່າວ: ມະນີວັນ )
ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ